spot_img
Home​ຂ່າວທ່ອງທ່ຽວແຂວງຈໍາປາສັກ ກະກຽມຫຼາຍກິດຈະກໍາເພື່ອປີທ່ອງທ່ຽວລາວ 2024

ແຂວງຈໍາປາສັກ ກະກຽມຫຼາຍກິດຈະກໍາເພື່ອປີທ່ອງທ່ຽວລາວ 2024

Published on

ອໍານາດການປົກຄອງແຂວງຈໍາປາສັກ ໄດ້ກະກຽມຫຼາຍກິດຈະກໍາເພື່ອປີທ່ອງທ່ຽວລາວ 2024 ໂດຍສະເພາະຈັດງານບຸນສົມໂພດຕົ້ນໄມ້ມະນີໂຄດ; ງານບຸນນະມັດສະການພຣະທາດ ສາມປາງ; ງານບຸນນະມັດສະການຜະສາດຫີນວັດພູຈໍາປາສັກ ມໍລະດົກໂລກ​ ແຫ່ງທີ 2 ຂອງ​ ສປປ​ ລາວ; ງານບຸນມະໂຫລານກາເຟ​ -​ ຊາ ບໍລະເວນ; ຜະລິດຕະພັນທີ່ລະນຶກປີທ່ອງທ່ຽວລາວ 2024.

ນອກນີ້ ກໍຍັງມີການຄຸ້ມຄອງການຮັກສາອະນາໄມ ແລະ ຄວາມສະອາດສວຍງາມພາຍໃນນະຄອນປາກເຊ ປັບປຸງຄິວລົດຂົ່ນສົ່ງໂດຍສານລວມສູນ, ການຄຸ້ມຄອງລົດບໍລິການ, ປ້າຍບອກທາງ ຕິດພັນກັບການທ່ອງທ່ຽວ ແລະ ອື່ນໆ.

ກ່ຽວກັບການກະກຽມກິດຈະກໍາດັ່ງກ່າວນີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)​ ແຂວງຈໍາປາສັກ​ ຮ່ວມກັບ​ ຄະນະຮັບຜິດຊອບຈັດກິດຈະກໍາປີທ່ອງ ທ່ຽວລາວ 2024 ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ເມື່ອມໍ່ໆມານີ້ຢູ່ຫ້ອງວ່າການແຂວງ​ ໂດຍໃຫ້ກຽດເປັນປະທານຂອງ​ ທ່ານ ປອ.​ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ.

ແຫຼ່ງຂ່າວ ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...