spot_img
Homeຂ່າວພາຍ​ໃນໂຈນປຸ້ນຊັບຄັ້ງໃຫຍ່ໃນເວລາຕິດຕໍ່ກັນ 2 ມື້ ກັບເຮືອນ 2 ຫຼັງ ເຂດບ້ານດອນໜູນ

ໂຈນປຸ້ນຊັບຄັ້ງໃຫຍ່ໃນເວລາຕິດຕໍ່ກັນ 2 ມື້ ກັບເຮືອນ 2 ຫຼັງ ເຂດບ້ານດອນໜູນ

Published on

ໂຈນປຸ້ນຊັບຄັ້ງໃຫຍ່ໃນເວລາຕິດຕໍ່ກັນ 2 ມື້ ກັບເຮືອນ 2 ຫຼັງ ເຂດບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜູ້ໃຊ້ເຟສບຸກຊື່ Phouthasack Lou ໄດ້ໂພສວ່າ: ໃນວັນທີ 7 ທັນວາ 2023 ເວລາ 1:37 ໂມງເຊົ້າມືດ ໄດ້ມີຄົນຮ້າຍບຸກເຂົ້າປຸ້ນຊັບສິນທີ່ເຮືອນປະຊາຊົນຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວມມູນຄ່າຄວາມເສຍຫາຍເຄື່ອງປະດັບເພັດ, ກະເປົາ-ເຄື່ອງຂອງແບນເນມ ມູນຄ່າຫຼາຍກວ່າ 20.000 ໂດລາສະຫະລັດ.

ເຊິ່ງທາງຜູ້ເສຍຫາຍຄົນນີ້ກໍໄດ້ຕັ້ງລາງວັນນຳຈັບເຖິງ 50 ລ້ານກີບ.

ຕໍ່ມາໃນວັນທີ 8 ທັນວາ 2023 ກໍມີເຫດການໃກ້ຄຽງກັນນີ້ ໂດຍ Lar noi Taiourane ກໍໂພສວ່າ: ໂຈນຂຶ້ນເຮືອນລັກຊັບສິນເຮືອນ ຢູ່ບ້ານໄຊ (ຂົງເຂດດອນໜູນ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍລະນີນີ້ແມ່ນຊັບສິນເສຍຫາຍມີຄຳ 60 ບາດ ແລະ ເງິນສະກຸນຕ່າງໆອີກຈຳນວນຫຼາຍ ທັ້ງນີ້ ໂຈນຍັງໄດ້ເອົາງັດເອົາກາດເກັບຄວາມຈຳກ້ອງວົງຈອນປິດອອກ ເຮັດໃຫ້ບໍ່ມີພາບທີ່ເປັນລັກຖານຂອງໂຈນ.

ເຫດການດັ່ງກ່າວ ທາງຜູ້ເສຍຫາຍຕັ້ງລາງວັນນຳຈັບ ຫຼາຍເຖິງ 200 ລ້ານກີບ.

ຈາກເຫດການທັງ 2 ເຫດການທີ່ມີໂຈນຂຶ້ນເຮືອນ 2 ມື້ລຽນຕິດ ແລະ ເຂົ້າປຸ້ນຊັບໃນຂົງເຂດບ້ານໃກ້ກັນ ຈຶ່ງເຮັດໃຫ້ຫຼາຍຄົນສັນນິຖານວ່າທັງສອງເຫດການອາດເປັນໂຈນກຸ່ມແກ້ງດຽວກັນທີ່ເຂົ້າມາປຸ້ນຊັບ.

ຢ່າງໃດກໍຕາມ ກໍຂໍໃຫ້ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ແລະ ຈັບຄົນຮ້າຍໄດ້ໂດຍໄວ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...