spot_img
Homeຂ່າວພາຍ​ໃນເຈົ້າແຂວງຈຳປາສັກ ຕ້ອນຮັບຊ່ຽວຊານຈາກສູນມໍລະດົກໂລກ ອົງການຢູເນັສໂກ

ເຈົ້າແຂວງຈຳປາສັກ ຕ້ອນຮັບຊ່ຽວຊານຈາກສູນມໍລະດົກໂລກ ອົງການຢູເນັສໂກ

Published on

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ຄະນະຊ່ຽວຊານ ຈາກສູນມໍລະດົກໂລກ ອົງການຢູເນັສໂກ, ນຳໂດຍ ທ່ານ ນາງ ນາໂອະ ຮາຢ່າຊິ (Nao HAYASHI) ຊ່ຽວຊານສະເພາະດ້ານວັດທະນະທຳ (ຂົງເຂດປະເທດອາຊີ-ປາຊີຟິກ ແລະ ປະເທດລຸ່ມແມ່ນ້ຳຂອງ), ສູນມໍລະດົກໂລກ ອົງການຢູເນັສໂກ ໃນວັນທີ 5 ທັນວາ ນີ້ ທີີ່ຫ້ອງວ່າການແຂວງ.

อาจเป็นรูปภาพของ 2 คน, ห้องทำงานรูปไข่ของประธานาธิบดี และ ข้อความพูดว่า "T"

ໃນໂອກາດມາຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ທີ່ແຂວງຈຳປາສັກ, ທ່ານ ນາງ ນາໂອະ ຮາຢ່າຊິ ໄດ້ກ່າວຄວາມຂອບໃຈທີ່ໃຫ້ການຕ້ອນຮັບ, ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາ ແລະ ບົດບາດອັນໂດດເດັ່ນຂອງໂຄງການຮ່ວມມືສາກົນ, ການອະນຸລັກແຫຼ່ງມໍລະດົກໂລກວັດພູຈໍາປາສັກ ຊຶ່ງໄດ້ຖືກຈົດທະບຽນເຂົ້າເປັນ ແຫຼ່ງມໍລະດົກໂລກ ຂອງອົງການຢູເນັສໂກ ໃນປີ 2001 ແລະ ການມາເຄື່ອນໄຫວຄັ້ງນີ້ ຈະໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສາກົນ ແລະ ຕິດຕາມສະພາບການອະນຸລັກແຫຼ່ງມໍລະດົກໂລກວັດພູຈໍາປາສັກ ເປັນຕົ້ນຢ້ຽມຢາມໂຄງການ ຮ່ວມມືລາວ-ອີນເດຍ, ຢ້ຽມຢາມໂຄງການຮ່ວມມືລາວ – ສ ເກົາຫຼີ ການປະຕິສັງຂອນໂຮງນາງສີດາ,ໂຄງການຮ່ວມມືລາວ-ຝຣັ່ງ (ໂຄງການຈໍາປາ), ລົງຕິດຕາມ ໂຄງການການວາງທໍ່ນໍ້າປະປາໆ ຈາກວັດພູເຂົ້າສູ່ຕົວເມືອງຈໍາປາສັກ. ນອກຈາກນັ້ນ ຍັງຈະໄດ້ລົງຢ້ຽມຢາມຫໍພິພິທະພັນວັດພູ, ຢ້ຽມຢາມເບິ່ງໂຄງການປູກຕົ້ນ ຈໍາປາ.

อาจเป็นรูปภาพของ 7 คน

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງການຕ້ອນຮັບ ແລະ ເອກະພາບຕໍ່ຄຳເຫັນ ແລະ ແຜນເຄື່ອນໄຫວຂອງທ່ານ ນາງ ນາໂອະ ຮາຢ່າຊິ ພ້ອມດ້ວຍຄະນະຊ່ຽວຊານ ຈາກສູນມໍລະດົກໂລກ ອົງການຢູເນັສໂກ ໃນຄັ້ງນີ້, ພ້ອມນັ້ນ ກໍຊົມເຊີຍມາຍັງ ກົມມໍຣະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສູນມໍລະດົກໂລກ ອົງການຢູເນັສໂກ ທີ່ໄດ້ຍາດແຍ່ງທຶນຮອນ ແລະ ຊ່ວຍຊຸກຍູ້ໃຫ້ການສະໜັບສະໜູນປະກອນສ່ວນເຂົ້າໃນການພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງຕາມທິດ ສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ສຳຄັນຂອງແຂວງ. ພ້ອມກັນນັ້ນ, ທ່ານເຈົ້າແຂວງຈຳປາສັກ ຍັງມີບາງຂໍ້ສະເໜີ ຕໍ່ສູນມໍຣະດົກໂລກ ອົງການຢູເນັສໂກ ໃນການປົກປັກຮັກສາ ແລະ ພັດທະນາ ແຫຼ່ງມໍຣະດົກໂລກວັດພູຈໍາປາສັກ ເຊັ່ນ: ເອກະພາບໃນການກຳນົດຂອບເຂດເນື້ອທີ່ປົກປັກຮັກສາ, ພັດທະນາ ແລະ ສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...