spot_img
Homeຂ່າວພາຍ​ໃນປກສ ແຂວງອັດຕະປື ມອບເຄື່ອງຂອງກາງ ( ປະເພດຄຳຮູບປະພັນ) ຄືນໃຫ້ເຈົ້າຂອງເດີມ

ປກສ ແຂວງອັດຕະປື ມອບເຄື່ອງຂອງກາງ ( ປະເພດຄຳຮູບປະພັນ) ຄືນໃຫ້ເຈົ້າຂອງເດີມ

Published on

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2023 ນີ້ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ມອບເຄື່ອງຂອງກາງປະເພດຄຳຮູບປະພັນຈຳນວນ 21 ບາດກັບ 5 ຫຸນ ຄືນໃຫ້ເຈົ້າຂອງເດີມ.

ທ່ານ ພັທ ອຸບົນ ເພັດມີໄຊ ເປີດເຜີຍໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ແລະ ວັນທີ 8 ພະຈິກ 2023 ຜ່ານມາເຈົ້າໜ້າວິຊາສະເພາະໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງມີ່ຫັ້ນ ອາຍຸ 27 ປີ ອາຊີບຄ້າຂາຍ ຢູ່ບ້ານເມືອງໄໝ່ ແລະ ນາງ ຊື່ນໃຈ ອາຍຸ 43 ປີ, ອາຊີບພະນັກງານ ຢູ່ບ້ານເວີນແຄນ ທັງສອງຂື້ນກັບເມືອງສາມັກຄີໄຊ ແຂວງອັດຕະປື ວ່າໄດ້ມີຄົນຮ້າຍກໍ່ເຫດລັກຊັບສິນຂອງຕົນ, ພາຍຫຼັງທີ່ໄດ້ຮັບແຈ້ງຈາກຜູ້ເສຍຫາຍທັງສອງແລ້ວເຈົ້າໜ້າຈື່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ແລະ ກຳນົດເປົ້າໝາຍຜູ້ກໍ່ເຫດລັກຊັບຄັ້ງນີ້ຄື: ທ້າວເອກກະໄຊ ຢູ່ບ້ານເຊໄຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໃສຄະດີງັດເຮືອນນາງ ໃຈ ) ເຈົ້າໜ້າທີ່ໄດ້ເຂົ້າກັກຕົວໃນວັນທີ 12 ພະຈິກ 2023 ແລະ ທ້າວໄຊຍະສັກ ຢູ່ບ້ານຫຼັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໃສໃນການລັກຊັບຂອງນາງມີ່ຫັ້ນ ) ຖືກກັກຕົວໃນວັນທີ 14 ພະຈິກ 2023 ເພື່ອນຳມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ທ້າວເອກກະໄຊ (ຜູ້ຖືກຫາ) ໄດ້ຍອມຮັບສາລະພາບວ່າ ໃນຄັ້ງວັນທີ 8 ພະຈິກ 2023 ເວລາ 9 ໂມງ 00 ນາທີ ຕົນເອງໄດ້ໄປງັດເຮືອນຂອງຜູ້ເສຍຫາຍແທ້ ແລະ ໄດ້ລັກເອົາສາຍແຂນຄຳຈຳນວນ 1 ເສັ້ນນ້ຳໜັກ 2 ບາດ, ສາຍຄໍຄຳຈຳນວນ 2 ເສັ້ນໆລະ 2 ບາດ, ສາຍແຂນຄຳເດັກນ້ອຍຈຳນວນ 1 ເສັ້ນນ້ຳໜັກ 2 ສະຫຼຶງ, ຕຸ້ມຫູຄຳຈຳນວນ 1 ຄູ່ນ້ຳໜັກ 5 ຫຸນ, ປື້ມບັນຊີເງີນຝາກຈຳນວນ 4 ຫົວ.

ສ່ວນທ້າວໄຊຍະສັກ (ຜູ້ຖືກຫາ ເຊີ່ງເປັນພະນັກງານປະຈຳຢູ່ບໍລິສັດຂົນສົ່ງແຫ່ງໜື່ງຂອງແຂວງອັດຕະປື) ສາລະພາບວ່າວັນທີ 13 ຕຸລາ 2023 ຕົນເອງໄດ້ລັກພັດສະດຸທີ່ຝາກຄຳມາໃຫ້ ຜູ້ເສຍຫາຍ ນ້ຳໜັກ 25 ບາດ ກັບ 2 ສະຫຼຶງ ແລ້ວຫຼັງຈາກນັ້ນວັນທີ 16 ຕຸລາ 2023 ໄດ້ເອົາຄຳດັ່ງກ່າວໃປຂາຍຢູ່ຮ້ານແຫ່ງໜື່ງຂອງແຂວງອັດຕະປື ແລະ ກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວໃນວັນຕໍ່ມາ, ເຊິ່ງທັງສອງ ແມ່ນເຈົ້າໜ້າທີ່ສືບຕໍ່ດຳເນີນຄະດີຕາມກົດໝາຍບ້ານເມືອງຕໍ່ໄປ.

ທີ່ມາ: ປກສ ແຂວງອັດຕະປື

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...