spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຮ່ວມກັນປຸ້ນຊັບ ສານສັ່ງຈຳຄຸກ 4 ປີເຄິ່ງ ຢູ່ແຂວງຫົວພັນ!

ຮ່ວມກັນປຸ້ນຊັບ ສານສັ່ງຈຳຄຸກ 4 ປີເຄິ່ງ ຢູ່ແຂວງຫົວພັນ!

Published on

6666 001

 

ເມື່ອບໍ່ດົນມານີ້ ສານປະຊາຊົນແຂວງຫົວພັນ ໄດ້ຕັດສີນລົງໂທດ ທ້າວ ບຸນຕາ (ແຫລ້) ອາຍຸ 39 ປີ ຢູ່ບ້ານຜາທຸມ

ເມືອງປາກອູ ແຂວງຫລວງພະບາງ, ທ້າວ ວັນໄຊ ເລົ່າ ອາຍຸ 30 ປີຢູ່ບ້ານຮວມສຸກ ເມືອງໄຊ ແຂວງອຸດົມໄຊ, ທ້າວ

ຈົ່ງ ທໍ່ ອາຍຸ 22 ປີ ແລະ ນາງ ຢົງເຮີ ອາຍຸ 32 ປີຢູ່ຊຳເໜືອ ແຂວງຫົວພັນ ໃຫ້ຈຳຄຸກເປັນເວລາ 4 ປີ 6 ເດືອນ. ໃນຂໍ້

ຫາປຸ້ນຊັບພົນລະເມືອງ, ໂດຍພວກເຂົາໄດ້ຮ່ວມກັນປຸ້ນຊັບ ທ້າວ ໄທ ວ່າງ ຢູ່ເມືອງຊຳເໜືອ ແຂວງຫົວພັນ. ເຊິ່ງ

ເຫດການມີຢູ່ວ່າ: ໃນວັນທີ 6 ພະຈິກ 2014 ທ້າວ ວັນໄຊ ໄດ້ເຂົ້າໄປຊື້ຢາໄອນຳທ້າວ ໄທ ວ່າງ ຢູ່ເຮືອນ, ຫລັງຈາກນັ້ນ

ທ້າວ ບຸນຕາ ແລະ ທ້າວ ຈົ່ງທໍ່ ໄດ້ປອມເປັນຕຳຫລວດສະແດງຕົວເຂົ້າຈັບທ້າວ ໄທ ວ່າງ, ສ່ວນ ນາງ ຍົງເຮີ ແມ່ນ

ເປັນຜູ້ແນມຕົ້ນທາງ, ຫລັງຈາກນັ້ນ ພວກເຂົາໄດ້ກວດຄົ້ນເຮືອນ ແລະ ບອກທ້າວ ໄທ ວ່າງ ເອົາເງິນຈຳນວນ 10

ພັນໂດລາສະຫະລັດໃຫ້ແກ່ພວກເຂົາ, ທ້າວ ໄທ ວ່າງ ຈຶ່ງອອກອຸບາຍວ່າຈະໄປເອົາເງິນມາໃຫ້ ແລະ ອອກຈາກເຮືອນ

ໄປ, ໃນຂະນະນັ້ນ ກໍໄດ້ຮ້ອງໃຫ້ຊາວບ້ານມາຊ່ວຍເຫລືອ ແລະ ກໍມີຊາວບ້ານມາຊ່ວຍ ແລະ ສາມາດຈັບຕົວພວກ

ແອບອ້າງດັ່ງກ່າວສົ່ງໃຫ້ເຈົ້າໜ້າທີ່ດຳເນີນຄະດີ.

 

ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 1 ທັນວານີ້, ເຈົ້າໜ້າທີ່ຕ້ານຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ໄດ້ມ້າງແກ໋ງ

ຄ້າຢາໄອ ຢູ່ຕະຫລາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຈັບຜູ້ຕ້ອງຫາຄື ທ້າວ ເບົາ ອາຍຸ 54 ປີ

ສັນຊາດມຽນມາ ຢູ່ບ້ານພົງເມືອງ ເມືອງ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນມ້າ, ທ້າວ ແອ່ນ ອາຍຸ 29 ປີຢູ່ ບ້ານ

ໄຊສະຫວ່າງ ເມືອງໄຊທານີ, ທ້າວ ອີນ ອາຍຸ 31 ປີ, ທ້າວ ຄຳພຸດ ອາຍຸ 44 ປີພັກຢູ່ບ້ານຈອມແຈ້ງ ເມືອງສີສັດຕະນາກ

ແລະ ທ້າວ ສຸກ ອາຍຸ 52 ປີຢູ່ບ້ານທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ພ້ອມ ຂອງກາງຢາໄອ 10

ກິໂລ, ລົດໃຫຍ່ໜຶ່ງຄັນ, ປືນໜຶ່ງກະບອກ ແລະ ລູກກະສູນຈຳນວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດໄວ້ເປັນຫລັກຖານ

ເພື່ອດຳເນີນຄະດີຕາມລະ ບຽບກົດໝາຍ.

 

ຂະນະທີ່ທ່ານພັນໂທ ຄຳເຫລັກ ທຳມະໂກດ ຫົວໜ້າຫ້ອງສັນຕິບານ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານ

ມາ ໄດ້ກວດກາຄົນເຂົ້າ-ອອກເມືອງຜ່ານດ່ານສາກົນຂົວມິດຕະພາບ 1, ດ່ານສະຖານີລົດໄຟທ່ານາແລ້ງ ແລະ ດ່ານ

ທ້ອງຖິ່ນທ່າເດື່ອ ເມືອງຫາດຊາຍຟອງ ເຫັນວ່າ: ມີຜູ້ລະເມີດລະບຽບການເຂົ້າ-ອອກເມືອງ ຈຳນວນ 453 ຄົນ, ສ່ວນ

ຫລາຍແມ່ນຄົນຕ່າງປະເທດຢູ່ເກີນກຳນົດ, ໃຊ້ເອກກະສານຜ່ານແດນຜູ້ອື່ນ, ຜູ້ຕ້ອງຫາຄະດີຢາເສບຕິດ, ບຸກຄົນ

ຫ້າມເຂົ້າ-ອອກເມືອງ ແລະ ອື່ນໆ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...