spot_img
Homeຂ່າວຕ່າງປະເທດສັງເວີຍ 11 ສົບເຫດລົດໄຟຕຳລົດເມ ທີ່ປະເທດ ອິນໂດເນເຊຍ

ສັງເວີຍ 11 ສົບເຫດລົດໄຟຕຳລົດເມ ທີ່ປະເທດ ອິນໂດເນເຊຍ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ພະຈິກ 2023 ນີ້ກ່ຽວກັບຄວາມຄືບນ້າເຫດການລົດໄຟຕຳກັບລົດເມຂະນາດນ້ອຍ ບໍລິເວນທາງແຍກໄຟອຳນາດໃນເມືອງລູມາຈັງ ແຂວງຊະວາ ທາງພາກຕາເວັນອອກຂອງປະເທດອິນໂດເນເຊຍ ເຫດເກີດຂຶ້ນໃນເວລາ 20:00 ໂມງຂອງວັນທີ 19 ກະຈິກ 2023 ທີ່ຜ່ານມາ.

ເຈົ້າໜ້າທີ່ຕຳຫຼວດໄດ້ລະບຸວ່າ: ພົບຜູ້ເສຍຊີວິດແລ້ວຢ່າງນ້ອຍ  ຄົນໃນນັ້ນ, 10 ຄົນເສຍຊີວິດຄາທີ່ ສ່ວນອີກຄົນໜຶ່ງເສຍຊີວິດຫຼັງສົ່ງໂຕໄປໂຮງໝໍ ແລະ ໄດ້ຮັບບາດເຈັບອີກ 4 ຄົນ.

ດ້ານທາງການທ້ອງຖິ່ນໄດ້ລະບຸວ່າ: ລົດເມຂະນາດນ້ອຍໄດ້ບັນທຸກຜູ້ໂດຍສານຫຼາຍສິບຄົນ ກຳລັງເດີນທາງໄປເມືອງຊູຮາຍາບາ ສ່ວນສາເຫດເພາະບໍ່ມີໄມ້ກັ້ນລາງລົດໄຟ ແລະ ສັນຍານໄຟ ຄົນຂັບຈຶ່ງບໍ່ໄດ້ຢຸດ ແລະ ເປັນເດຫເຮັດໃຫ້ລົດໄຟຕຳເຂົ້າລົດເມຂະນາດນ້ອຍເຕັມໆ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...