Homeຂ່າວພາຍ​ໃນກຽມປັບປຸງເຮືອນ ທ່ານ ຄຳໄຕ ສີພັນດອນ ໃຫ້ເປັນສະຖານທີ່ທ່ອງທ່ຽວ

ກຽມປັບປຸງເຮືອນ ທ່ານ ຄຳໄຕ ສີພັນດອນ ໃຫ້ເປັນສະຖານທີ່ທ່ອງທ່ຽວ

Published on

ຂ່າວຈາກທ້ອງຖິ່ນລາຍງານວ່າ ທ້າຍອາທິດຜ່ານມານີ້, ທ່ານ ສຸປານີ ສີລິປຸນໂຍ ຫົວຫນ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ພ້ອມພະແນກ ການອ້ອມຂ້າງແຂວງ, ເຈົ້າເມືອງໆໂຂງ, ຫ້ອງການອ້ອມຂ້າງເມືອງ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບເຮືອນຢູ່ຂອງ ປະທານ ຄໍາ ໄຕ ສີພັນດອນ ຕັ້ງຢູ່ບ້ານຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈໍາປາສັກ ຊຶ່ງເປັນສະຖານສໍາຄັນບ້ານເກີດຂອງເພິ່ນ.

ໂອກາດນີ້, ທ່ານ ສຸປານີ ສີລິປຸນໂຍ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍຄວາມສໍາຄັນ ແຂວງຈໍາປາສັກ ໄດ້ຈັດໃຫ້ມີຫຼາຍກິດຈະກໍາເປັນຕົ້ນ: ຈັດພິທີ ປາຖະກະຖາເລົ່າມູນເຊື້ອ, ການອອກບົດຄວາມ, ບົດນໍາກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ, ການສໍາພາດ ການນໍາ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຈໍານວນຫນຶ່ງ, ໂຄສະນາ, ເຜີຍແຜ່ຊີວິດ ແລະ ການເຄື່ອນໄຫວຂອງເພິ່ນ; ສໍາມະນາ ວິທະຍາສາດ – ແນວຄິດຊີ້ນໍາ, ການຮຽບຮຽງປຶ້ມ, ການສ້າງສາລະຄະດີ, ການຈັດກິດຈະກໍາແຂ່ງຂັນ ຖາມ – ຕອບ; ການສ້າງຂະບວນການ ອອກແຮງງານ, ຕິດປ້າຍຄໍາຂວັນຕ່າງໆ, ການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ການເຄື່ອນໄຫວ, ຈັດງານໂຮມຊຸມນຸມ ແລະ ງານ ຕະຫຼາດນັດ ເພື່ອສົ່ງເສີມຜະລິດຕະພັນລາວ ຢູ່ແຂວງຈໍາປາສັກ.

ສະນັ້ນ, ຄະນະຮັບຜິດຊອບສະເຫຼີມສະຫຼອງທຸກພາກສ່ວນ ຈຶ່ງໄດ້ເຄື່ອນໄຫວລົງມາເກັບກໍາຂໍ້ມູນໃນການກະກຽມຄວາມພ້ອມຮອບດ້ານເປັນ ຕົ້ນ: ຂໍ້ມູນເຮືອນ, ສະຖານທີ່ສໍາຄັນບ່ອນເກີດ, ສະຖານທີ່ບ່ອນທໍາການຜະລິດ ແລະ ການເຄື່ອນໄຫວອື່ນໆ ເພື່ອຮັກສາໄວ້ເປັນສະຖານທີ່ທ່ອງທ່ຽວ, ເປັນບ່ອນສຶກສາຮ່ຳຮຽນ, ຮຽນຮູ້ກ່ຽວກັບປະຫວັດສາດຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ.

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...