spot_img
Homeຂ່າວຢາເສບຕິດ3 ປີ ແກ້ໄຂຄະດີຢາເສບຕິດໄດ້ 10.800 ກວ່າເລື່ອງ ຈັບຜູ້ຖືກຫາ 15.966 ຄົນ

3 ປີ ແກ້ໄຂຄະດີຢາເສບຕິດໄດ້ 10.800 ກວ່າເລື່ອງ ຈັບຜູ້ຖືກຫາ 15.966 ຄົນ

Published on

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ພະຈິກທີ່ຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສຕິດ ໄລຍະ 3 ປີ (2021-2023) ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຕໍວຽກງານ ຍົກສູງປະສິດທິພາບດ້ານການຄຸ້ມຄອງ , ຊີ້ນຳໃນການຈັດຕັ້ງປະຕິບັດ ຮອບດ້ານໃນວຽກງານການແກ້ໄຂບັນຫາຢາເສບຕິດ ຕາມຄຳຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ໂດຍສະເພາະຫຼັກການຄວາມເປັນອາຊີບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າມີຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງໃຫ້ເຫັນຕົວເລກຄະດີທີ່ແກ້ໄຂໄດ້ທັງໝົດ 10.843 ເລື່ອງ, ຈັບຜູ້ຖືກຫາ 15.966 ຄົນ, ຍິງ 1.804 ຄົນ, ຄົນຕ່າງປະເທດ 324 ຄົນ, ຍິງ 21 ຄົນ; ຢຶດຢາບ້າຊະນິດເມັດ ແລະ ເປັນຝຸ່ນ ນໍ້າໜັກລວມ 32.111,78 ກິໂລກຼາມ, ຢຶດສານເຄມີຕົ້ນປະເພດຕ່າງໆ 260 ກວ່າໂຕນ; ນອກນັ້ນ, ໄດ້ຢຶດ, ອາ ຍັດ ແລະ ຮິບຊັບສິນປະເພດພາຫະນະ, ເນື້ອທີ່ດິນ, ເຮືອນພັກໄດ້ຈໍານວນຫຼາຍ; ນໍາເອົາຜູ້ຖືກເຄາະຮ້າຍເສບຢາເສບຕິດເຂົ້າບໍາບັດປີ່ນປົວທັງໝົດ 10.900 ຄົນ, ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານ 5.734 ຄົນ, ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ, ຍິງ 104 ຄົນ (ຕົວເລກດັ່ງກ່າວຍັງບໍ່ທັນດັດຖານ, ເພາະໃນຕົວຈິງເປົ້າໝາຍຜູ້ເຄາະຮ້າຍຢູ່ແຕ່ລະທ້ອງຖິ່ນຍັງມີຫຼາຍ).

ແຫຼ່ງຂ່າວຈາກ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...