spot_img
Home​ຂ່າວບັນເທິງອາເລັກຊານດຣ້າ ບຸນຊ່ວຍ ອອກມີນິອາລະບໍ້າໃໝ່

ອາເລັກຊານດຣ້າ ບຸນຊ່ວຍ ອອກມີນິອາລະບໍ້າໃໝ່

Published on

ຕອນບ່າຍວັນທີ 5 ທັນວາ 2014 ທີ່ໂຮງແຮມເມີກຽວ ນະຄອນຫລວງວຽງຈັນ
ໄດ້ມີພິທີຖະແຫລງຂ່າວການອອກ ມິນິອາລະບ້ຳ My Radio ຊຶ່ງເປັນຜົນງານ
ຊຸດໃໝ່ຂອງ ອາເລັກຊານດຣາ ບຸນຊ່ວຍ ພາຍຫລັງງຽບຫາຍໄປຈາກວົງການ
ເພງລາວ ມາດົນພໍສົມຄວນ ໂດຍການເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ
ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ມີບັນດາແຟນເພງ ແລະ
ຜູ້ໃຫ້ການສະໜັບສະໜູນອຸປະຖຳ ເຂົ້າຮ່ວມ.

ອອກມີນິອາລະບໍ້າໃໝ່

ອາເລັກຊານດຣ້າ ບຸນຊ່ວຍ ຖະແຫລງຂ່າວ ການອອກມີນິອາລະບໍ້າໃໝ່ (ທີ່ ໂຮງແຮມ ເມີກຽວ 05/12/2014)

     ທ່ານນາງ ອາເລັກຊານດຣາ ບຸນຊ່ວຍ ໄດ້ຖະແຫລງຕໍ່ສື່ມວນຊົນວ່າ
ການຜະລິດຜົນງານເພງຊຸດໃໝ່ຫລ້າສຸດນີ້ມີຊື່ວ່າ My Radio ແນໃສ່ເອົາໃຈ
ແຟນເພງທີ່ຄອງຄອຍມາດົນ ແລະ ໄດ້ຄິດຄົ້ນແຕ່ງຂຶ້ນໃນເວລາໄປຮຽນຢູ່
ປະເທດຍີ່ປຸ່ນເປັນເວລາ 3 ປີ ຊຶ່ງເປັນເພງປະເພດຟັງສະບາຍທີ່ເປັນເອກະລັກ
ສະເພາະ ເພື່ອຜ່ອນຄາຍຄວາມອິດເມື່ອຍຈາກການເຮັດວຽກຫຼືໜ້າທີ່ການງານ
ສຳລັບຜົນງານເພງຊຶ່ງເປັນມິນິອາລາບ້ຳໃໝ່ຂອງນາງຊຸດນີ້ ປະກອບມີທັງໝົດ
4 ເພງຄື My Radio ຮັກເຈົ້າຕະຫລອດໄປ ຄົນທຳມະດາ ແລະ ເຈົ້າໄດ້ບໍ່
ຊຶ່ງຈະວາງແຜງຂາຍຕາມຮ້ານຂາຍແຜ່ນຊີດີ-ດີວີດີເພງທົ່ວໄປ ໂດຍເລີ່ມແຕ່
ວັນທີ່ 6 ທັນວາ 2014 ນີ້ເປັນຕົ້ນໄປ ໃນລາຄາ 20.000 ກີບຕໍ່ໜຶ່ງແຜ່ນ
ໂດຍລາຍໄດ້ຈາກການຂາຍແຜ່ນຊີດີເພງທັງໝົດ ຈະນຳເຂົ້າມູນນິທິບຸນຊ່ວຍ
ເພື່ອປະກອບສ່ວນຊ່ອຍເຫລືອເດັກນ້ອຍທີ່ພິການທາງສະໝອງ ຫຼື ອໍທິສຕິກ
ພ້ອມນີ້ ທ່ານນາງ ອາເລັກຊານດຣາ ຍັງເປີດເຜີຍໃຫ້ຮູ້ອີກວ່າ ໃນລະຫວ່າງ
ຕົ້ນປີ 2015 ຈະກຽມເຄື່ອນໄຫວຈັດການສະແດງຄອນເສີດໃຫ່ຍເພື່ອການກຸສົນ
ສົມທົບທຶນກຽມຄວາມພ້ອມໃຫ້ແກ່ການເປີດຫ້ອງການຂອງມູນນິທິບຸນຊ່ວຍ
ແລະ ຊື້ວັດຖຸ ອຸປະກອນຈຳເປັນຈຳນວນໜຶ່ງ ພ້ອມທັງເປັນທຶນໝູນໃຊ້ເຂົ້າ
ໃນວຽກງານ ເພື່ອຊ່ອຍເຫລືອເດັກພິການທາງສະໝອງ ຫຼື ອໍທິສຕິກ ຂອງ
ມູນນິທິດັ່ງກ່າວ.

ຂ່າວ/ພາບ: ເທບພະວົງ

ທີ່ມາ http://www.vtetoday.la/

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...