spot_img
Homeຂ່າວຕ່າງປະເທດບໍ່ຕ້ອງແຕ່ງແລ້ວ! ແຟນສາວຂໍຄ່າດອງເພີ່ມຈາກຝ່າຍຊາຍຫຼາຍ ບໍ່ເປັນຕາມຕົກລົງ ສຸດທ້າຍຍົກເລິກ ຝ່າຍຊາຍເອົາເງິນໄປທ່ຽວ

ບໍ່ຕ້ອງແຕ່ງແລ້ວ! ແຟນສາວຂໍຄ່າດອງເພີ່ມຈາກຝ່າຍຊາຍຫຼາຍ ບໍ່ເປັນຕາມຕົກລົງ ສຸດທ້າຍຍົກເລິກ ຝ່າຍຊາຍເອົາເງິນໄປທ່ຽວ

Published on

ເລື່ອງລາວດັ່ງກ່າວເປັນຂອງທ້າວຈູ ອາຍຸ 35 ປີ ສັນຊາດຈີນ ໂດຍໄດ້ພົບກັບອະດີດແຟນຜ່ານການນັດພົບກັນ ແລະ ຕັດສິນໃຈແຕ່ງດອງກັນ ຫຼັງຈາກຄົບຫາກັນໄດ້ເກືອບສິບເດືອນ.

ກ່ອນໜ້ານີ້ ທັງສອງໄດ້ຕົກລົງຄ່າດອງກັນເປັນທີ່ຮຽບຮ້ອຍ ໂດຍຢູ່ທີ່ປະມານ 188,000 ຢວນ (600 ກວ່າລ້ານກີບ) ແຕ່ເມື່ອໃກ້ຮອດມື້ງານທາງແຟນສາວກໍຂໍຄ່າດອງເພີ່ມອີກ 30,000 ຢວນ (100 ກວ່າລ້ານກີບ) ແລະ ທັງສອງກໍເລີ່ມຜິດກັນ ທາງຝ່າຍຍິງບອກວ່າຖ້າໃຫ້ບໍ່ໄດ້ກໍຄືຈົບ ຈາກນັ້ນກໍວາງສາຍໄປ, ຕັ້ງແຕ່ນັ້ນມາທັງສອງກໍບໍ່ໄດ້ຕິດຕໍ່ກັນເລີຍ ຝ່າຍຊາຍຄາດວ່າອາດເປັນການບອກເລີກ.

ຫຼັງຈາກນັ້ນທ້າວຈູ ກໍເອົາງິນຈຳນວນດັ່ງກ່າວໄປທ່ອງທ່ຽວ, ເລາະທົ່ວປະເທດຈີນ ໂດຍການເດີນທາງດ້ວຍລົດໄຟ ໃນລະຫວ່າງທາງລາວກໍໄດ້ບັນທຶກພາບບັນຍາກາດຕ່າງໆລົງໃນອອນລາຍອີກດ້ວຍ.

ທີ່ມາ:Weibo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...