spot_img
Homeຂ່າວພາຍ​ໃນພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຈັດພິທີທຳລາຍຢາ ແລະ ອຸປະກອນການແພດໝົດອາຍຸການນຳໃຊ້

ພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຈັດພິທີທຳລາຍຢາ ແລະ ອຸປະກອນການແພດໝົດອາຍຸການນຳໃຊ້

Published on

ວັນທີ 2 ພະຈິກ 2023 ພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ຈັດພິທີທຳລາຍຢາ ແລະ ອຸປະກອນການແພດໝົດອາຍຸການນຳໃຊ້, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກ ແຂວງຜົ້ງສາລີ.

ການທຳລາຍຄັ້ງນີ້ ປະກອບມີຢາ ແລະ ຜະລິດຕະພັນການແພດ ທີ່ທາງຂະແໜງອາຫານ ແລະ ຢາ ຍຶດມາໄດ້ຈາກດ່ານສາກົນປາງຫົກ ປະກອບມີ ສິນຄ້າຢາເຖື່ອນ ມີຄື: ຢານໍ້າ, ຢາເມັດ, ອຸປະກອນການແພດ, ຢາສູບໄຟຟ້າ, ອາຫານ, ອາຫານເສີມ ທີ່ເປັນສິນຄ້ານຳເຂົ້າບໍ່ຖືກຕ້ອງ ລວມ 40 ກວ່າລາຍການ ມູນຄ່າ 128.102.587 ກີບ, ການທຳລາຍຄັ້ງນີ້ ບາງຊະນິດແມ່ນໄດ້ຈູດທຳລາຍ ແລະ ບາງຊະນິດແມ່ນໄດ້ຂຸດຂຸມຝັງເພື່ອຮັບປະກັນຄວາມປອດໄພ.

ການທຳລາຍໃນຄັ້ງນີ້ ກໍເພື່ອເປັນການປົກປ້ອງຄວາມປອດໄພຂອງຜູ້ຊົມໃຊ້, ຍົກສູງປະສິດທິພາບທາງດ້ານການຢາ, ການບໍລິການທາງການແພດພາຍໃນແຂວງຜົ້ງສາລີ ໃຫ້ມີຄວາມປອດໄພ ແລະ ຮັບປະກັນການປິ່ນປົວສຸຂະພາບໃຫ້ສູງຂື້ນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...