spot_img
Homeຂ່າວຕ່າງປະເທດແຂກໃນງານແຕ່ງດອງງົງ ຈັດງານສຸດຫຼູແຕ່ເສີບເຂົ້າກ່ອງ

ແຂກໃນງານແຕ່ງດອງງົງ ຈັດງານສຸດຫຼູແຕ່ເສີບເຂົ້າກ່ອງ

Published on

ເວັບໄຊ້ຂ່າວຕ່າງປະເທດໃນວັນທີ 1 ພະຈິກ 2023 ຜ່ານມາລາຍງານເລື່ອງລາວທີ່ເປັນກະແສຈາກສື່ສັງຄົມອອນລາຍໃນຈີນ ເຊິ່ງເປັນງານແຕ່ງດອງຂອງຄູ່ບ່າວ-ສາວ ຄູ່ໜຶ່ງທີ່ຈັດງານວິວາແບບຍິ່ງໃຫຍ່ ໃນໂຮງແຮມຫຼູ ແຕ່ອາຫານທີ່ນຳມາໃຫ້ແຂກໃນງານຮັບປະທານເປັນເຂົ້າກ່ອງ ຄົນລະກ່ອງເທົ່ານັ້ນ ຈຶ່ງເຮັດໃຫ້ແຂກທີ່ມາຮ່ວມງານຕ່າງກໍພາກັນຕະລຶງໄປພ້ອມໆກັນ.

ຕາມການລາຍງານຈາກສື່ທ້ອງຖິ່ນ ເຜີຍແຜ່ຄລິບວີດີໂອໃນງານແຕ່ງດອງດັ່ງກ່າວສະແດງໃຫ້ເຫັນແຂກທີ່ເຂົ້າຮ່ວມງານ ແລະ ໄດ້ເປັນຖົງຢາງໃຫຍ່ສີແດງ ເຊິ່ງພາຍໃນຖົງມີເຂົ້າກ່ອງ ເພື່ອແຈກຈ່າຍສຳລັບຄົນລະ 1 ກ່ອງ ໂດຍມີລາຄາ 1 ກ່ອງປະມານ 50 ຢວນຫຼືປະມານ 180.000 ກີບ.

ຢ່າງໃດກໍຕາມເລື່ອງລາວດັ່ງກ່າວເປັນປະເດັນໂຕ້ຖຽງກັນໃນສື່ສັງຄົມອອນລາຍຢ່າງຫຼວງຫຼາຍ ເຮັດໃຫ້ຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນວ່າ: ເຂົ້າກ່ອງໃນງານແຕ່ງແບບນີ້ຫາກໍເຄີຍເຫັນເປັນຄັ້ງທຳອິດ, ບາງຄົນກໍບອກວ່າ: ເປັຍພາບທີ່ໜ້າອາຍ ບໍ່ມີໃຫ້ເລີຍຈະດີກວ່າ.

ໃນຂະນະດຽວກັນບາງຄົນກໍສະແດງຄວາມຄິດເຫັນທີ່ແຕກຕ່າງເຊັ່ນ: ນີ້ອາດເປັນເຂົ້າສວຍງ່າຍໆ ກ່ອນຈະຮອດການຈັດງານລ້ຽງໃຫຍ່ໃນຕອນແລງ ແລະ ກຸ່ມຄົນເຫຼົ່ານີ້ກໍອາດເປັນຍາດພີ່ນ້ອງ, ໝູ່ເພື່ອນ ຫຼື ຄອບຄົວທີ່ມາຊ່ວຍກະກຽມງານກໍເປັນໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...