Homeຂ່າວການທູດທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ

ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ

Published on

ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ເປເຕຼີ ປາເວວ (H.E Mr. Petr Pavel), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ເຊັກ ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນຫຼວງ ແບກແລງ ປະເທດເຢຍລະມັນ, ໂດຍພິທີຍື່ນສານຕາຕັ້ງ ໄດ້ຈັກຂຶ້ນເມື່ອບໍ່ດົນມານີ້ ຢູ່ສໍານັກງານປະທານາທິບໍດີ (Prague Castle) ນະຄອນຫຼວງ ປຣາກ ສາທາລະນະລັດ ເຊັກ.

ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ ທີ່ໄດ້ຮັບການແຕ່ງຕັ້ງ ຈາກປະທານປະເທດ ແຫ່ງ ສປປ ລາວ ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ເຊັກ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ ແລະ ພ້ອມທັງອວຍພອນ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ ຢູ່ ສາທາລະນະລັດ ເຊັກ ແລະ ປະເທດ ທີ່ຮັບຜິດ ຊອບ.

ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວ ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ເປເຕຼີ ປາເວວ, ປະທານາ ທິບໍດີ ແຫ່ງ ສາທາລະນະລັດ ເຊັກ ແລະ ຜ່ານ ພະນະທ່ານປະທານາທິບໍດີ ໄປຍັງ ລັດຖະບານ ແລະ ປະຊາຊົນ ເຊັກ ທຸກຖ້ວນໜ້າ ແລະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສ.ເຊັກ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1962 ເປັນຕົ້ນມາ.

ພ້ອມກັນນັ້ນ, ທ່ານ ທູດ ກໍໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ສ.ເຊັກ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດ ແດ່ ພະນະທ່ານ ປະທານາທິບໍ ດີ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ລວມທັງ ປະຊາຊົນ ສ.ເຊັກ ທຸກຖ້ວນໜ້າ ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.

ພາຍຫຼັງການຍື່ນສານຕາຕັ້ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາທູຕານຸທູດ ປະຈໍາ ສ.ເຊັກ ແລະ ງານລ້ຽງຮັບຮອງໃນໂອກາດສະເຫຼີມສະຫຼອງວັນຊາດ ສ.ເຊັກ ຄົບຮອບ 105 ປີ ຈັດໂດຍປະທານາທິບໍດີ ແຫ່ງ ສ.ເຊັກ ທີ່ ນະຄອນຫຼວງ ປຣາກ.

ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ພົບປະເຮັດວຽກກັບ ທ່ານຫົວໜ້າກົມພິີທີການທູດ ແລະ ກົມອາຊີ, ກະຊວງການຕ່າງປະເທດ ສ.ເຊັກ ເພື່ອເປັນການສະເໜີຕົວ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບຊ່ອງທາງສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມພົບປະ ກັບ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ.ເຊັກ ແລະ ພົບປະກັບສະມາຄົມຄົນເຊື້ອຊາດລາວອີກດ້ວຍ.

ຂ່າວ: ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...