spot_img
Homeຂ່າວອຸບັດຕິເຫດເຫດຄົນຕົກທ້າຍລົດກະບະເສຍຊີວິດ ຢູ່ເສັ້ນທາງ ທະໜົນ R4 ທາງ ຫຼວງແຫ່ງຊາດ

ເຫດຄົນຕົກທ້າຍລົດກະບະເສຍຊີວິດ ຢູ່ເສັ້ນທາງ ທະໜົນ R4 ທາງ ຫຼວງແຫ່ງຊາດ

Published on

ອີງຕາມ ຂ່າວ ປກສ ແຂວງ ໄຊຍະບູລີ ລາຍງານໃນວັນທີ 1 ພະຈິກ 2023 ນີ້ໃຫ້ຮູ້ວ່າ: ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 28 ຕຸລາ 2023 ທີ່ຜ່ານມາໄດ້ເກີດອຸບັດຕິເຫດ ຢູ່ເສັ້ນທາງ ທະໜົນ R4 ທາງຫຼວງແຫ່ງຊາດ ຂອບເຂດບ້ານ ນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ມີຄົນນັ່ງທ້າຍລົດກະບະ ວິໂກ ຕົກອອກຈາກລົດເສຍຊີວິດ ,ລົດກະບະ ຍີ່ຫໍ້ໂຕໂຍຕາ ວິໂກ ສີປອນເງິນ ທະບຽນ ກຂ 3779 ໄຊຍະບູລີ ຂັບຂີ່ໂດຍ:ທ້າວ ສຸລິນ ອິນທະວົງ ອາຍຸ 42 ປີ ອາຊີບ ປະຊາຊົນ ປະຈຸບັນຢູ່ ບ້ານ ທ່າປໍ ເມືອງປາກລາຍ ແຂວງໄຊຍະບູລີ ຂັບຂີ່ລົດອອກຈາກບ້ານທ່າປໍ ເພື່ອເຂົ້າມາຕົວເມືອງປາກລາຍ.

ຕາມການລາຍງານ: ມີຜູ້ນັ່ງທ້າຍກະບະມານຳ 2 ຄົນຊື່ ທ້າວ ພອນປະເສີດ ອາຍຸ 50 ປີ ອາຊີບປະຊາຊົນ ແລະ ທ້າວ ຊາລັນ ອາຍຸ 2 ປີເປັນຫຼານຂອງຜູ້ກ່ຽວ ຢູ່ບ້ານ ທ່າປໍ ເມືອງປາກລາຍ ແຂວງໄຊຍະບູລີ ພໍມາຮອດຈຸດເກີດເຫດດັ່ງກ່າວຜູ່ຂັບລົດໄດ້ແລ່ນລົດໄວເປັນເສັ້ນທາງໂຄ້ງທາງເປັນຂຸມ ຈຶ່ງເຮັດໃຫ້ ທ້າວ ພອນປະເສີດ ແລະ ທ້າວ ຊາລັນ ຟົ້ງອອກຈາກທ້າຍກະບະລົດ ຫົວນອກພື້ນ ເຮັດໃຫ້ທ້າວ ພອນປະເສີດ ເຈັບສາຫັດ ແລ້ວນຳສົ່ງໂຮງໝໍເມືອງປາກລາຍ ແລ້ວຜູ່ກ່ຽວກໍເສຍຊີວິດໃນເວລາຕໍ່ມາ, ສ່ວນທ້າວ ຊາລັນ ຜູ້ເປັນຫຼານແມ່ນໄດ້ຮັບບາດເຈັບເລັກນ້ອຍ ສະພາບສະຖານທີ່ເກີດອຸບັດຕິເຫດ ເປັນເສັ້ນທາງປູຢາງ, ເປັນຂຸມທາງໂຄ້ງອສ່ວນສາເຫດເກີດຍ້ອນ ຂັບຂີ່ລົດໄວ ເປັນໂຄ້ງ ເປັນຂຸມ ຈຶ່ງເຮັດໃຫ້ຄົນຕົກຈາກລົດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...