ສຳເລັດກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

0
518

ກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນແຕ່ວັນທີ 23-26 ຕຸລາ 2023 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໂດຍມີບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ເລຂາຄະນະພັກແຂວງຈຳນວນໜຶ່ງ ເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ຕິດພັນກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ; ຕີລາຄາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2023 ແລະ ທິດທາງການເຄື່ອນໄຫວວຽກງານ ປະຈໍາປີ 2024. ນອກຈາກນັ້ນ, ກອງປະຊຸມໄດ້ເຊື່ອມຊຶມກຳແໜ້ນ ເນື້ອໃນຈິດໃຈສຳຄັນກ່ຽວກັບການດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກ ແລະ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ແລະ ເອກະສານສໍາຄັນຈໍານວນໜຶ່ງ, ພ້ອມທັງໄດ້ວາງທິດທາງ ວຽກງານຈຸດສຸມໃນການນໍາພາ-ຊີ້ນໍາ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ຂອງພັກ.

ກອງປະຊຸມໄດ້ເປັນເອກະພາບຕີລາຄາວ່າ: ໃນປີຜ່ານມາ ສະພາບການຂອງພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ເຄັ່ງຕຶງ ເຊິ່ງໄດ້ສົ່ງຜົນກະທົບໜັກໜ່ວງຕໍ່ເສດຖະກິດໂລກ ແລະ ສົ່ງຜົນກະທົບໂດຍກົງຕໍ່ປະເທດພວກເຮົາ, ພ້ອມກັນນັ້ນ, ສະພາບຢູ່ພາຍໃນປະເທດຍັງສືບຕໍ່ປຜະເຊີນໜ້າກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້ສູງ, ອັດຕາແລກປ່ຽນຜັນຜວນ, ຄ່າຄອງຊີບທີ່ນັບມື້ນັບສູງຂຶ້ນ, ບວກກັບໄພພິບັດທໍາມະຊາດ, ບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໄດ້ກະທົບຕໍ່ ຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົບັນນ ຫລາຍພໍສົມຄວນ, ແຕ່ພາຍໃຕ້ການນໍາພາຢ່າງໃກ້ຊິດ ຂອງສູນກາງພັກ, ການຄຸ້ມຄອງ ຂອງລັດຖະບານ ແລະ ການຕິດຕາມ, ກວດກາ ຂອງສະພາແຫ່ງຊາດ, ຄວາມເປັນເຈົ້າການ ຂອງອົງການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ເຮັດໃຫ້ບັນຫາເຄັ່ງຮ້ອນທີ່ກ່າວມາຂ້າງເທິງນັ້ນ ຖືກຄວບຄຸມ ບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດການຮ້າຍແຮງ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ; ລັດຖະບານ ໄດ້ຕັ້ງໜ້າຊອກມາດຕະການແກ້ໄຂບັນຫາຕ່າງໆ ເພື່ອເຮັດໃຫ້ເສດຖະກິດຄ່ອຍປັບຕົວດີຂຶ້ນ; ສາມາດຮັກສາຈັງຫວະການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງໃນລະດັບ 4,2%; ການຈັດເກັບລາຍຮັບກໍບັນລຸຕາມແຜນທີ່ມະຕິສະພາຮັບຮອງ, ຫລາຍທ້ອງຖິ່ນເກັບໄດ້ເກີນແຜນ; ອັດຕາເງິນເຟີ້ ເຖິງວ່າຍັງສູງ ແຕ່ກໍມີທ່າອ່ຽງຫລຸດລົງ ຈາກ 41,26% ໃນເດືອນກຸມພາ ຫລຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາທີ່ຜ່ານມານີ້; ການຊຳລະໜີ້ສິນຕ່າງປະເທດສາມາດປະຕິບັດໄດ້ຕາມແຜນ; ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ຄ່ອຍໄດ້ຮັບການປັບປຸງ, ການຜະລິດຂອງປະຊາຊົນຢູ່ຫລາຍທ້ອງຖິ່ນໄດ້ຮັບການຊຸກຍູ້ສົ່ງເສີມເປັນຂະບວນຟົດຟື້ນ.

ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງພັກ-ລັດເຮົາ ຍັງສາມາດດໍາເນີນໄປຕາມຍຸດທະສາດ ທີ່ວາງໄວ້, ສາມາດ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສາມາດສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສືບຕໍ່ໄດ້ຮັບການສະໜັບສະໜູນຈາກປະເທດເພື່ອນມິດ, ອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ດ້ວຍຄວາມຮັບຜິດຊອບສູງດ້ານການເມືອງ, ກອງປະຊຸມໄດ້ປຶກສາຫາລືຢ່າງກົງໄປກົງມາ ແລະ ຊີ້ໃຫ້ເຫັນບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ກາລະໂອກາດ, ລວມທັງບັນດາສາເຫດຕົ້ນຕໍ ຂອງສະພາບຄວາມຫຍຸ້ງຍາກຜ່ານມາ ເພື່ອພ້ອມກັນຕັດສິນໃຈແກ້ໄຂຢ່າງເອົາຈິງເອົາຈັງ. ກອງປະຊຸມໄດ້ເປັນເອກະພາບຊີ້ນຳການສ້າງແຜນການປີ 2024 ຕ້ອງເປັນແຜນທີ່ມີລັກສະນະບຸກທະລຸ ຢ່າງແຂງແຮງ ແລະ ມີຈຸດສຸມ ເພື່ອຍູ້ແຮງການປະຕິບັດມະຕິ 11 ຂອງພັກ ໃນເຄິ່ງທ້າຍສະໄໝ. ໃນນັ້ນ ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນຂອງປະເທດຊາດຢ່າງເປັນຂະບວນການທີ່ກວ້າງຂວາງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ໂດຍສະເພາະແມ່ນ ບັນຫາເງິນເຟີ້, ສະພາບເງິນກີບອ່ອນຄ່າ, ອັດຕາແລກປ່ຽນເງິນຕາຜັນຜວນ ແລະ ຄ່າຄອງຊີບສູງ; ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ເປັນບຸລິມະສິດ; ພ້ອມກັນນັ້ນ, ກໍເອົາໃຈໃສ່ແກ້ໄຂ, ຟື້ນຟູ ຜົນກະທົບ ຈາກໄພທໍາມະຊາດ, ວາງແຜນປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມປ່າ; ຊີ້ນໍາ, ຕິດຕາມ, ຊຸກຍູ້, ປຸກລະດົມຂະບວນການຜະລິດ ຂອງປະຊາຊົນ ຢ່າງເປັນຂະບວນການຟົດຟື້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານໃຫ້ໜັກແໜ້ນ; ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ສືບຕໍ່ປັບປຸງວຽກງານສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທຳ, ການສ້າງວຽກເຮັດງານທຳ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ໄພສັງຄົມຕ່າງໆ.

ນອກຈາກນັ້ນ, ສຸມໃສ່ຊີ້ນຳວຽກງານຈຸດສຸມຈຳນວນໜຶ່ງ, ເປັນຕົ້ນ ສືບຕໍ່ຊີ້ນໍາການປະຕິບັດວຽກງານຂອງຄະນະສະເພາະກິດ 19/ກມສພ ແລະ ຄະນະປະຕິຮູບລັດວິສາຫະກິດ ໃນການແກ້ໄຂບັັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ສັງຄົມມີຄວາມສະຫງົບປອດໄພ, ປັບປຸງກໍາລັງປະກອບອາວຸດປະຊາຊົນໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ; ກະກຽມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ໃຫ້ໄດ້ຮັບຜົນດີ; ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ; ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ເອົາໃຈໃສ່ກະກຽມສະເຫລີມສະຫລອງວັນສໍາຄັນຂອງພັກ, ຂອງຊາດ, ຂອງກໍາລັງປະກອບອາວຸດ, ໃຫ້ມີເນື້ອໃນເລິກເຊິ່ງ ແລະ ບັນຍາກາດຟົດຟື້ນ; ເອົາໃຈໃສ່ກະກຽມເປັນປະທານ ອາຊຽນ ແລະ ປີທ່ອງທ່ຽວລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດ.

ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ, ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ເສຍສະລະ, ເປັນເຈົ້າການໃນການຕັດສິນໃຈບຸກບືນສູ້ຊົນຢ່າງສຸດຂີດ ໃນການແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ຕັດສິນໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ແຫຼ່ງຂ່າວ ປະເທດລາວ