spot_img
Homeຂ່າວຢາເສບຕິດຊົມເຊີຍ! ແຂວງສາລະວັນ ຈັດພິທີທຳລາຍຢາເສບຕິດ

ຊົມເຊີຍ! ແຂວງສາລະວັນ ຈັດພິທີທຳລາຍຢາເສບຕິດ

Published on

ວັນທີ 20 ຕຸລາຜ່ານມາ, ແຂວງສາລະວັນ ໄດ້ຈູດທຳລາຍຢາເສບຕິດເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ (12 ຕຸລາ 2001 – ວັນທີ 12 ຕຸລາ 2023) ໂດຍມີ ພົຈວ ພູວັນ ພິມມະຈັນ ຫົວໜ້າກອງບັນຊາການທະຫານແຂວງ, ມີຄະນະປະຈໍາພັກ-ກໍາມະການພັກແຂວງ, ພະນັກງານທະຫານ-ຕຳຫຼວດ, ພ້ອມດ້ວຍພະແນກການອ້ອມຂ້າງ, ອົງການປົກຄອງ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ພັອ ເອກະລາດ ແທ່ງສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ໄດ້ຜ່ານບົດລາຍງານ, ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ພັກ-ລັດຖະບານ ໄດ້ຖືເປັນສຳ ຄັນໃນການແກ້ໄຂບັນຫາຢາເສບຕິດຫັນເປັນວາລະແຫ່ງຊາດທີ່ພົນລະເມືອງລາວທຸກຊັ້ນຄົນໃນສັງຄົມ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ການສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ປີນີ້ພະນັກງານທີ່ຖືກມອບໝາຍ ໄດ້ເພີ່ມທະວີໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທັງໄດ້ເຄື່ອນໄຫວລົງເລິກໃນການໂຄສະນາໃຫ້ຮູ້ໄດ້ຜົນຮ້າຍ ແລະ ໄພອັນຕະລາຍຈາກຢາເສບຕິດທັງຜູ້ຂາຍ ແລະ ຜູ້ເສບ ເພາະຢາເສບຕິດໄດ້ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອ’ຊາດ, ບ້ານ, ເມືອງໂດຍກົງ. ຈາກນັ້ນ, ກໍສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມ ແລະ ແຊກຊຶມເລິກເຂົ້າຫາຊາວ ໜຸ່ມ, ເຍົາວະຊົນ, ອະນຸຊົນທີ່ເປັນໜໍ່ແໜງຂອງຊາດ.

ໄລຍະ 1 ປີຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງສາລະວັນ ສາມາດມ້າງລາຍຄະດີຢາເສບ ຕິດ ແລະ ສານຕັດສິນໃຊ້ໄດ້ຢ່າງເດັດຂາດມີທັງໝົດ 253 ເລື່ອງ, ມີນັກໂທດ 312 ຄົນ ຍິງ 26 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ເກືອບ 4 ແສນເມັດ, ຢາໄອສ໌ 2 ກິໂລ ແລະ ເຄື່ອງຂອງກາງອື່ນໆ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...