spot_img
Home​ຂ່າວທ່ອງທ່ຽວພູຫົວໂລ້ນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນຕອນນີ້!

ພູຫົວໂລ້ນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນຕອນນີ້!

Published on

ພູຫົວໂລ້ນເປັນໜຶ່ງໃນສະຖານທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນຕອນນີ້, ບໍ່ວ່າຈະເປັນການຍ່າງ ຫຼື ໄປນອນເຕັ້ນ ເພື່ອດື່ມດຳກັບບັນຍາກາດ ແລະ ທິວທັດທີ່ສວຍສົດງົດງາມ ເຊິ່ງໃນແຕ່ມື້ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ຽວຊົມພູດັ່ງກ່າວ.

ເຮັດໃຫ້ຫຼາຍຄົນໃຫ້ຄວາມສົນໃຈວ່າ ພາກສ່ວນໃດ ຫຼື ບຸກຄົນໃດ ເປັນເຈົ້າຂອງ ຫຼື ຄຸ້ມຄອງຢູ່, ເຊິ່ງທາງທີມງານລາວໂພສເຮົາກໍໄດ້ຖືໂອກາດຕິດຕໍ່ສຳພາດຜູ້ເປັນລູກຂອງເຈົ້າຂອງແຫຼ່ງທ່ອງທ່ຽວພູຫົວໂລ້ນ ໂດຍໃຫ້ຮູ້ວ່າ:

ທ່ານ ໜາວເຊັງ ເຮີຫວ່າງຕົວ ອາຍຸ 64 ປີ ຊົນເຜົາມົ້ງ ເປັນເຈົ້າຂອງດິນເຂດພູຫົວໂລ້ນ ທີ່ກາຍເປັນແຫຼ່ງທ່ອງທ່ຽວຍອດນິຍົມໃນຕອນນີ້, ມີເນື້ອທີ່ທັງໝົດຫຼາຍກວ່າ 100 ເຮັກຕາ. ເຊິ່ງເເຕ່ກ່ອນເເມ່ນເປັນພຽງຄັງສັດ (ລ້ຽງງົວ ແລະ ຄວາຍ) ເເຕ່ເນື່ອງຈາກພູຫົວໂລ້ນມີຄວາມເປັນເອກະລັກພິເສດມີຄວາມສວຍງາມ ຈຶ່ງເລີ່ມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ເເລະ ຕ່າງປະເທດ.

ເຊິ່ງທາງເຈົ້າຂອງເອງກໍມີເເຜນທີ່ຈະຄຸ້ມຄອງ ເເລະ ພັດທະນາໃຫ້ການເປັນເເຫຼ່ງທ່ອງທ່ຽວເພື່ອຮອງຮັບນັກທ່ອງທ່ຽວ ແລະທາງພາກລັດກໍໄດ້ເອົາໃຈໃສ່ຕໍ່ກັບວຽກງານການທ່ອງທ່ຽວເພື່ອຮອງຮັບປີທ່ອງທ່ຽວ2024. ສະນັ້ນ, ຈຶ່ງໄດ້ຮັບການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງເປັນຕົ້ນເເມ່ນພະເເນກຖະເເຫຼງຂ່າວວັດທະນາທໍາ ເເລະ ທ່ອງທ່ຽວເເຂວງ. ດັ່ງນັ້ນ, ທາງເຈົ້າຂອງທີ່ດິນຈຶ່ງໄດ້ຂຽນບົດວິພາກເສດຖະກິດເພື່ອຂໍອານຸຍາດດຳເນີນທຸລະກິດໄປຕາມຂັ້ນຕອນ. ປັດຈຸບັນ ເເມ່ນໄດ້ຮັບການອານຸຍາດຈາກພາກສ່ວນທີ່ກ່ຽວຂ້ອງເເລ້ວ.

ສຳລັບແຫຼ່ງທ່ອງທ່ຽວພູຫົວໂລ້ນຍັງໄດ້ໄດ້ວາງແຜນອະນາຄົດວ່າ ຍັງຈະສືບຕໍ່ສ້າງເຮືອນພັກ ແລະ ຮ້ານອາຫານເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ (ເປັນແຜນອະນາຄົດ).

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...