spot_img
Homeຂ່າວການຢ້ຽມຢາມນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ  ຊາອຸດິດ ອາຣັບບີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ  ຊາອຸດິດ ອາຣັບບີ

Published on

ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ ນະຄອນຫຼວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ, ໃນວັນທີ 20 ຕຸລາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ໂມຮາເມັດ ບິນ ຊາລມານ ອາລ ຊາອຸດ, ອົງມົງກຸດຣາຊະກຸມ ມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ , ເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການການພັດທະນາຍິ່່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ໃນການຈັດກອງປະຊຸມສຸດຍອດ ອາຊຽນ-ຈີຊີຊີ ດ້ວຍຜົນສໍາເລັດອັນຈົບງາມ, ທັງໄດ້ສະແດງຄວາມຂອບໃຈໃນການໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ແລະ ຍັງໄດ້ສະແດງຄວາມຂອບໃຈ ລັດຖະບານ ຊາອຸດິດ ອາຣັບບີ ກໍຄື ສະຫະພັນບານເຕະ ແຫ່ງ ຊາອຸດິດ ອາຣັບບີ ທີ່ໄດ້ເຊື້ອເຊີນ ແລະ ສະໜັບສະໜູນ ໃຫ້ແກ່ ທີມບານເຕະຍິງແຫ່ງຊາດລາວ ເຂົ້າຮ່ວມການແຂ່ງຂັນມິດຕະພາບບານເຕະຍິງສາກົນ ທີ່ ອາຣັບບີ ຊາອຸດິດ ໃນເດືອນກັນຍາ 2023 ຜ່ານມາ. ໃນຂະນະດຽວກັນ, ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ພຶດສະພາ 1990, ຊຶ່ງປີນີ້ແມ່ນຄົບຮອບ 33ປີ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ປຶກສາຫາລືກັນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມທັງການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ເພື່ອເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການລົງທຶນ, ກະສິກໍາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ.

ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍ ອາຣັບບີ ຊາອຸດິດ ຊາບກ່ຽວກັບສະພາບການພາຍໃນໂດຍຫຍໍ້ຂອງ ສປປ ລາວ, ການກະກຽມເປັນປະທານອາຊຽນ ແລະ ແຜນການເປີດປີທ່ອງທ່ຽວລາວ ໃນປີ 2024 ເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ມາຢ້ຽມຢາມ ສປປ ລາວ ລວມເຖິງປະຊາຊົນ ອາຣັບບີ ຊາອຸດິດ, ພ້ອມດຽວ ກັນນີ້ກໍ່ໄດ້ເຊື້ອເຊີນນັກລົງທຶນຈາກ ຊາອຸດິດ ອາຣັບບີ  ເຂົ້າມາລົງທຶນໃນຂະແໜງການທີ່ເຫັນວ່າ ສປປ ລາວ ມີທ່າແຮງ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານຕ່າງໆ ຢູ່ ສປປ ລາວ ເພື່ອກະຕຸກຊຸກຍູ້ການພັດທະນາເສດ ຖະກິດຂອງຊາດ, ໂດຍສະເພາະທາງດ້ານການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ຄົມມະນາຄົມ, ອຸດສາຫະກໍາການຜະລິດ, ບໍ່ແຮ່, ອຸດສາຫະກໍານໍ້າມັນ, ໄຟຟ້າ, ພະລັງງານສະອາດ, ການທ່ອງ ທ່ຽວ ແລະ ອື່ນ. ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອານາຄົດອັນໃກ້ນີ້ ໃນເວລາທີ່ມີຄວາມສະດວກ, ຊຶ່ງ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ກໍ່ສະແດງຄວາມຍິນດີຕ້ອບຮັບ ແລະ ຈະຈັດສັນຫາເວລາອັນເໝາະສົມ ເພື່ອເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...