spot_img
Homeຂ່າວພາຍ​ໃນຕ້ອງການຄວາມຊ່ວຍເຫຼືອດ້ານການແພດສຸກເສີນ ໃຫ້ໂທຫາສາຍດ່ວນ 1195

ຕ້ອງການຄວາມຊ່ວຍເຫຼືອດ້ານການແພດສຸກເສີນ ໃຫ້ໂທຫາສາຍດ່ວນ 1195

Published on

ມະຫາວິທະຍາໄລສຶກຸບະ ແລະ ບໍລິສັດໄອທີຂອງຍີ່ປຸ່ນ (Japan Research Institute for Social Systems) ໄດ້ສ້າງຕັ້ງ ສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດ ດ້ານການແພດສຸກເສີນ ທີ່ໂຮງໝໍມິດຕະພາບ ຜ່ານການຮ່ວມມືກັບອົງການໄຈກາ ແລະ ໂຮງໝໍມິດຕະພາບ.

ພາຍໃຕ້ການຮ່ວມມືກັບໜ່ວຍງານກູ້ໄພຈຳນວນຫ້າກຸ່ມປະກອບມີ: ກູ້ໄພນະຄອນຫລວງ (1624), ໜ່ວຍກູ້ໄພມູນນິທິ (1623), ສູນຮັບແຈ້ງເຫດແລະສັ່ງການໜ່ວຍກູ້ຊີບອົງການກາແດງລາວ (1625), ກູ້ໄພມູນນິທິຈີນ (1628), ມູນນິທິຮ່ວມໃຈ (1630) ໄດ້ເຫັນດີຕົກລົງເປີດນຳໃຊ້ ເບີໂທສຸກເສີນທີ່ເປັນສູນລວມ “1195” ຢ່າງເປັນທາງການຕັ້ງແຕ່ວັນທີ 16 ຕຸລາ 2023 ເປັນຕົ້ນໄປ, ເຊິ່ງໄລຍະຜ່ານມາ, ໜ່ວຍກູ້ໄພແຕ່ລະກຸ່ມມີເບີໂທສຸກເສີນ ເປັນຂອງຕົນເອງ ແລະ ໃຫ້ການຊ່ວຍເຫລືອດ້ານການແພດສຸກເສີນຂອງໃຜລາວ ເຊິ່ງເປັນເຫດໃຫ້ບາງຄັ້ງ ມີລົດສຸກເສີນຈຳນວນຫລາຍຄັນຖືກສົ່ງໄປບ່ອນເກີດເຫດຈຸດດຽວກັນ. ສະນັ້ນ ການເປີດນຳໃຊ້ເບີ 1195 ຜ່ານສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານການແພດສຸກເສີນ ຈະຊ່ວຍໃນການປະສານງານກັບໜ່ວຍກູ້ໄພໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ.

ຍິ່ງໄປກວ່ານັ້ນ, ຢູ່ສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານການແພດສຸກເສີນ ໄດ້ນຳໃຊ້ລະບົບ ສະໜັບສະໜູນ ການບໍລິການ ການແພດສຸກເສີນ ເຊິ່ງມັນຈະຊ່ວຍໃຫ້ໂຮງໝໍສູນກາງຈຳນວນສາມແຫ່ງ (ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍມະໂຫສົດ) ແລະ ກຸ່ມຂອງໜ່ວຍງານກູ້ໄພ ໄດ້ມີການແບ່ງປັນຂໍ້ມູນເຊິ່ງກັນແລະກັນ ກ່ຽວກັບອຸບັດຕິເຫດ, ການບາດເຈັບ, ຈຸດທີ່ຕັ້ງຂອງລົດສຸກເສີນ ແລະ ຍັງສາມາດນຳເອົາຂໍ້ມູນທີ່ບັນທຶກໃນລະບົບ ມາປະເມີນຜັນເພື່ອປັບປຸງມາດຕະການ ແລະການບໍລິການໄດ້ອີກ. ທັງໝົດນີ້ ຈະຊ່ວຍໃຫ້ການຈັດສົ່ງຄົນເຈັບໄປຫາໂຮງໝໍໄດ້ໄວຂຶ້ນ.

ຖ້າຕິດຕໍ່ບໍ່ໄດ້ກະລຸນາໂທ: 021 711841

ຂໍ້ມູນ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...