spot_img
Homeນານາສາລະ4 ວິທີທີ່ຊ່ວຍໃຫ້ອາການສະເອິກຂອງທ່ານດີຂຶ້ນ

4 ວິທີທີ່ຊ່ວຍໃຫ້ອາການສະເອິກຂອງທ່ານດີຂຶ້ນ

Published on

ອາການສະເອິ ເປັນໜຶ່ງໃນອາການທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ ແລ້ວເມື່ອເວລາຄົນເຮົາເກີດອາການສະເອິແລ້ວຍັງຮູ້ສຶກກວນໃຈ ດັ່ງນັ້ນມື້ນີ້ທີມງານລາວໂພສຈຶ່ງຫາວິທີແກ້ອາການສະເອິງ່າຍໆພາຍໃນ 3 ນາທີ ແລະ ມາຮູ້ພ້ອມກັນວ່າອາການສະເອິເກີດຂຶ້ນມາຈາກຫຍັງ?

ສາເຫດຂອງອາການສະເອິເກີດຈາກການຫົດເກັງກະບັງລົມ (ກ້າມເນື້ອທາງເດີນຫາຍໃຈ) ໂດຍບໍ່ໄດ້ຕັ້ງໃຈເນື່ອງຈາກກະບັງລົມ ແລະ ກ້າມເນື້ອລະຫວ່າງກະດຼກຂ້າງເຮັດວຽກບໍ່ປົກກະຕິ ຫຼື ຈະ ມີ ສາເຫດອື່ນໆເຊັ່ນ: ລະບົບປະສາດທີ່ຄວບຄຸມກະບັງລົມ ຖືກລົບກວນ, ການຂະຫຍາຍໂຕຂອງກະເພາະອາຫານຫຼາຍເກີນໄປ, ການປ່ຽນແປງອຸນຫະພູມຫ້ອງຢ່າງວ່ອງໄວ, ການດື່ມເຄື່ອງດື່ມທີ່ມີແອວກໍຮໍຫຼາຍ, ປັດໃຈດ້ານຈິດໃຈເຊັ່ນ: ຄຽດ, ຕື່ນເຕັ້ນ, ຢ້ານ.

ສ່ວນວິທີແກ້ອາການສະເອິມີ 4 ວິທີຄື:

ວິທີທີ່ 1 ຫາຍໃຈເຂົ້າເລິກໆ ແລ້ວກັ້ນໃຈໄວ້ 10 ວິນາທີ, ຫາຍໃຈອອກແລ້ວດື່ມນ້ຳຕາມທັນທີ.

ວິທີທີ່ 2 ເງີຍໜ້າຂຶ້ນແລ້ວກັ້ນຫາຍໃຈໄວ້ 10 ວິນາທີ, ຫາຍໃຈອອກແລ້ວດື່ມນ້ຳຕາມທັນທີ

ວິທີທີ່ 3 ອົມນ້ຳໄວ້ແລ້ວກົ້ມໜ້າ ໃຫ້ຄາງຕິດກັບໜ້າເອິກ ແລ້ວພະຍາຍາມກືນນ້ຳທີ່ອົມເອົາໄວ້

ວິທີທີ່ 4 ຫາຍໃຈເຂົ້າແລ້ວກັ້ນຫາຍໃຈ 10 ວິນາທີ ຫຼັງຈາກນັ້ນກືນນ້ຳລາຍ3-4 ຄັ້ງ ແລ້ວຫານໃຈອອກທັນທີ.

ສິ່ງ​ທີ່​ຄວນ​ຫຼີກ​ລ່ຽງ​ເພື່ອ​ປ້ອງ​ກັນ​ການເກີດອາການສະເອິກ
-ເຫຼົ້າ
-ການສູບຢາ
-ການກິນອາຫານຫຼາຍເກີນໄປ
-ການຢ້ຳອາຫານບໍ່ລະອຽດ, ອາຫານເຜັດ
-ອາການຫງຸດຫງິດ, ອາລົມທາງລົບ
ສຳລັບໃຜທີ່ມີອາການສະເອິກລອງນຳວິທີເຫຼ່ານີ້ໄປນຳໃຊ້ເບິ່ງ ຫານມີອາການສະເອິກຢູ່ຕະຫຼອດ 2-3 ມື້ ແລະ ມີອາງການອື່ນໆຮ່ວມດ້ວຍເຊັ່ນ: ສະເອິກແຮງ, ຈົນມີອາການເຈັບຄໍເຈັບໜ້າເອິກ ຄວນໄປພົບແພດເພື່ອຫາສາເຫດຂອງອາການເຫຼົ່້ານີ້ເພີ່ມເຕີມ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...