Homeຂ່າວຄາດຕະກຳເຫດຍິງກັນຢູ່ບ້ານໜອງຫີນ ເມືອງປາກຊ່ອງ ແຂວງຈຳປາສັກ ເສຍຊີວິດ 1 ຄົນ

ເຫດຍິງກັນຢູ່ບ້ານໜອງຫີນ ເມືອງປາກຊ່ອງ ແຂວງຈຳປາສັກ ເສຍຊີວິດ 1 ຄົນ

Published on

ກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ໃນວັນທີ 20 ກັນຍາ 2023 ນີ້, ມີເຫດຍິງກັນຢູ່ບ້ານໜອງຫີນ ເມືອງປາກຊ່ອງ ແຂວງຈຳປາສັກ ເຮັດໃຫ້ມີຜູ້ເສຍຊີວິດ ສາເຫດເກີດຈາກຫຶງຫົວເມຍເກົ່າທີ່ນັ່ງກິນດື່ມກັບຜູ້ບ່າວ.

ຂໍ້ມູນເບື້ອງຕົ້ນລະບຸວ່າ: ຜູ້ກໍ່ເຫດ ຊື່ ທ້າວ ພະຍຸ ອາຍຸ 37 ປີ ຊາວສວນ ຢູ່ບ້ານໜອງຫີນ ເມືອງປາກຊ່ອງ ແຂວງຈຳປາສັກ ໃຊ້ປືນແກັບຍິງ ທ້າວ ພູຊົງ ສັນຊາດໄທ ອາຍຸ 39 ປີ ກຳມະກອນເຝົ້າສວນຖົ່ວລຽນ ຈົນເສຍຊີວິດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພະຍຸ ຮັບສາລະພາບວ່າ: ເວລາປະມານ 19:00 ຂອງວັນທີ 20 ກັນຍາຜ່ານມາ ຕົນໄດ້ນັ່ງຢູ່ຖຽງສວນ ແລະ ໄດ້ຍິນສຽງລູກຮ້ອງໄຫ້ຢູ່ສວນຖົ່ວລຽນ ເຂດໃກ້ຄຽງກັນ ຈຶ່ງຍ່າງໄປເບິ່ງ ເຊິ່ງເຫັນເມຍເກົ່ານັ່ງກິນດື່ມສິ່ງມຶນເມົາ ກັບທ້າວ ພູຊົງ ສັນຊາດໄທ ອາຍຸ 39 ປີ ກຳມະກອນເຝົ້າສວນຖົ່ວລຽນ ແລະ ກຳມະກອນອີກປະມານ 10 ຄົນ ຢູ່ສວນ ໃກ້ກັນ, ເມື່ອເປັນແນວນັ້ນຈຶ່ງໄດ້ບອກເມຍເກົ່າເອົາລູກເມືອນອນ, ແຕ່ເມຍເກົ່າກໍບໍ່ຍອມເມືອ ຍັງນັ່ງກິນນັ່ງດື່ມຢູ່ຕໍ່ໄປອີກ, ຍ້ອນຄວາມໃຈຮ້າຍ ແລະ ຫຶງຫວງ ເມຍເກົ່າ ທ້າວ ພະຍຸ ຈຶ່ງດຶງຜົມເມຍເກົ່າມາ ແລ້ວໃຊ້ມືຕົບຫົວ 1 ບາດ ຈາກນັ້ນກໍ ຍ່າງກັບຖຽງສວນ.

ຂະນະດຽວກັນ ທ້າວ ພູຊົງ ເກີດຄວາມບໍ່ພໍໃຈ ຈຶ່ງຊວນໝູ່ທີ່ນັ່ງດື່ມນຳກັນ 4-5 ຄົນ ຍ່າງໄປຫາ ທ້າວ ພະຍຸ ຢູ່ເທິງຖຽງ ແລະ ເກີດຜິດຖຽງກັນ, ເມື່ອເຫັນແນວນັ້ນ ທ້າວ ພະຍຸ ຈຶ່ງຈັບປືນແກັບອອກມາ, ທ້າວ ພູຊົງ ໄດ້ພະຍາຍາມແລ່ນໜີ ແຕ່ກໍຖືກທ້າວ ພະຍຸ ຍິງປຶນໃສ່ຖືກບໍລິເວນສັນຫລັງໄດ້ຮັບບາດເຈັບສົມຄວນ ແລະ ເສຍຊີວິດໃນເວລາຕໍ່ມາ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...