Homeຂ່າວການພັດທະນາຊົນ​ລະ​ປະທານ​ເຊ​ສາລາ​ລອງ​ສາມາດ​ສະໜອງນ້ຳ​ໃນ​ເນື້ອ​ທີ່ 2 ພັນເຮັກຕາ

ຊົນ​ລະ​ປະທານ​ເຊ​ສາລາ​ລອງ​ສາມາດ​ສະໜອງນ້ຳ​ໃນ​ເນື້ອ​ທີ່ 2 ພັນເຮັກຕາ

Published on

A3

 

ໂຄງການ ​ຊົນລະປະທານ ເຊ​ສາລາ​ລອງຢູ່​ເມືອງ​ທ່າ​ປາງ​ທອງ, ແຂວງ​ສະຫວັນ​ນະ​ເຂດ, ເປັນ​ຊົນລະປະທານ​ຂະໜາດ​ໃຫຍ່​

ໃນລາວມີ​ມູນ​ຄ່າ​ກໍ່ສ້າງ​ທັງ ໝົດ 50 ລ້ານກ່ວາ​ໂດ​ລາ​ສະຫະ ລັດ,​ ໂດຍ​ແມ່ນ​ທຶນກູ້​ຍືມດອກ​ເບ້ຍ​ຕ່ຳຈາກ​ທະນາຄານ ສປ

ຈີນ, ໃນ​ນັ້ນປະກອບ​ມີ​ຈຸດ​ຕັ້ງຫົວ​ງານ​ອ່າງ​ເກັບ​ນ້ຳໂດຍ​ສ້າງ​ເປັນ​ເຂື່ອນ​ຫີນ​ ຖົມ​ຍາວ 1.800 ແມັດ, ກັ້ນນ້ຳ​ເຊຢູ່ລະຫວ່າງ​

ກາງພູ​ກະຊະ ​ແລະ ພູ​ຄັນຍູ ສາມາດ​ເກັບ​ນ້ຳ​ໄດ້​ທັງໝົດ 75 ລ້ານແມັດ​ກ້ອນ, ນອກຈາກ​ສ້າງ​ເຂື່ອນ​ແລ້ວ​ຍັງ​ມີ​ລະບົບ​ຄອງ

​ເໝືອງຄົບ​ຊຸດ, ມາ​ຮອດ​ປັດຈຸບັນ​ໂຄງການ​ດັ່ງກ່າວ​ໄດ້​ກໍ່ສ້າງ​ສຳ​ເລັດ 100% ຄາດ​ວ່າ​ຈະ​ສາມາດ​ຫົດ​ເນື້ອ​ທີ່​ໄດ້​ທັງໝົດ 2

ພັນເຮັກຕາ, ແຕ່​ໃນ​ລະ ດູ​ການ​ຜະລິດ​ທີ່​ຈະ​ມາ​ເຖິງ​ນີ້​ຄາດ​ວ່າ​ກະສິກອນ​ຢູ່​ເຂດ​ຊົນລະປະ ທານ​ຈະ​ທຳ​ການ​ຜະລິດ​ລະດູ​ແລ້ງ​

ໃຫ້​ໄດ້ 500 ເຮັກຕາ. ຂໍ້​ມູນ​ດັ່ງ ກ່າວ​ໄດ​້ຮັບ​ການ​ລາຍ​ງານ​ຈາກ​ຄະນະ​ຮັບຜິດຊອບ​ໂຄງ ການເມື່ອ​ວັນ​ທີ 1 ທັນວານີ້, ໃນ​ໂອ

ກາດ​ທີ່​ທ່ານ ວິ​ໄລ​ວັນ ພົມ​ເຂ ລັດຖະ ມົນຕີ​ກະຊວງ​ກະສິກຳ ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ຄະນະ​ເດີນທາງ​ລົງ​ຊີ້​ນຳ​ວຽກງານ​ພື້ນ

ຖານ​ການ​ຜະລິດ​ລະດູ​ແລ້ງ​ເຂດ​ເມືອງ​ທ່າ​ປາງ​ທອງ, ໃນ​ໂອກາດ​ດັ່ງກ່າວທ່ານ​ລັດຖະມົນຕີ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້​ໄດ້

​ໄປ​ເບີ່​ງ​ແປງສາທິດ​ຂອງ​ກຸ່ມ​ຊາວ ນາ​ທີ່​ເຮັດ​ນາ​ແບບ​ໃໝ່ດ້ວຍ​ການ​ຢອດ​ແຫ້ງ ​ແລະ ຢອດ​ປຽກ ສາ ມາດ​ປະຢັດ​ແຮງ​ງານ

ແລະ ຕົ້ນ​ທືນແຕ່​ໄດ້​ຮັບຜນສຳ​ເລັດ​ສູງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...