spot_img
Homeຂ່າວຕ່າງປະເທດເດັກອາຍຸ 14 ປີ ກິນມັນຝຣັ່ງທີ່ເຜັດທີ່ສຸດໃນໂລກຕາມກະແສ ສຸດທ້າຍເຈັບທ້ອງຮຸນແຮງຈົນເສຍຊີວິດ

ເດັກອາຍຸ 14 ປີ ກິນມັນຝຣັ່ງທີ່ເຜັດທີ່ສຸດໃນໂລກຕາມກະແສ ສຸດທ້າຍເຈັບທ້ອງຮຸນແຮງຈົນເສຍຊີວິດ

Published on

ອີງຕາມເວັບໄຊ້ຂ່າວຕ່າງປະເທດລາຍງານໃນວັນທີ 14 ຕຸລາ 2023 ນີ້ວ່າເກີດເຫດສຸດເສົ້າຂຶ້ນໃນສະຫະລັດອາເມຣິກາ ເມື່ອເດັກຊາຍອາຍຸ 14 ປີທີ່ອາໃສຢູ່ໃນລັດແມສຊາຊູເຊດ ມີອາການປວດທ້ອງຢ່າງຮຸນແຮງ ຈົນໝົດສະຕິ ແລະ ເສຍຊີວິດໃນເວລາຕໍ່ມາ ຫຼັງຈາກລອງກິນເຂົ້າໜົມມັນຝຣັ່ງທອດ ທີ່ເຜັດທີ່ສຸດໃນໂລກຕາມກະແສຍອດນິຍົມທີ່ມີຊື່ວ່າ: One Chip Challenge.

ຕາມການລາຍງານໄດ້ລະບຸວ່າ: ເດັກຊາຍດັ່ງກ່າວຊື່ ແຮຣິສ ໂວໂລບາ ໄດ້ລອງກິນມັນຝຣັ່ງທອດ ທີ່ໝູ່ໃນຊັ້ນຮຽນເອົາໃຫ້ກິນ ຫຼັງຈາກນັ້ນກໍຮູ້ສຶນປວດທ້ອງຢ່າງຮຸນແຮງ ທາງໂຮງຮຽນຈຶ່ງໄດ້ໂທຫາແມ່ໃຫ້ມາຮັບ ເດັກຊາຍບອກວ່າຕົນຮູ້ສຶກດີຂຶ້ນຫຼັງຈາກໄດ້ກັບມາພັກຢູ່ບ້ານ ແຕ່ສຸດທ້າຍກໍໝົດສະຕິໃນຊ່ວງຕອນແລງ ແລະ ບໍມີການຕອບສະໜອງ ທາງບ້ານຈຶ່ງຮີບນຳຕົວສົ່ງໂຮງໝໍຢ່າງເລັ່ງດ່ວນ ກ່ອນທີມແພດຈະແຈ້ງໃນເວລາຕໍ່ມາວ່າ ເດັກຊາຍໄດ້ເສຍຊີວິດແລ້ວ.

ຢ່າງໃດກໍຕາມ, ບໍລິສັດທີ່ຜະລິດມັນທີ່ຜະລິດມັນຝຣັ່ງເຜັດນີ້ ໄດ້ອອກຖະແຫຼງການໂດຍກ່າວວ່າ “ພວກເຮົາມີຄວາມໂສກເສົ້າຢ່າງເລິກເຊິ່ງຕໍ່ການເສຍຊີວິດຂອງ ທ້າວ ໂວໂລບາ ແລະ ພ້ອມຢືນຢັນວ່າຜະລິດຕະພັນດັ່ງກ່າວຈະສືບຕໍ່ປະຕິບັດຕາມມາດຕະຖານຄວາມປອດໄພຂອງອາຫານ ແຕ່ໄວລຸ້ນສ່ວນຫຼາຍບໍ່ສົນໃຈຄໍາເຕືອນທີ່ຢູ່ໃນຊອງເຂົ້າໝົທດັ່ງກ່າວ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...