spot_img
Homeຂ່າວພາຍ​ໃນໂຄງການ ໂອກາດສະເຫຼີມສະຫຼອງການພັດທະນາແບບມີສ່ວນຮ່ວມສຳລັບຄົນທີ່ມີຄວາມພິການ ໃນ ສປປ ລາວ.

ໂຄງການ ໂອກາດສະເຫຼີມສະຫຼອງການພັດທະນາແບບມີສ່ວນຮ່ວມສຳລັບຄົນທີ່ມີຄວາມພິການ ໃນ ສປປ ລາວ.

Published on

ລະຫວ່າງ ວັນທີ 11-13 ຕຸລາ 2023, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ, ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ, ທ່ານ ດຣ ເຄວິນ ສະມິດ ແລະ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ຮອງຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ແສງອາລຸນ ຫຼວງຣາຊ ໄດ້ຮ່ວມກັນສະເຫຼີມສະຫຼອງຜົນສຳເລັດ ຂອງ ພິທີປິດທ້າຍໂຄງການ ໂອກາດ ໄລຍະທີ I. ມີຜູ້ໄດ້ຮັບທຶນຍ່ອຍ ແລະ ຜູ້ມີສ່ວນກ່ຽວຂ້ອງຫຼາຍກວ່າ 150 ຄົນ ໄດ້ແລກປ່ຽນຄວາມສຳເລັດ ຂອງ ໂຄງການ ໂອກາດ ແລະ ຜົນໄດ້ຮັບໃນການສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດດ້ານໜ້າທີ່ການ ຂອງຄົນທີ່ມີຄວາມພິການ ຜ່ານການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ສັງຄົມທີ່ມີຄຸນນະພາບຢ່າງເທົ່າທຽມກັນ ໃນ ສປປ ລາວ.

“ສະຫະລັດ ອາເມລິກາ ມີຄວາມມຸ້ງໝັ້ນທີ່ຈະໃຫ້ການສະໜັບສະໜູນດ້ານການພັດທະນາແບບມີສ່ວນຮ່ວມສຳລັບຄົນທີ່ມີຄວາມພິການ ໃນ ສປປ ລາວ ແລະ ຮັບຮູ້ເຖິງຄວາມຕ້ອງການຂອງການສົ່ງເສີມການດໍາລົງຊີວິດແບບອິດສະຫຼະ ແລະ ຄວາມສາມາດດ້ານໜ້າທີ່ການ ຂອງ ຄົນທີ່ມີຄວາມພິການ ລວມທັງ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ. ພວກເຮົາຍັງຄົງທຸ້ມເທໃນການຮ່ວມມື ແລະ ໃຫ້ການສະໜັບສະໜູນທາງດ້ານສຸຂະພາບ, ການສົ່ງເສີມທາງດ້ານເສດຖະກິດ ແລະ ຂະແໜງວຽກງານຄົນທີ່ມີຄວາມພິການໃນປະເທດ. ນອກຈາກນັ້ນ, ພວກເຮົາຫວັງເປັນຢ່າງຍິ່ງທີ່ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນໃນອະນາຄົດ.” ທ່ານ ດຣ ເຄວິນ ສະມິດ ສະແດງຄວາມຂອບໃຈມາຍັງ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາກະຊວງທີ່ກ່ຽວຂ້ອງ. “ພວກເຮົາຫວັງເປັນຢ່າງຍິ່ງທີ່ຈະໄດ້ເສີມຂະຫຍາຍການຮ່ວມມື ເພື່ອຍົກລະດັບຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ, ຊ່ວຍເຫຼືອເຂົາເຈົ້າໃຫ້ກາຍເປັນສະມາຊິກທີ່ມີຄຸນນະພາບໃນສັງຄົມ ພ້ອມທັງ ເອື້ອອຳນວຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນວາລະດ້ານການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.”

ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ຮອງຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄວາມສຳຄັນກ່ຽວກັບການເສີມຂະຫຍາຍດ້ານການຊ່ວຍເຫຼືອທີ່ມີມາດົນນານຫຼາຍທົດສະຫວັດ ຈາກ ອົງການ USAID ໃນດ້ານການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ທ່ານ ແສງອາລຸນ ຫຼວງຣາຊ ໄດ້ກ່າວວ່າ: “ຜົນສຳເລັດຂອງໂຄງການແມ່ນສາມາດນໍາໃຊ້ເປັນຕົ້ນແບບໃຫ້ຄົນອື່ນໄດ້ປະຕິບັດຕາມ ແລະ ເປັນເຄື່ອງເຕືອນໃຈວ່າ ການເຮັດວຽກ ເພື່ອໃຫ້ທຸກຄົນມີສ່ວນຮ່ວມນັ້ນ ແມ່ນຄວາມພະຍາຍາມຢ່າງຕໍ່ເນື່ອງ ທີ່ຕ້ອງການໃຫ້ທຸກພາກສ່ວນມີສ່ວນຮ່ວມ. “ພວກເຮົາຂໍຂອບໃຈມາຍັງ ໂຄງການ ໂອກາດ ເພື່ອສະໜັບສະໜູນການພັດທະນາແບບມີສ່ວນຮ່ວມຂອງຄົນພິການຢູ່ ສປປ ລາວ ທີ່ພະຍາຍາມເຮັດວຽກຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການໃຫ້ດີຂຶ້ນ.”

ໂອກາດ ແມ່ນໂຄງການໄລຍະຫົກປີທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ (USAID) ຈັດຕັ້ງປະຕິບັດໂດຍ ອົງການເວີລດ໌ເອດຢູເຄຊັນ ປະຈຳລາວ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ. ໂຄງການມີບົດບາດສຳຄັນໃນການສົ່ງເສີມຂີດຄວາມສາມາດດ້ານໜ້າທີ່ການຂອງຄົນທີ່ມີຄວາມພິການ ໃນ ສປປ ລາວ. ນອກຈາກນັ້ນ, ໂຄງການຍັງຊ່ວຍແກ້ໄຂການແບ່ງແຍກທາງເສດຖະກິດ – ສັງຄົມທີ່ຄົນພິການພວມປະເຊີນ ຊຶ່ງພວກເຂົາມັກພົບພໍ້ກັບສິ່ງກີດຂວາງໃນການເຂົ້າເຖິງການບໍລິການ ແລະ ການເຂົ້າຮ່ວມກິດຈະກຳຕ່າງໆທາງສັງຄົມ.

ໃນໄລຍະຫົກປີທີ່ຜ່ານມາ, ໂຄງການ ໂອກາດ ໄດ້ບັນລຸຜົນສຳເລັດຫຼາຍໃນການປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ. ໂຄງການສະໜັບສະໜູນບັນດານະໂຍບາຍດ້ານການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ການປະຕິບັດຕ່າງໆໃນຫຼາຍຂະແໜງການ ປະກອບມີ ສຸຂະພາບ, ການສຶກສາ ແລະ ການປົກປ້ອງທາງສັງຄົມ. ນອກຈາກນີ້, ໂຄງການຍັງເສີມສ້າງຂີດຄວາມສາມາດໃຫ້ແກ່ ຄູ່ຮ່ວມງານຂັ້ນທ້ອງຖິ່ນສຳລັບສະໜອງການບໍລິການແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ລວມທັງ ການແພດຟື້ນຟູໜ້າທີ່ການ, ເຄື່ອງຄ້ຳຊູ – ຊ່ວຍຊູ ແລະ ການສຶກສາຮຽນຮ່ວມ. ຜົນຂອງຄວາມພະຍາຍາມເຫຼົ່ານີ້ຊ່ວຍເພີ່ມການເຂົ້າເຖິງການບໍລິການຕ່າງໆສຳລັບຄົນທີ່ມີຄວາມພິການ ແລະ ຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດເຂົ້າຮ່ວມໃນດ້ານເສດຖະກິດຂອງລາວ.

ເພື່ອຮັບຮູ້ ແລະ ສະເຫຼີມສະຫຼອງຜົນສຳເລັດ ແລະ ຜົນໄດ້ຮັບ ຂອງ ໂຄງການ ຈິ່ງມີການຈັດງານຄັ້ງນີ້ຂຶ້ນ ເພື່ອເນັ້ນໃສ່ການຮ່ວມມືທີ່ປະສົບຜົນສຳເລັດ ລະຫວ່າງ ໂຄງການ ໂອກາດ ກັບບັນດາຄູ່ຮ່ວມງານ ລວມທັງ ພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກຮ່ວມກັນ ເພື່ອສັງຄົມທີ່ມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ການປັບປຸງການບໍລິການດ້ານການແພດຟື້ນຟູໜ້າທີ່ການ ສຳລັບທຸກຄົນ. ງານດັ່ງກ່າວນີ້ມີຈຸດປະສົງໃນການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໂດຍເນັ້ນໃສ່ລຶບລ້າງ ຫຼື ຫຼຸດຜ່ອນສິ່ງກີດຂວາງຕ່າງໆ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການ ໂອກາດ ແຕ່ຍັງຮັບຮູ້ກ່ຽວກັບສິ່ງທ້າທາຍທີ່ຄົນພິການພວມປະເຊີນ. ນອກຈາກນີ້, ງານດັ່ງກ່າວຍັງເນັ້ນໃສ່ຄວາມສຳຄັນຂອງການສືບຕໍ່ສ້າງສະພາບແວດລ້ອມທີ່ພວກເຂົາສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ສັງຄົມ ພ້ອມທັງ ເຂົ້າຮ່ວມກິດຈະກຳຕ່າງໆທາງສັງຄົມໄດ້ຢ່າງເທົ່່າທຽມກັນ.

ງານສະເຫຼີມສະຫຼອງດັ່ງກ່າວແມ່ນເນັ້ນໃສ່ການສ້າງແຮງບັນດານໃຈ ສຳລັບສຸມຄວາມພະຍາຍາມໃສ່ໃນການປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ ແລະ ສົ່ງເສີມການມີສ່ວນຮ່ວມຂອງພວກເຂົາໃນສັງຄົມ ຊຶ່ງເປັນການເນັ້ນວ່າ ທຸກຄົນແມ່ນມີບົດບາດໃນການລຶບລ້າງສິ່ງກີດຂວາງເພື່ອສ້າງສັງຄົມທີ່ມີສ່ວນຮ່ວມຫຼາຍຂຶ້ນ. ໂຄງການ ໂອກາດ ເຊື່ອວ່າ ຖ້າມີນະໂຍບາຍ, ລະບົບ ແລະ ການຮ່ວມມືທີ່ຖືກຕ້ອງແມ່ນມີຄວາມເປັນໄປໄດ້ໃນການສົ່ງເສີມຄວາມສາມາດດ້ານໜ້າທີ່ການຂອງຄົນທີ່ມີຄວາມພິການ ແລະ ຮັບປະກັນວ່າ ພວກເຂົາສາມາດເຂົ້າເຖິງການບໍລິການທາງດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມທີ່ມີຄຸນນະພາບຢ່າງເທົ່າທຽມກັນ.

ຈົນເຖິງປັດຈຸບັນ, ໂຄງການ ໂອກາດ ໄດ້ປັບປຸງຊີວິດການເປັນຢູ່ຂອງຄົນດ້ອຍໂອກາດຫຼາຍກວ່າ 29,000 ຄົນ ລວມທັງ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼື ລບຕ 176 ຄົນ, ຝຶກອົບຮົມໃຫ້ແກ່ ຜູ້ສະໜອງການບໍລິການ 5,417 ຄົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ 832 ອົງການຈັດຕັ້ງຕ່າງໆ, ຊ່ວຍເຫຼືອ 8,788 ຄົນ ໃຫ້ໄດ້ຮັບການບໍລິການດ້ານສຸຂະພາບ ແລະ ການແພດຟື້ນຟູໜ້າທີ່ການ. ນອກຈາກນີ້, ໂຄງການ ໂອກາດ ຍັງໄດ້ສະໜອງເຄື່ອງຄ້ຳຊູ-ຊ່ວຍຊູຂັ້ນພື້ນຖານຫຼາຍກວ່າ 12,675 ລາຍການ ລວມທັງ ໄມ້ຄ້ຳເທົ້າ ແລະ ລໍ້ເລື່ອນໃຫ້ແກ່ ກະຊວງສາທາລະນະສຸກ. ຄົນທີ່ມີຄວາມພິການຫຼາຍກວ່າ 2,000 ຄົນ ພ້ອມດ້ວຍຄອບຄົວຂອງເຂົາເຈົ້າໄດ້ຮັບເຄື່ອງຄໍ້າຊູ-ຊ່ວຍຊູພິເສດທີ່ສະໜັບສະໜູນ ໂດຍ ອົງການ USAID ແລະ ສະໜັບສະໜູນກິດຈະກໍາສ້າງລາຍຮັບ ຊຶ່ງປັດຈຸບັນຫຼາຍກວ່າ 175 ຄົນ ແມ່ນໄດ້ປະກອບວິຊາຊີບ ເພື່ອສ້າງລາຍຮັບໃຫ້ຕົນເອງເປັນຄັ້ງທຳອິດ.

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...