spot_img
Homeຂ່າວຕ່າງປະເທດນັກວິທະຍາສາດຄາດການອີກ 250 ລ້ານປີຕໍ່ໜ້າ

ນັກວິທະຍາສາດຄາດການອີກ 250 ລ້ານປີຕໍ່ໜ້າ

Published on

ຕະຫຼອດເວລາ 500 ປີ ທີ່ຜ່ານມາ ໂລກເຮົາປະສົບກັບການສູນເສຍຄັ້ງໃຫຍ່ມາ 5 ຄັ້ງແລ້ວ ໜຶ່ງໃນນັ້ນທີ່ນຳໄປສູ່ການສູນພັນຂອງສາຍພັນຕ່າງໆໃນໂລກເຖິງ 90% ໃນຊ່ວງ 252 ລ້ານປີກ່ອນ ເຫດການເຫຼົ່ານີ້ສ່ວນໃຫຍ່ເກີດຂຶ້ນພ້ອມກັບການກໍ່ຕົວຂອງມະຫາທະວີບຢູ່ແຜ່ນເປືອກໂລກຄ່ອຍໆມາລວມກັນ, ຢ່າງໃດກໍຕາມ ນັກວິທະຍາສາດທຳນາຍວ່າ ທະວີບຕ່າງໆຂອງໂລກ ຈະລວມກັນອີກຄັ້ງໃນ 250 ລ້ານປີຕໍ່ໜ້າ ເພື່ອລວມຕົວເປັນມະຫາທະວີບ ທີ່ເອີ້ນວ່າ “Pangea Ultima” ຫຼື ແພນເຈຍ ອັລຕິມາ.

Pangea Ultima ຈະຢູ່ກາງເສັ້ນສູນສູດ ແລະ ຈະຮ້ອນຫຼາຍ ເຊິ່ງການວິໄຈໃໝ່ຈາກທີມນັກວິທະຍາສາດ ຂອງມະຫາວິທະຍາໄລລີດ ໃນອັງກິດ ແລະ ມະຫາວິທະຍາໄລນອດ ເວສເທິນ ໃນສະຫະລັດອາເມຣິກາ ລະບຸວ່າ ສະພາບຂອງ Pangea Ultima ຈະບໍ່ເອື້ອອຳນວຍຕໍ່ສັດລ້ຽງລູກດ້ວຍນ້ຳນົມສ່ວນໃຫຍ່ພວກມັນບໍ່ໜ້າຈະຢູ່ລອດໄດ້ ເພາະການລວມຕົວຂອງມະຫາທະວີບໃຫຍ່ນີ້ ຈະກະຕຸ້ນໃຫ້ເກີດການລະເບີດຂອງພູເຂົາໄຟຫຼາຍຂຶ້ນ ແລະ ຕາເວັນທີ່ມີອາຍຸຫຼາຍຂຶ້ນ ກໍຈະປ່ອຍລັງສີມາໃສ່ໂລກຫຼາຍຂຶ້ນ ຈະສົ່ງຜົນໃຫ້ອຸນຫະພູມໂລກຮ້ອນຫຼາຍເກີນໄປ ມີໂອກາດປ່ຽນພື້ນທີ່ສ່ວນໃຫຍ່ຂອງທະວີບ ໃຫ້ກາຍເປັນທະເລຊາຍຮ້ອນອັນກວ້າງໃຫຍ່ ແລະ ໃນຊ່ວງເດືອນທີ່ຮ້ອນທີ່ສຸດຂອງປີ ອຸນຫະພູມອາດຈະເກີນ 40 ອົງສາເກືອບທົ່ວທະວີບ ພ້ອມມີທ່າອ່ຽງວ່າອຸນຫະພູມຈະເກີນ 50 ອົງສາອີກດ້ວຍ.

ການປະເມີນຍັງລະບຸວ່າ ເມື່ອ Pangea Ultima ລວມຕົວ ຕາເວັນຈະແຈ້ງກວ່າປັດຈຸບັນເຖິງ 2,5% ຄວາມເຂັ້ມຂອງແສງຕາເວັນຫຼາຍຂຶ້ນ ຈະເຮັດໃຫ້ອຸນຫະພູມຢູ່ເທິງໂລກສູງຂຶ້ນອີກປະມານ 25 ອົງສາ ເຮັດໃຫ້ພື້ນຜິວໂລກພຽງ 1 ສ່ວນ 4 ເທົ່ານັ້ນ ທີ່ສາມາດຢູ່ອາໄສໄດ້ ສິ່ງນີ້ຈະເຮັດໃຫ້ສັດລ້ຽງລູກດ້ວຍນ້ຳນົມເດີນທາງໄກເພື່ອຄົ້ນຫາພື້ນທີ່ ທີ່ເຢັນກວ່າ.

ທີ່ມາ the atlantic

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...