spot_img
Homeຂ່າວຕ່າງປະເທດເຈົ້າຊາຍບຣູໄນປະກາດກຽມເຂົ້າງານວິວາໃນຕົ້ນປີ 2024

ເຈົ້າຊາຍບຣູໄນປະກາດກຽມເຂົ້າງານວິວາໃນຕົ້ນປີ 2024

Published on

ເຈົ້າຊາຍ ອັບດຸນ ມາທີນ ແຫ່ງບຣູໄນ ປະກາດຂ່າວກຽມເຂົ້າງານວິວາໃນຕົ້ນປີໜ້າ ພາຍຫຼັງທີ່ຢ້ຽມຢາມ ສປປ ລາວ ເມື່ອບໍ່ດົນມານີ້.

 

ເຈົ້າຊາຍ ອັບດຸນ ມາທີນ ແຫ່ງບຣູໄນ ເປັນເຈົ້າຊາຍລຳດັບທີ 4 ແຫ່ງລາຊະວົງບຣູໄນ ພາຍຫຼັງທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 2-4 ຕຸລາ 2023 ທີ່ຜ່ານມາ ກໍໄດ້ສ້າງຄວາມຕຶງຕາຕຶງໃຈແກ່ສາວລາວຈຳນວນບໍ່ໜ້ອຍ ທັ້ງນີ້ ສາວລາວກໍຕ່າງຫວັງຢາກເປັນຄູ່ສົມຣົດຂອງເຈົ້າຊາຍເຊັ່ນກັນ.

ແຕ່ຄວາມຝັນສາວໆກໍພັງລົງ ເມື່ອບໍ່ດົນທີ່ຜ່ານມາ ຈາກແຫຼ່ງຂ່າວທາງການຂອງບຣູໄນ borneobulletin ລາຍງານວ່າ ເຈົ້າຊາຍໄດ້ປະກາດງານວິວາຂອງເຈົ້າຊາຍ ອັບດຸນ ມາທີນ ໂບເກຍ ແຫ່ງບຣູໄນ ໄດ້ຈະໄດ້ແຕ່ງດອງກັບ ອານິຊາ ອິຊາ ຄາເລບິກ ທີ່ເປັນຫຼານສາວຂອງ ເປຮິນ ດາໂຕ ເອສເຈ ອິຊາ ທີ່ປຶກສາພິເສດຂອງສົມເດັດບຣູໄນ ເຊິ່ງສາວຄົນນີ້ໄດ້ຈົບການສຶກສາຈາກມະຫາວິທະຍາໄລບາດ ຈາກປະເທດອັງກິດ.

ໂດຍພິທີງານວິວາ ຈະຈັດຂຶ້ນເປັນເວລາ 10 ມື້ ເຊິ່ງຈະເລີ່ມຢ່າງເປັນທາງການໃນວັນທີ 7-16 ມັງກອນ 2024.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...