Homeຂ່າວພາຍ​ໃນຄົນລາວຜູ້ທຳອິດ ທີ່ເປັນທູດຢູ່ລາວ

ຄົນລາວຜູ້ທຳອິດ ທີ່ເປັນທູດຢູ່ລາວ

Published on

ທ່ານ ນາງ ປິງ ກິດນິກອນ Ping Kitnikone ເຂົ້າຢືນສານຕາຕັ້ງເພື່ອດຳລົງຕຳແໜ່ງເອກອັກຄະລັດຖະທູດ ແຕ່ງຕັ້ງ ແຫ່ງ ການາດາ ປະຈໍາ ສປປ ລາວ ຕໍ່ ທ່ານ ທອງລຸນ ສີສຸດລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 28 ກັນຍາ ທີ່ຜ່ານມາ. ໂດຍມີສໍານັກງານຕັ້ງຢູ່ ບາງກອກ ປະເທດໄທ ຫຼື ສາມາດເວົ້າໄດ້ວ່າ ທ່ານ ນາງ ປິ້ງ ກິດນິກອນ ເປັນເອກອັກຄະລັດຖະທູດການາດາ ປະຈຳຢູ່ ປະຈຳລາວ, ລວມທັງເປັນເອກອັກຄະລັດຖະທູດ ປະຈຳໄທ ແລະ ກຳປູເຈຍ.

ທ່ານ ນາງ ປິງ ກິດນິກອນ ເກີດທີ່ປະເທດລາວ (ສະໄໝທີ່ຍັງມີສົງຄາມ) ໂດຍມີເຊື້ອສາຍລາວຈາກທາງແມ່, ຫຼັງຈາກອາຍຸ 9 ປີ ກໍຍ້າຍ (ອົບພະຍົບ) ໄປຢູ່ ການາດາ ຢ່າງຖາວອນ ທັງສຶກສາ ແລະ ເຮັດວຽກ. ແລະກ່ອນໜ້າ ທ່ານ ຍັງເຄີຍເປັນເອກອັກຄະລັດຖະທູດແຫ່ງ ການາດາ ປະຈຳຢູ່ ສສ ຫວຽດນາມ ເປັນເວລາ 2 ປີ.

ຮູບພາບຈາກ: Embassy of Canada to Vietnam

ເມື່ອບໍ່ດົນມານີ້, ສຳນັກຂ່າວ The Laotian Times ໄດ້ມີໂອກາດສຳພາດພິເສດ ທ່ານ ນາງ ປິງ ກິດນິກອນ ກ່ຽວກັບການດຳລົງຊີວິດ ແລະ ຄວາມຮູ້ສຶກ ທີ່ໄດ້ເດີນທາງກັບມາ ສປປ ລາວ ອີກຄັ້ງໜຶ່ງ.

ໂດຍ ທ່ານ ນາງ ປິງ ກິດນິກອນ ກ່າວວ່າ: ຂ້ອຍເປັນຄົນສັນຊາດການາດາ ແຕ່ມີສາຍເລືອດ ແລະ ກຳເນີດທີ່ລາວ, ເຊິ່ງຂ້ອຍສາມາດກັບມາເປັນຕົວແທນຂອງຂອງປະເທດ ແລະ ພ້ອມທີ່ຈະນຳເອົາປະສົບທີ່ສະສົມມາ ເພື່ອນຳມາເຮັດວຽກເຕັມທີ່ ແລະ ຂ້ອຍຮູ້ສຶກດີໃຈທີ່ຈະໄດ້ຮຽນຮູ້ວັດທະນາທຳລາວ ແລະ ສາມາດເວົ້າໄດ້ວ່າ ຂ້ອຍຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຮັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ການາດາ ມາປະຈໍາ ສປປ ລາວ ເຊິ່ງເປັນສິ່’ໜຶ່ງທີ່ປະທັບໃຈໃນການເຮັດວຽກໃນສາຍອາຊີບນີ້.

ສາມາດເວົ້າໄດ້ວ່າ ທ່ານ ນາງ ປິງ ກິດນິກອນ ເປັນບຸກຄົນທຳອິດ ທີ່ມີເຊື້ອສາຍລາວ ແລະມີບົດບາດລະດັບສູງ ໃນຕ່າງປະເທດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...