Homeຂ່າວຕ່າງປະເທດງານວິວາສຸດເສົ້າ! ເກີດເຫດໄຟໄໝ້ດັບ 115 ຄົນ

ງານວິວາສຸດເສົ້າ! ເກີດເຫດໄຟໄໝ້ດັບ 115 ຄົນ

Published on

ສຳນັກຂ່າວທ້ອງຖິ່ນຂອງອິຣັກລາຍງານໃນວັນທີ 27 ກັນຍາ 2023 ນີ້ວ່າ: ເກີດເຫດໄຟໄໝ້ງານແຕ່ງດອງ ທີ່ເມືອງນິເນເວ ທາງພາກເໜືອຂອງອິຣັກ ເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 115 ຄົນ ແລະ ໄດ້ຮັບບາດເຈັບອີກກວ່າ 150 ຄົນ ເຊິ່ງເຈົ້າໜ້າທີ່ຄາດວ່າເຈົ້າບ່າວ ແລະ ເຈົ້າສາວຕົກເປັນເຫຍື່ອຂອງເຫດການໄຟໄໝ້ຄັ້ງນີ້ດ້ວຍ.

ເຫດການໄຟໄໝ້ຄັ້ງນີ້ເກີດຂຶ້ນ ໃນເຂດອາວ-ຣຳດານິຍະ ໃນຕອນແລງຂອງວັນທີ 26 ກັນຍາ 2023 ຜ່ານມາ, ແຕ່ຍັງບໍ່ມີໃຜຮູ້ສາເຫດທີ່ແທ້ຈິງ ໂດຍມີລາຍງານເບທ້ອງຕົ້ນລະບຸວ່າ: ໄຟໄໝ້ເກີດຂຶ້ນລັງມີການຈູດດອກໄມ້ໄຟ ເຊິ່ງຜູ້ເຫັນເຫດການໄດ້ລະບຸວ່າ: ມີຄົນເຂົ້າຮ່ວມສະເຫຼີມສະຫຼອງຫຼາຍຮ້ອຍຄົນໃນອາຄານດັ່ງກ່າວກ່ອນທີ່ຈະເກີດເຫດໄຟໄໝ້ ສ່ວນອີກສາເຫດເກີດມາຈາກາກນໃຊ້ວັດສະດຸກໍ່ສ້າງໃນການຈັດງານແຕ່ງຈຶ່ງເຮັດໄຟຕິດແລ້ວລາມໄດ້ງ່າຍ ເຮັດໃຫ້ໄຟໄໝ້ບາງສ່ວນຂອງສະຖານທີ່ຈັດງານພັງລົງມາ.

ດ້ານາຍົກລັດຖະມົນຕີອີຣັກລະບຸວ່າ: ມີການສສົ່ງທີມແພດ ແລະ ພະຍາບານໄປສະຖານທີ່ເກີດເຫດທັນທີ ພ້ອມບອກໃຫ້ເຈົ້າໜ້າທີ່ລະດົມຄວາມພະະຍາຍາມທັງໝົດ ເພື່ອບັນເທົາທຸກໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...