spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ສຶກສາອົບຮົມຄູ່ຮັກທີ່ຢູ່ກິນນຳກັນກ່ອນແຕ່ງດອງ

ເຈົ້າໜ້າທີ່ສຶກສາອົບຮົມຄູ່ຮັກທີ່ຢູ່ກິນນຳກັນກ່ອນແຕ່ງດອງ

Published on

ເປັນປະເດັນກັນຫຼາຍໃນສັງຄົມອອນລາຍ ເມື່ອຄະນະສະເພາະກິດແຂວງບໍ່ແກ້ວໄດ້ສຶກສາອົບຮົມ ແລະ ກ່າວເຕືອນ ຄູ່ຮັກ 1 ຄູ່ ທີ່ຢູ່ກິນກັນກ່ອນຈົດທະບຽນສົມຣົດຕາມກົດໝາຍ.

ປັດຈຸບັນ ໂລກເຮົາກໍເປີດກວ້າງຂຶ້ນຫຼາຍ ແລະ ຫຼາຍໆຄູ່ຮັກກໍມີການຢູ່ກິນນຳກັນກ່ອນແຕ່ງ ດ້ວຍເຫດຜົນຫຼາຍຢ່າງເຊັ່ນ ເພື່ອສຶກສາການຢູ່ຮ່ວມກັນ ເປັນຕົ້ນ, ຈຶ່ງເຮັດໃຫ້ສັງຄົມເຮົາກໍພົບຫຼາຍໆຄູ່ທີ່ຢູ່ກິນນຳກັນກ່ອນແຕ່ງດອງ.

ແຕ່ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ ທາງຄະນະສະເພາະກິດແຂວງບໍ່ແກ້ວສຶກສາອົບຮົມ ແລະ ກ່າວເຕືອນ 1 ຄູ່ຮັກ ທີ່ອາໄສຢູ່ບ້ານດອນມູນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍລະບຸວ່າ ທັງສອງຢູ່ກິນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ຈາກເຫດການດັ່ງກ່າວ ເຮັດໃຫ້ສັງຄົມອອນລາຍມີຫາງສຽງໃນທາງທີ່ບໍ່ດີຕໍ່ເຈົ້າໜ້າທີ່ ເຊິ່ງກໍມີຫຼາຍຄຳເຫັນເຊັ່ນ ມັນເປັນເລື່ອງຂອງສອງຄົນ ຂຶ້ນກັບຄວາມພໍໃຈຂອງທັງສອງ ແລະ ອີກທັງບໍ່ຢາກໃຫ້ມີກົດລະບຽບນີ້.

ຢ່າງໃດກໍຕາມໃນທາງກົດໝາຍແລ້ວ ເຮົາກໍຍັງບໍ່ສາມາດຮັບຮູ້ໄດ້ວ່າ ການທີ່ຢູ່ກິນນຳກັນກ່ອນແຕ່ງນັ້ນມັນຜິດກົດໝາຍຫຼືບໍ່.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...