Homeຂ່າວຕ່າງປະເທດຂໍ້ມູນລ່າສຸດຊີ້ ຍອດຜູ້ເສຍຊີວິດໃນສົງຄາມຊີເຣຍ ສູງເຖິງ 2 ແສນກ່ວາຄົນ!

ຂໍ້ມູນລ່າສຸດຊີ້ ຍອດຜູ້ເສຍຊີວິດໃນສົງຄາມຊີເຣຍ ສູງເຖິງ 2 ແສນກ່ວາຄົນ!

Published on

557000014415201

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວານີ້ວ່າ ຍອດຜູ້ເສຍຊີວິດຈາກສົງຄາມກາງເມືອງໃນຊີເຣຍ ລ່າສຸດ

ໄດ້ເພີ່ມເປັນຢ່າງໜ້ອຍ 202,354 ຄົນແລ້ວ ນັບຕັ້ງແຕ່ເດືອນມີນາ 2011 ເປັນຕົ້ນມາ.

 

ແຫລ່ງຂ່າວໄດ້ລະບຸວ່າ ໃນຈຳນວນຂອງຜູ້ເສຍຊີວິດດັ່ງກ່າວ ມີນັກຮົບຂອງຝ່າຍລັດຖະບານຊີເຣຍ ແລະ ຝ່າຍກຸ່ມປະ

ກອບອາວຸດຕ່າງໆລວມຢູ່ນຳ ຫລາຍກ່ວາ 130,000​ ຄົນ ໂດຍໃນຂະນະທີ່ຍອດພົນລະເຮືອນທີ່ເສຍຊີວິດນັ້ນ ແມ່ນມີ

ຢ່າງໜ້ອຍ 63,074 ຄົນ ໃນນີ້ມີເດັກນ້ອຍລວມຢູ່ເຖິງ 10,377 ຄົນ.

 

ແນວໃດກໍຕາມ ຕົວເລກໃນຕົວຈິງອາດມີຈຳນວນທີ່ສູງກ່ວານີ້ອີກຫລາຍ ເນື່ອງຈາກມີການສູ້ຮົບທີ່ໜັກໜ່ວງໃນ

ຫລາຍພື້ນທີ່ທົ່ວປະເທດຊີເຣຍ ເຊິ່ງເປັນອຸປະສັກໃນການເກັບກຳຂໍ້ມູນຂອງການສູນເສຍຢ່າງເປັນທາງການ.

 

557000014415202

557000014415203

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...