spot_img
Homeຂ່າວຕ່າງປະເທດຜູ້ຍິງອາຍຸ 40 ປີໃນລັດຄາລິຟໍເນຍ ຕິດເຊື້ອແບັກທີເຣຍຢ່າງຮຸນແຮງ ພາຍຫຼັງກິນປາດິບ

ຜູ້ຍິງອາຍຸ 40 ປີໃນລັດຄາລິຟໍເນຍ ຕິດເຊື້ອແບັກທີເຣຍຢ່າງຮຸນແຮງ ພາຍຫຼັງກິນປາດິບ

Published on

ອີງຕາມສຳນັກຂ່າວ​ຕ່າງປະ​ເທດ New York Post ​ໄດ້​ລາຍ​ງານໃນວັນ​ທີ 19 ກັນຍາ 2023 ​ກ່ຽວ​ກັບ​ເຫດການ ຜູ້ຍິງໃນລັດຄາລິຟໍເນຍ ອາຍຸ 40 ປີ ແຂນ ແລະ ຂາທັງສອງເບື້ອງຖືກຕັດຂາດ ຫຼັງຈາກກິນປານິນດິບ.

ຜູ້ປ່ວຍມີຊື່ວ່າ: Laura Barajas ນາງຕ້ອງໄດ້ຮັບການຜ່າຕັດທີ່ໃຫຍ່ທີ່ສຸດຂອງຊີວິດຂອງນາງ ເພື່ອຊ່ວຍຊີວິດຕົນເອງ ພາຍຫຼັງ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ຫຼາຍ​ເດືອນ,

ທາງດ້ານ Anna Messina ໝູ່ສະໜິດຂອງ Laura Barajas ເປີດເຜີຍວ່າ: ນາງໄດ້ຊື້ປາຈາກຕະຫຼາດ ເພື່ອມາເຮັດອາຫານກິນ ໂດຍປານິນທີ່ນາງຊື້ມາມັນຍັງບໍ່ທັນສຸກ ແລະ ນາງໄດ້ກິນເມນູນັ້ນຄົນດຽວ, ຈາກນັ້ນບໍ່ດົນປະມານໜຶ່ງອາທິດ, ລາວປ່ວຍໜັກ ແລະ ຕ້ອງເຂົ້າໂຮງໝໍ ຈົນນາງຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ, ນິ້ວມື, ຕີນ, ແລະ ຮີມສົບຂອງນາງກາຍເປັນສີດໍາ ນາງ​ໄດ້​ຮັບ​ການ​ຕິດ​ເຊື້ອ​ຢ່າງ​ຮ້າຍ​ແຮງ​ ແລະ ມີໝາກໄຂ່ຫຼັງສຸດໂສມ.

ຫຼັງຈາກໜຶ່ງເດືອນເຄິ່ງ, ທ່ານໝໍຕ້ອງໄດ້ຕັດແຂນ ແລະ ຂາຂອງ Laura ເພື່ອຊ່ວຍຊີວິດຂອງນາງ ເມີການເປີດເຜີຍຂໍ້ມູນວ່າ:  ນາງຕິດເຊື້ອ Vibrio Vulnificus ຈາກການປົນເປື້ອນ ເຊິ່ງເປັນເຊື້ອແບັກທີເຣຍທີ່ເປັນອັນຕະລາຍເຖິງຊີວິດ ພົບໃນອາຫານທະເລດິບ ແລະ ນ້ຳທະເລສາມາດເຂົ້າສູ່ຮ່າງກາຍຜ່ານຮອຍສັກ ຫຼື ບາດແຜໄດ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...