Homeຂ່າວຕ່າງປະເທດບໍ່ຟ້ອງອີກ! ຄະນະລູກຂຸນນິວຢອກ ບໍ່ສັ່ງຟ້ອງຕຳຫລວດຜິວຂາວ ຮັດຄໍຜູ້ຕ້ອງສົງໄສຜິວດຳເສຍຊີວິດ!

ບໍ່ຟ້ອງອີກ! ຄະນະລູກຂຸນນິວຢອກ ບໍ່ສັ່ງຟ້ອງຕຳຫລວດຜິວຂາວ ຮັດຄໍຜູ້ຕ້ອງສົງໄສຜິວດຳເສຍຊີວິດ!

Published on

557000014414901

 

ຄະນະລູກຂຸນໃຫຍ່ຂອງນະຄອນນິວຢອກ ບໍ່ສັ່ງຟ້ອງນາຍຕຳຫລວດຜິວຂາວ ກໍລະນີລັອກຄໍຜູ້ຕ້ອງສົງໄສຊາຍຜິວ

ດຳທີ່ບໍ່ມີອາວຸດຈົນຕາຍ ຂະນະທີ່ເຈົ້າໜ້າທີ່ລາຍດັ່ງກ່າວພະຍາຍາມຄວບຄຸມຕົວເຂົາ ຖານຂາຍຢາສູບເຖື່ອນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວານີ້ວ່າ ສະຖານີໂທລະພາບ NY1 ຂອງສະຫະລັດ ໄດ້ລາຍງານໃນວັນ

ທີ 3 ຜ່ານມານີ້ ໂດຍອ້າງວ່າຄະນະລູກຂຸນໃຫຍ່ເຂດສະເຕເຕັນ ໄອສ໌ແລນ ໄດ້ຕັດສິນໃຈບໍ່ສັ່ງຟ້ອງຄະດີອາຍາຕໍ່ ທ່ານ

ດານຽນ ປັນຕາລີໂອ ນາຍຕຳຫລວດນິວຢອກ ໃນກໍລະນີການເສຍຊີວິດຂອງ ທ້າວ ເອຣິກ ກາເນີ ເມື່ອວັນທີ 17 ກໍລະ

ກົດທີ່ຜ່ານມາ ຈາກການຖືກຮັດຄໍຈົນຕາຍຄາທີ່ ຍ້ອນເຂົາຂາຍຢາສູບເຖື່ອນ ໂດຍທີ່ບໍ່ມີອາວຸດຕິດຕົວແຕ່ຢ່າງໃດ.

 

ການຕັດສິນໃຈຂອງຄະນະລູກຂຸນໃນຄັ້ງນີ້ ມີຂຶ້ນພຽງໜຶ່ງອາທິດ ຫລັງຈາກຄະນະລູກຂຸນໃຫຍ່ໃນເມືອງເຟີກູສັນ ລັດ

ມິດຊູຣີ ບໍ່ສັ່ງຟ້ອງຕຳຫລວດທ່ານໜຶ່ງ ທີ່ຍິງຜູ້ຕ້ອງສົງໄສຊາຍຜິວດຳເສຍຊີວິດຄາທີ່ ໂດຍທີ່ເຂົາບໍ່ມີອາວຸດໃດໆ ອັນ

ໄດ້ເປັນເຫດເຮັດໃຫ້ມີການປະທ້ວງຮຸນແຮງ ແລະ ລຸກລາມໄປໃນທົ່ວປະເທດ ຈາກຄວາມບໍ່ພໍໃຈໃນຄວາມບາດໝາງ

ທາງດ້ານສີຜິວພາຍໃນສະຫະລັດອາເມຣິກາ ທີ່ຝັງແໜ້ນມາຍາວນານ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...