spot_img
Homeຂ່າວພາຍ​ໃນຕັດສິນລົງໂທດປະຫານຊີວິດ 4 ຈໍາເລີຍ ຂໍ້ຫາຂົນສົ່ງເຮໂຣອິນ ແລະ ຢາໄອສ໌

ຕັດສິນລົງໂທດປະຫານຊີວິດ 4 ຈໍາເລີຍ ຂໍ້ຫາຂົນສົ່ງເຮໂຣອິນ ແລະ ຢາໄອສ໌

Published on

ວັນທີ 1 ກັນຍາ 2023 ສານປະຊາຊົນຂັ້ນຕົ້ນແຂວງ ອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາລົງໂທດຕັດອິດສາລະພາບ 4 ຈໍາເລີຍ ຊື່ ທ້າວ ຟົງວາ ອາຍຸ 35 ປີ ສັນຊາດລາວ ອາຊີບ ປະຊາຊົນ ຢູ່ບ້ານສາລາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ຈໍາເລີຍ1) ຖືກກັກຕົວ ວັນທີ 2 ພະຈິກ 2020; ທ້າວ ເອ່ຍວາ ອາຍຸ 24 ປີ ສັນຊາດລາວ ອາຊີບ ປະຊາຊົນ ຢູ່ບ້ານຫ້ວຍເງິນ ເມືອງຄອບ ແຂວງໄຊຍະບູລີ (ຈໍາເລີຍ2) ຖືກກັກຕົວ ວັນທີ 3 ພະຈິກ 2020; ທ້າວ ບຸນມີວາ ອາຍຸ 27 ປີ ສັນຊາດລາວ ອາຊີບຫວ່າງງານ ຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ຈໍາເລີຍ3) ແລະ ທ້າວ ຈາວາ ຫຼື ເຮີວາ ອາຍຸ 19 ປີ ສັນຊາດລາວ ອາຊີບ ຫວ່າງງານ ຢູ່ບ້ານ ຫ້ວຍສະລາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ຈໍາເລີຍ4), ທັງສອງຈໍາເລີຍຖືກກັບຕົວ ວັນທີ 3 ພະຈິກ 2020.

ໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງໃຫ້ຮູ້ວ່າ: ໃນເວລາ 20:30 ໂມງ ຂອງວັນທີ 2 ພະຈິກ 2020 ທາງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມເປົ້າໝາຍຄ້າຂາຍຢາເສບຕິດຈະມີການເຄື່ອນຍ້າຍຢາເສບຕິດຈາກແຂວງບໍ່ແກ້ວ ຜ່ານທາງເມືອງ ປາກແບງ, ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກແບງ ອອກຕັ້ງຈຸດກວດກາຢູ່ຫຼັກກິໂລແມັດທີ 139 ເມືອງ ປາກແບງ ທາງແຍກໄປເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ, ຮອດເວລາ 22: 30 ໂມງ ຂອງວັນດຽວກັນ ກຳລັງເຈົ້າໜ້າທີຈຶ່ງໄດ້ສະກັດລົດເປົ້າໝາຍຕ້ອງສົງໃສຈໍານວນ 3 ຄັນ, ແຕ່ລົດເປົ້າໝາຍບໍ່ຍອມຈອດ ໄດ້ແລ່ນຜ່ານດ່ານຂອງເຈົ້າໜ້າທີ່ ແລ້ວເກີດເສຍຫຼັກເຮັດໃຫ້ລົດກະບະ 3 ຄັນຕົກຮ່ອງ ເປັນເຫດເຮັດໃຫ້ລົດດັ່ງກ່າວບໍ່ສາມາດແລ່ນໄປໄດ້ ແຕ່ພວກເປົ້າໝາຍໄດ້ເອົາຕົວຫຼົບໜີ, ເຈົ້າໜ້າທີ່ໄດ້ນຳຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ລາວຟົງ ຫຼື ຟົ້ງວ່າ, ສ່ວນອີກຈໍານວນໜຶ່ງແມ່ນໄດ້ເອົາຕົວຫຼົບໜີ, ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ທໍາການກວດຄົ້ນລົດກະບະທັງ 3 ຄັນ ຜ່ານການກວດຄົ້ນໄດ້ພົບເຫັນເຄື່ອງຂອງກາງຢາເສບຕິດຢູ່ພາຍໃນລົດກະບະ VIGO ສີປອນ, ໝາຍເລກທະບຽນ ໄຊຍະບູລີ ກກ 0579 ລົດຄັນທີ່ 1 ຂັບຂີ່ໂດຍ ທ້າວ ໄບຊົງ ແລະ ທ້າວ ລາວຟົງ ຫຼື ຟົງວາ ມີຂອງກາງ: ເຮໂຣອິນ ຈໍານວນ 04 ເປົາ, ມີ 400 ແທ່ງ, ນ້ຳໜັກ 152 ກິໂລກຣາມ ແລະ ຢາໄອສ໌(Ice) ຈໍານວນ 10 ເປົາມີ 400 ຫໍ່, ນໍ້າໜັກ 400 ກິໂລກຣາມ;

ລົດຄັນທີ 2 ລົດກະບະ ຍີ່ຫໍ້ TOYOTA VIGO ສີຂາວ ໝາຍເລກທະບຽນ ກບ 5326 ຂອງທ້າວ ບຸນມີ ວາ, ແຕ່ຕິດປ້າຍ ປກສ 0091 (ປ້າຍປອມ) ຂັບຂີ່ໂດຍທ້າວ ຂັນ ພົບຂອງກາງ ຢາໄອສ໌ (Ice) ຈໍານວນ 15 ເປົາ ມີ 592 ຫໍ່ ນໍ້າໜັກ 592 ກິໂລກຣາມ ແລະ ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ 27 ລູກ.

ລົດຄັນທີ 3: ລົດກະບະ ຍີ່ຫໍ້ TOYOTA REVO ສີປອນເງິນ, ໝາຍເລກທະບຽນ ກໍາແພງນະຄອນ ກຂ 8031 ຂັບຂີ່ໂດຍທ້າວ ຈົວວາ ມີຂອງກາງ: ຢາໄອສ໌ (Ice) ຈໍານວນ 16 ເປົາ ມີ 612 ຫໍ່ ນໍ້າໜັກ 612 ກິ ໂລກຣາມ ມາຮອດເວລາ 2 ໂມງຂອງວັນທີ 3 ພະຈິກ 2020 ເຈົ້າໜ້າທີ່ ປກສ ກຸ່ມບ້ານ ມົກໂຄ, ເມືອງ ປາກແບງ ໄດ້ກວດກາພົບເຫັນທ້າວ ເອຍວາ ຂັບຂີ່ລົດຈັກ ຍີ່ຫໍ້ HONDA ລຸ້ນ WAVE-I ສີຂາວມ່ວງ, ໝາຍເລກທະບຽນ ບໍ່ແກ້ວ ຈຄ 3522 ມາແຕ່ທາງເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ຊຶ່ງທ່າທາງມີພິລຸດສົງໄສ ເຈົ້າໜ້າທີ່ຈຶ່ງກັກຕົວດຳເນີນການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການວ່າ ໄດ້ເຂົ້າຮ່ວມຄ້າຂາຍ ແລະ ຂົນສົ່ງຢາເສບຕິດໃນຄັ້ງນີ້ແທ້.

ເວລາ 5 ໂມງເຊົ້າ ຂອງວັນທີ 3 ພະຈິກ 2020 ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປະຈໍາຢູ່ເຂດ ເມືອງ ວັງວຽງ, ແຂວງ ວຽງຈັນ ໄດ້ກັກຕົວທ້າວ ບຸນມີ ວາ ເເລະ ທ້າວ ຈາວາ ຫຼື ເຮີວາ ທີ່ມີການພົວພັນກັບທ້າວ ລາວຟົງ ຫຼື ຟົ້ງວາ, ທ້າວ ເອ່ຍວາ, ມາຮອດວັນທີ 23 ກໍລະກົດ 2021 ຈຶ່ງໄດ້ນໍາ ສົ່ງທ້າວ ບຸນມີວາ ແລະ ທ້າວ ຈາວາ ຫຼື ເຮີວາ ໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອຸດົມໄຊ ດໍາເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນຜູ້ຖືກຫາທັງ 4 ໄດ້ໃຫ້ການຮັບສະລະພາບວ່າ: ເຄື່ອງຂອງກາງຢາເສບຕິດ ແລະ ພາຫະນະຮັບໃຊ້ຂົນສົ່ງຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກຕົນແທ້ ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊພິຈາລະນາລົງໂທດ ປະຫານຊີວິດ ທ້າວ ລາວຟົງ ຫຼື ຟົ້ງວາ (ຈໍາເລີຍ1); ທ້າວ ເອ່ຍວາ (ຈໍາເລີຍ2); ທ້າວ ບຸນມີ ວາ (ຈໍາເລີຍ3) ແລະ ທ້າວ ຈາວາ ຫຼື ເຮີວາ (ຈໍາລີຍ4) ຕາມລະບຽບກົດໝາຍ.

ພ້ອມກັນນັ້ນກໍໄດ້ຮິບພາຫະນະລົດກະບະຈໍານວນ 4 ຄັນ, ລົດຈັກ 1 ຄັນ, ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມດ້ວຍລູກປືນ ຈໍານວນ 27 ລູກ ມາເປັນຂອງລັດ ແລະ ຮິບເງິນບາດ ຈໍານວນ 5.000 ບາດ, ສາຍຄໍຄໍາ ລາຍຮວງເຂົ້າຈໍານວນ ໜຶ່ງເສັ້ນ ນໍ້າໜັກ 15 ກຣາມ, ໂທລະສັບ ມືຖື ຍີ່ຫໍ້ ຢູນີເທວ (Unitel) ຈໍານວນ 2 ເຄື່ອງ ແລະ ມືຖື ຍີ່ຫໍ້ ອ໋ອບໂປ (OPPO) ສີດໍາ 1 ເຄື່ອງ, ຫົວເວີຍ (HUAWEI) ສີດໍາ 1 ເຄື່ອງ ທີ່ມີສ່ວນພົວພັນກັບລາຍຄະດີ ມາເປັນຂອງລັດ; ສົ່ງເງິນ ຈໍານວນ 507.000 ກີບ, ໂທລະສັບ ມືຖື ຍີ່ຫໍ້ ຢູນີເທວ (Unitel) ສີດໍາ ຈໍານວນ 1 ເຄື່ອງ, ມືຖື ຍີ່ຫໍ້ ອ໋ອບໂປ (OPPO) ສີດໍາ ຈໍານວນ 1 ເຄື່ອງ ທີ່ບໍ່ມີສ່ວນພົວພັນກັບການກະທໍາຜິດ ຄືນໃຫ້ແກ່ທ້າວ ລາວຟົງ ຫຼຶ ຟົ້ງວາ (ຈໍາເລິຍ 1); ສົ່ງເງິນ ຈໍານວນ 150.000 ກີບ, ເງິນບາດ ຈໍານວນ 1.000 ບາດ ຄືນໃຫ້ແກ່ທ້າວ ເອ່ຍວາ (ຈໍາເລີຍ 2); ສົ່ງສາຍຄໍຄໍາ 1 ເສັ້ນ ນໍ້າໜັກ 45,7 ກຣາມ, ແຫວນຄໍາ ໜຶ່ງວົງ ນໍ້າໜັກ 15,2 ກຣາມ, ແຫວນເກ້ 1 ວົງ, ໂມງໃສ່ແຂນ ຍີ່ຫໍ້ ອ໊ອບ (OP) ສີນໍ້າເງິນ 1 ໜ່ວຍ, ເງິນບາດ ຈໍານວນ 9.100 ບາດ, ເງິນກີບ ຈໍານວນ 2.000.000 ກີບ, ໃບທຳນຽມເສຍຄ່າທາງ 1 ຊຸດ, ໃບຂັບຂີ່ 1 ໃບ ແລະ ກ້ອງບັນທຶກ (ກ້ອງຕິດລົດ) ສີດໍາ ຈໍານວນ 1 ໜ່ວຍ ທີ່ບໍ່ມີສ່ວນພົວພັນກັບການກະທໍາຜິດ ຄືນໃຫ້ແກ່ທ້າວ ບຸນມີ ວາ (ຈໍາເລີຍ3); ສົ່ງເງິນບາດ ຈໍານວນ 4.000 ບາດ, ເງິນກີບ ຈໍານວນ 107.000 ກີບ, ມືຖື ຍີ່ຫໍ້ ວີໂວ (VIVO) ສີດໍາ 1 ເຄື່ອງ, ມືຖື ຢູນີເທວ (Unitel) ສີດໍາ ໜຶ່ງເຄື່ອງ ແລະ ໂມງໃສ່ແຂນ ຍີ່ຫໍ້ ຣາໂດ (RADO) ສີທອງ ຈໍານວນ 1 ຫນ່ວຍ ຄືນໃຫ້ແກ່ທ້າວ ຈາວາ ຫຼື ເຮີວາ (ຈໍາເລີຍ 4);

ຮິບເຮໂຣອິນ ຈໍານວນ 4 ເປົາ ມີ 400 ເເທ່ງ ນໍ້າໜັກ 152 ກິໂລກຣາມ ແລະ ຢາໄອສ໌ (Ice) ຈໍານວນ 41 ເປົາ ມີ 1.604 ຫໍ່ ນໍ້າໜັກ 1.604 ກິໂລກຣາມ ຂອງພວກຈໍາເລີຍມາທໍາລາຍຖິ້ມ.

ແຫຼ່ງຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...