spot_img
Homeຄວາມງາມກ້ວຍເຮັດໃຫ້ຈ່ອຍໄດ້

ກ້ວຍເຮັດໃຫ້ຈ່ອຍໄດ້

Published on

734029-topic-ix-8

ສູດ​ຫລຸດຮູບຮ່າງ​ຈາກ​ຊີວິດ​ແທ້

ສູດ​ລົດຮູບຮ່າງ​ຕ່າງໆ ມັກ​ຈະ​ມີ​ທີ່​ມາ​ຈາກ​ຜູ້​ຊ່ຽວຊານ ເຊັ່ນ ນັກ​ໂພດ​ສະນາ​ການ ນັກ​ກຳນົດ​ອາຫານ ຫລື ​ແພດ ແຕ່​ຈຸດ​ເລີ່ມ​ຕົ້ນ​ຂອງ “Banana Breakfast Diet” ເກີດ​ຈາກ “ຮາ​ມາ​ຈິ” ຜູ້​ຊາຍຕຸ້ຍໆ ຊາວ​ຍີ່​ປຸ່ນ​ຄົນ​ໜຶ່ງ​ທີ່​ພະຍາຍາມ​ເຮັດ​ທຸກ​ທາງ​ເພື່ອ​ຄວາມ​ຈ່ອຍ ທັງ​ອອກ​ກຳ​ລັງ​ກາຍ​ໜັກໆ ແລ່ນມື້​ລະ​ຫລາຍ​ຊົ່ວ​ໂມງ ໄປ​ຈົນ​ອົດອາຫານ​ດື່ມ​ແຕ່​ນົມ​ຖົ່ວ​ເຫລືອງ ແຕ່​ກັບ​ບໍ່​ໄດ້​ຜົນ​ຢ່າງ​ທີ່​ຄາດ​ຫວັງ ແຖມ​ຍັງ​ຮູ້ສຶກ​ເໜື່ອຍ​ຫລາຍ​ ໆ
ແຕ່​ຫລັງ​ຈາກ​ກິນ​ກ້ວຍ​ຕາມ​ຄຳ​ແນະ​ນຳ​ຂອງ “ສຶ​ມິ​ໂກະ” ເພ​ດສາທາລະນະສຸກ​ທີ່​ສຶກ​ສາ​ດ້ານ​​ບຳ​ບັດ ​ແລະ ​​ການ​ປ້ອງ​ກັນ ພາຍ​ໃນ 6 ເດືອນ ນ້ຳ​ໜັກ​ຂອງລາວ​ກໍ​ຫາຍ​ໄປ​ເຖິງ 13 ກິ​ໂລ​ກຣາມ ທັງ​ 2 ຈຶ່ງ​ພັດທະນາ​ແນວ​ຄິດ​ເປັນ​ສູດ​ຫລຸດນໍ້າໜັກ ແນະ​ນຳ​ລົງ​ MIXI ຊຸມ​ຊົນ​ອອນ​ລາຍ​ຂອງ​ຍີ່​ປຸ່ນ ກາຍ​ເປັນ​ກະ​ແສ​ຍອດ​ຮິດ​ທີ່​ເຮັດໃຫ້​ສະມາຊິກ​ຫລຸດ​ນ້ຳ​ໜັກ​ໄດ້​ກວ່າ 300 ຄົນ ຈົນ​ໄດ້ຮັບ​ການ​ຕີ​ພິມ​ເປັນ​ຫນັງສື ມີ​ຍອດ​ຂາ​ຍ​ກາຍ 1 ລ້ານຫົວ​​ໃນ  ​ຍີ່​ປຸ່ນ
ກ້ວຍ​ນີ້​ມີ​ດີ​ບ່ອນໃດ
ກ້ວຍ​ເປັນ​ຫມາກໄມ້​ທີ່​ຫາ​ກິນ​ໄດ້​ງ່າຍ ລາ​ຄາ​ບໍ່​ແພງ ແຖມ​ຍັງ​ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ຫລວງຫລາຍ​ທີ່​ກ່ຽວ​ຂ້ອງ​ກັບ​ການຫລຸດ​ຄວາມ​ຕຸ້ຍກໍ​ຄື
ວິ​ຕາ​ມິນ​ບີ 1 ແລະ​ ບີ 2 ທີ່​ຊ່ວຍ​ເລັ່ງ​ການ​ເຜົາ​ຜານ​ນ້ຳ​ຕານ​ ແລະ ​ໄຂ​ມັນ ປ້ອງ​ກັນ​ໂຕ​ບວມ ແລະ ​ຟື້ນ​ຟູ​ຮ່າງກາຍ​ຈາກ​ຄວາມ​ເໝື່ອຍ​ລ້າ
ໂພ​ແທດ​ຊຽມ ຊ່ວຍ​ໃນ​ການ​ຂັບ​ໂຊ​ດຽມ​ອອກ​ທາງ​ຍ່ຽວ
ເສັ້ນ​ໃຍ​ອາຫານ ຊ່ວຍ​ໃນ​ການ​ຂັບ​ຖ່າຍ ບັນ​ເທົາ​ອາການ​ຖ່າຍຍາກ​
ເຊ​ໂລ​ໂທ​ນິນ ຊ່ວຍ​ຫລຸດ​ອາການ​ຫງຸດ​ຫງິດ ​ແລະ ​ຄວາມ​ຢາກ​ອາຫານ
ເອນ​ໄຊຊ່ວຍ​ຍ່ອຍ​ອາຫານ​ທີ່​ຈະ​ຊ່ວຍ​ເຮັດໃຫ້​ສານ​ອາຫານ​ດູດ​ຊຶມ​ໄປ​ໃຊ້​ໄດ້​ທັນ​ທີ
ນ້ຳ​ຕານ​ທີ່​ຫລາກ​ຫລາຍ ທັງ ​ກູ​ໂຄດ ​ຮັກ​ໂທດ ຊູ​ໂຄດ ແລະ​ ແປ້ງ ເຮັດໃຫ້​ອີ່ມ​ທ້ອງ​ໄດ້​ດົນ ຫລຸດ​ຄວາມ​ຖີ່ ​ແລະ ​ປະລິມານ​ບໍ​ລິ​ໂພກ​ນ້ຳ​ຕານ​ໃນ​ລະຫວ່າງ​ມື້​ໄດ້​

ວິທີ​ກິນ​ກໍ່ສໍາຄັນ
ຫລັກ​ຂອງ​ສູດ​ຫລຸດຄວາມຕຸ້ຍ​ທີ່​ ຮາ​ມາ​ຈິ ​ຄົ້ນ​ພົບ ນອກ​ຈາກ​ຈະ​ອາໄສ​ປະໂຫຍດ​ຈາກ​ກ້ວຍ​ຊ່ວຍ​ໃຫ້​ຈ່ອຍ​ແລ້ວ ການ​ກິນ​ໃຫ້​ສຳພັນ​ກັບ​ລະບົບ​ການ​ຍ່ອຍ​ກໍ​ເປັນ​ອີກ​ໜຶ່ງ​ປັດ​ໄຈ​ທີ່​ເຮັດໃຫ້​ສູດ​ນີ້ “ໄດ້​ຜົນ” ໂດຍ​ລາວບອກວ່າ ​ການ​ກິນ​ພຽງແຕ່ກ້ວຍ​ ເຊິ່ງ​ເປັນ​ຫມາກໄມ້​ຍ່ອຍ​ງ່າຍ ​ແລະ ​ນ້ຳ​ລ້າ​ໃນ​ຕອນ​ເຊົ້າ ຈະ​ເຮັດໃຫ້​ກະເພາະ ລຳ​ໄສ້ ແລະ ​ອະໄວຍະວະ​ໃນ​ລະບົບ​ຍ່ອຍ​ກໍ​ຈະ​ເຮັດວຽກ​ໄດ້​ສະ​ດວກ​ຂຶ້ນ

ເພາະ​ຕາມ​ຫລັກ​ການ​ຂອງ​ເພດ​ການ​ປ້ອງ​ກັນ ຫລັງ​ກິນ​ໄປ​ພຽງແຕ່ 15-20 ນາ​ທີ ກ້ວຍ​ຈະ​ເຄື່ອນ​ທີ່​ໄປ​ສູ່​ລຳ​ໄສ້ ແລະ​ ເລີ່ມ​ຖືກ​ດູດ​ຊຶມ​ເຂົ້າ​ສູ່​ຮ່າງກາຍ ຂະນະ​ທີ່​ ຜັກ ຄາລໂບ​ໄຮ​ເດດ ແລະ ​ໂປ​ຕີນ ຈະ​ໃຊ້​ເວລາ​ໃນ​ການ​ຍ່ອຍ​ດົນ​ກວ່າ 3-4 ຊົ່ວ​ໂມງ ສ່ວນ “ນ້ຳ” ກໍ​ຈະ​ຊ່ວຍ​ເຮັດໃຫ້​ການ​ໝຸນ​ວຽນ​ຂອງ​ເລືອດ​ ແລະ ​ຂອງ​ແຫລວ​ໃນ​ຮ່າງກາຍ​ດີ​ຂຶ້ນ ເມື່ອ​ລະບົບ​ຕ່າງໆ ດີ​ຂຶ້ນ​​ກໍ​ຈະ​ຈ່ອຍ​ລົງ ແຖມ “ກ້ວຍ” ຍັງ​ເປັນ​ຄາບເຂົ້າ​ງ່າຍໆ ເໝາະ​ກັບ​ຊີວິດ​ເລັ່ງ​ດ່ວນຂອງ​ເຮົາ​ສຸດໆ
ອອກ​ກຳ​ລັງ​ກາຍ​ເມື່ອ​ຢາກ​ອ
ແນ່ນອນ​ວ່າ ​ຖ້າ​ຢາກ​ຈ່ອຍ​ປະ​ການ​ອອກ​ກຳ​ລັງ​ໄປ​ບໍ່​ໄດ້ ແມ່ນ​ສູດ​ນີ້​ຈະ​ບໍ່​ໄດ້​ບອກ​ໃຫ້​​ອົດອາຫານ​ຈົນ​ເປັນ​ອັນຕະລາຍ​ຖ້າ​ໄປ​ອອກ​ກຳ​ລັງ​ກາຍ ຮາ​ມາ​ຈິ ບອກວ່າ ເມື່ອ​​ນ້ຳ​ໜັກ​ກາຍ​ຫລາຍ​ໆ ການ​ຝືນ​ອອກ​ກຳ​ລັງ​ແບບ​ຫັກ​ໂຫມ​ອາດ​ເຮັດໃຫ້​ບາດ​ເຈັບ​ໄດ້ ແລະ ​ການ​ທີ່​ຮ່າງກາຍ​ຮູ້ສຶກ​ທໍລະມານ​ນັ້ນ​ມີ​ສາ​ເຫດ ຫາກ​ສິ່ງ​ທີ່​ເຮັດ​ນັ້ນ​ດີ​ຕໍ່​ສຸຂະພາບ ກໍ​ຈະ​ບໍ່​ຮູ້ສຶກ​ທໍລະມານ ຖ້າ​ບໍ່​ພ້ອມ ການ​ແກວ່ງ​ແຂນ​ໄປ​ມາ​ຍັງມີ​ຜົນດີີ​ຕໍ່​ການ​ຫລຸດຮູບຮ່າງ​ຫລາຍກວ່າ​ການ​ແລ່ນ​ຈົນ​ຫອບ​ ເມື່ອ​ຮູ້ສຶກ​ແຂງ​ແຮງ​ຂຶ້ນ ຄ່ອຍ​ອອກ​ກຳ​ລັງ​ໃຫ້​ໜັກ​ຂຶ້ນ​ກໍ​ຍັງ​ບໍ່​ສວາຍ
ມາ​ເລີ່ມ​ກິນ​ກ້ວຍ​ຫລຸດຮູບຮ່າງກັນເຖາະ!
ຄອນ​ເຊັບ​ຂອງ “Banana Breakfast Diet” ກໍ​ຄື​ບໍ່​ຕ້ອງ​ອົດ ບໍ່​ຕ້ອງ​ທົນ ບໍ່​ເປືອງ​ເງີນ ບໍ່​ເປືອງ​ເວລາ ວິທີ​ເພື່ອ​ຄວາມ​ຈ່ອຍ​ກໍ​ເລີຍ​ບໍ່​ຫຍຸ້ງຍາກ
ຕື່ນ​ນອນ:  ຖ້າ​ຕື່ນ​ເອງ​ໂດຍ​ທຳມະຊາດ​ບໍ່​ຕ້ອງ​ອາໃສ​ສຽງ​ໂມງ​ປຸກ​ຈະ​ຍິ່ງ​ດີ​ຕໍ່​ລະບົບ​ຂັບ​ຖ່າຍ

ຄາບ​ເຊົ້າ :  ກິນ​ກ້ວຍ​ຫຍັງ​ກໍ​ໄດ້ ຈັກ​ໜ່ວຍ​ກໍ​ໄດ້ ແຕ່​ຕ້ອງ​ຫຍ້ຳ​ໃຫ້​ລະອຽດ​ ແລະ ​ດື່ມ​ນ້ຳ​ລ້າ​ອຸນຫະພູມ​ທໍາມະດາ ຖ້າ​ຮູ້ສຶກ​ບໍ່​ຢູ່​ທ້ອງ​ໃຫ້​ເວັ້ນ​​ຫລັງ​ກິນ​ກ້ວຍ​ປະມານ 15-30  ນາ​ທີ ກິນ​ເຂົ້າ​ປຽກ​ເຂົ້າ​ ​ຫລື ​ຫມາກໄມ້​ກໍ​ໄດ້
ຕອນກາງເວັນ:  ກິນ​ຫຍັງ​ກໍ​ໄດ້ ບໍ່​ມີ​ຂໍ້​ກຳນົດ​ຕາຍ​ໂຕ
ຫລັງ​ທ່ຽງ:  ຫລື ​ຫລັງ​​ອາຫານ​ກາງເວັນ​ປະ​ມານ​ເຄິ່ງ​ຊົ່ວ​ໂມງ ເພື່ອ​ໃຫ້​ການ​ຍ່ອຍ​ດຳ​ເນີນ​ໄປ​ໄດ້​ດ້ວຍ​ດີ
15.00  ຫາກ​ຢາກ​ກິນ​ຂອງ​ວ່າ​ງ ອະນຸຍາດພຽງແຕ່​ເວລາ​ນີ້​ເທົ່າ​ນັ້ນ ຈະ​ເປັນ​ເຂົ້າໜົມ​ ຫລື​ຫມາກໄມ້​ກໍ​ໄດ້
ຄາບແລງ:  ກິນ​ຫຍັງ​ກໍ​ໄດ້ ແຕ່​ຄວນ​ກິນ​ໃຫ້​ໄວ​ກວ່າ​ປົກກະຕິ​ປະມານເຄິ່ງ​ຊົ່ວ​ໂມງ ແລະ​ເດິກ​ທີ່ສຸດ​ບໍ່​ກາຍ​ 20.00
ຫລັງ​ຄາບແລງ:  ຖ້າ​ຕ້ອງ​ຢູ່​ເຮັດວຽກ​ຈົນ​ເດິກ​ກິນ​ໄດ້​ພຽງແຕ່ຫມາກໄມ້​ໜ່ວຍ​ໜຶ່ງ​ເທົ່າ​ນັ້ນ
ເຂົ້າ​ນອນ: ພະຍາຍາມ​ເຝິກ​ນອນ​ກ່ອນ​ທ່ຽງ​ຄືນ​ໃຫ້ເປັນ​ນິ​ໄສ ເພື່ອ​ໃຫ້​ຮ່າງກາຍ​ຟື້ນ​ຟູ​ໄດ້​ເຕັມ​ທີ່​ທີ່ສຸດ

ສູດ​ນີ້​ບໍ່​ໄດ້​ເໝາະ​ກັບ​ທຸກ​ຄົນ
ເຖິງ​ຈະ​ເບິ່ງ​ຄືເປັນ​ສູດ​ທີ່​ເຮັດ​ໄດ້​ບໍ່​ຍາກ ແຕ່​ກໍ​ບໍ່​ມີ​ສູດ​ຫລຸດຮູບຮ່າງ​ທີ່​ສົມບູນແບບຢ່າງ​ນ້ອຍ​ໆ ຄົົນທີ່​ແພ້​ກ້ວຍ ​ກໍ​ໃຊ້​ສູດ​ນີ້​ບໍ່​ໄດ້​ແນ່ນອນ ແລະ​ ໃຜ​ທີ່​ມີ​ພະຍາດ​ປະຈຳ​ຕົວ​ກໍ​ຕ້ອງ​ຖາ​ມຫາ​ໝໍ​ເສຍ​ກ່ອນ ນອກ​ຈາກ​ນີ້ ມີ​ຫລາຍ​ຄົົນທີ່​ລອງ​ສູດ​ນີ້​ເປັນ​ເດືອນ ນ້ຳ​ໜັກ​ກໍ​ຍັງ​ບໍ່​ລົງ​
ຮາ​ມາ​ຈິ ບອກວ່າ “ຄົົນທີ່​ບໍ່​ໄດ້​ຜົນ​ມັກ​ຈະ​ມີ​ເຫດ​ທີ່​ເຮັດໃຫ້​ຈ່ອຍ​ຍາກ ເຊັ່ນ ນອນ​ເດິກ ສູບ​ຢາ ດື່ມ​ເຫລົ້າ ຄຽດ​” ຖ້າ​​ເປັນ​ໜຶ່ງ​ໃນ​ຄົນ​ກຸ່ມ​ນີ້ ລອງ​ຫາ​ສູດ​ຫລຸດອັນ​ອື່ນ ຫລື ​ປັບ​ພຶດຕິກຳ​ກ່ອນ​ຈະ​ດີກວ່າ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...