spot_img
Homeຂ່າວພາຍ​ໃນການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ເດືອນສິງຫາຄືບໜ້າ 73,42%

ການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ເດືອນສິງຫາຄືບໜ້າ 73,42%

Published on

ການຈັດຕັ້ງປະຕິບັດວຽກໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ມາຮອດທ້າຍເດືອນສິງຫາ 2023 ຄືບໜ້າສະເລ່ຍ 73,42%, ໃນນີ້ ຄືບໜ້າຫຼາຍກວ່າໝູ່ແມ່ນສັນຍາທີ 1 ມີຄວາມຄືບໜ້າ 99,5% ແລະ ສັນຍາ 4 ຄືບໜ້າ 79,98%.

ທ່ານ ສີສົມພັນ ພິມສີປະສົມ ຫົວຫນ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ ສັນຍາທີ 1 – 2 ກ່າວວ່າ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ ມີຈຸດເລີ່ມຕົ້ນແຕ່ກິໂລແມັດ (ກມ) 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດທີ 346 ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລວມມີລວງຍາວທັງໝົດ 275 ກິໂລແມັດ. ແບ່ງອອກເປັນ 2 ໂຄງການ ມີ 4 ສັນຍາ ຄື: ໂຄງການທີ 1 ລວມມີ 2 ສັນຍາ ຄື: ສັນຍາທີ (ຊ່ວງທີ 1) ເລີ່ມແຕ່ ກມ ທີ 71 ຫາ ກມ 111 ລວງຍາວ 40 ກມ ນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ (IDA), ສ່ວນສັນຍາທີ 2 (ເລີ່ມແຕ່ ກມ ທີ 111 – ກມ 190, ລວງຍາວ 79 ກມ) ນໍາໃຊ້ທຶນກູ້ຢືມຈາກທະນາຄານລົງທຶນເອີຣົບ ( EIB ).

ມາຮອດທ້າຍເດືອນສິງຫາ 2023 ສະເພາະໂຄງການທີ 1 ສັນຍາທີ 1 ແມ່ນມີຄວາມຄືບໜ້າຕາມບໍລິມາດວຽກ 99,5% ຖ້າທຽບໃສ່ ແຜນການວາງໄວ້ 100% ແມ່ນຊ້າ 0,5%; ສ່ວນສັນຍາທີ 2 ແມ່ນມີຄວາມຄືບໜ້າ 57,14% ຕາມແຜນ 76,01% ຊ້າ 18,87%.

ດ້ານ ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ ສັນຍາທີ 3 – 4 ກ່າວວ່າ: ສໍາລັບໂຄງການ ທີ 2 ລວມມີ 2 ສັນຍາຄື: ສັນຍາທີ 3 ຈຸດເລີ່ມແຕ່ ກມ ທີ 190 – ກມ 268 ລວງຍາວ 78 ກມ ນໍາໃຊ້ເງິນກູ້ຈາກທະນາຄານລົງທຶນໂຄງລ່າງ ພື້ນຖານອາຊີ (AIIB) ແລະ ສັນຍາ 4 ເລີ່ມແຕ່ ກມ 268 – ກມ 346, ລວງຍາວ 78 ກມ ນໍາໃຊ້ເງິນກູ້ຈາກທະນາຄານລົງທຶນເອີຣົບ (EIB) ໂດຍປັບປຸງຍົກລະດັບຈາກທາງປູຢາງ 2 ຊັ້ນ ໃຫ້ເປັນເສັ້ນທາງປູອັດສະຟານ (ຢາງຂົ້ວ) ໂດຍແມ່ນກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ.

ສໍາລັບຄວາມຄືບໜ້າລວມຂອງໂຄງການ 2 ສັນຍາ 3 ກມ ທີ 190 – ກມ 268 ລວງຍາວ 78 ກມ ມາຮອດເດືອນສິງຫາ 2023 ຕາມແຜນການທີ່ວາງໄວ້ແມ່ນ 72,5% ລວມຄວາມຄືບໜ້າທັງໝົດຮອດປັດຈຸບັນ 57,08% ຫຼຸດແຜນການທີ່ວາງໄວ້ 14,97%; ສ່ວນສັນຍາ 4 ກມ ທີ 268 – ກມ 346 ລວງຍາວ 78 ກມ ຮອດທ້າຍເດືອນສິງຫາ 2023 ຕາມແຜນການລວມທີ່ວາງໄວ້ 81,45% ລວມຄວາມຄືບຫນ້າ ທັງໝົດຮອດປັດຈຸບັນ 79,98% ຄວາມຄືບໜ້າຕົວຈິງທີ່ສາມາດປະຕິບັດໄດ້ໃນເດືອນ ເທົ່າກັບ 1,45% ຫຼຸດແຜນການ 1,47%.

ແຫຼ່ງຂ່າວ laoedaily

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...