Homeຂ່າວພາຍ​ໃນເປີດຖ້ຽວບິນໃໝ່ ນະຄອນຫລວງພະບາງ ຫານະຄອນສາງຊາ ແຂວງຫູນານ ສປຈີນ ໃຫ້ບໍລິການທຸກໆວັນພຸດ

ເປີດຖ້ຽວບິນໃໝ່ ນະຄອນຫລວງພະບາງ ຫານະຄອນສາງຊາ ແຂວງຫູນານ ສປຈີນ ໃຫ້ບໍລິການທຸກໆວັນພຸດ

Published on

ພິທີເປີດຖ້ຽວບິນໃໝ່ ແຂວງຫຼວງພະບາງ ຫາ ນະຄອນ ສາງຊາ ແຂວງຫູນານ ສປຈີນ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 6 ກັນຍາ 2023, ທີ່ສະໜາມບິນສາກົນຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ມ້າວເວີຍມິ້ງ ເຈົ້າແຂວງຫູໜານ ສປ ຈີນ, ມີຕາງໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ.ບັນດາການນໍາຈາກແຂວງຫຼວງພະບາງ, ແຂວງຫູໜານ ສປ ຈີນ, ແຂວງຫຼວງນໍ້າທາ, ຕາງໜ້າການນໍາບັນດາແຂວງພາກເໜືອ, ກະຊວງໂຍທາທິການ ແລະຂົນສົ່ງ, ກົມການບິນ, ປະທານບໍລິສັດ ຫູນານ ຊິນຊຽງຟົງ ພັດທະນາການຄ້າຈໍາກັດ, ລັດວິສາຫະກິດການບິນລາວ ສາຂາ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກ່າວວ່າ: ໃນຄັ້ງວັນທີ 28/11/2018 ຜ່ານມາ ແຂວງຫລວງພະບາງ ສປປ ລາວ ແລະ ແຂວງຫູໜານ ສປ ຈີນ ໄດ້ເປີດສາຍການບິນ ລະຫວ່າງ ນະຄອນ ຫລວງພະບາງ, ແຂວງຫລວງພະບາງ ສປປລາວ ກັບ ນະຄອນ ສາງຊາ ແຂວງຫູໜານ ສປຈີນ ເພື່ອເສີມສ້າງສາຍພົວພັນມິດຕະພາບ, ການແລກປ່ຽນທາງດ້ານວັດທະນະທໍາ,ທ່ອງທ່ຽວ ແລະຂົງເຂດອື່ນໆ, ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ຖ້ຽວບິນດັ່ງກ່າວນີ້ ໄດ້ຢຸດເຊົາຊົ່ວຄາວ, ໂດຍການເຫັນດີຂອງສູນກາງພັກ, ລັດຖະບານຂອງ 2 ປະເທດ ລາວ-ຈີນ, ຕາມເນື້ອໃນຈິດໃຈຄູ່ຮ່ວມສະຕາກໍາ ລາວ-ຈີນ, ແລະປັດຈຸບັນຫຼັງສະພາບການຕ່າງໆໄດ້ກັບເຂົ້າສູ່ສະພາບປົກກະຕິ ການນຳແຂວງຫລວງພະບາງ ສປປລາວ ແລະ ແຂວງຫູນານ ສປຈີນ ກໍໄດ້ຟື້ນຟູເປີດສາຍການບິນຄືນໃໝ່ ລະຫວ່າງ ນະຄອນ-ຫລວງພະບາງ, ແຂວງຫລວງພະບາງ ກັບ ນະຄອນ ສາງຊາ , ແຂວງຫູນານ ສປຈີນ ເພື່ອເປັນການເຊື່ອມໂຍງ, ເຊື່ອມຈອດເສັ້ນທາງໄປມາ ຫາສູ່ກັນສັ້ນລົງ ລະຫວ່າງ 2 ແຂວງ ແລະທັງເຊື່ອມໂຍງກັບບັນດາປະເທດພາກພື້ນ ແລະສາກົນ, ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ແຂວງຫລວງພະບາງ ສປປລາວ ກັບ ແຂວງຫູນານ ສປ ຈີນ ໃຫ້ເລິກເຊິ່ງ, ໂດຍຍຶດຖືເອົາເນື້ອໃນຈິດໃຈ 04 ດີ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທໍາ, ການທ່ອງທ່ຽວ ແລະຂົງເຂດອື່ນໆ, ບົນພື້ນຖານທີ່ນະຄອນຫຼວງພະບາງ ສປປ ລາວ ກັບ ນະຄອນ ຈາງຈາເຈຍ ໄດ້ເຊັນບົດບັນທຶກເຈດຈໍານົງໃນການສ້າງສາຍພົວພັນມິດຕະພາບຮ່ວມກັນໃນເດືອນ 11 ປີ 2019 ໃຫ້ເຂົ້າສູ່ລວງເລິກ, ໃຫ້ແຕກດອກອອກຜົນ ແລະໄດ້ຮັບໝາກຜົນຕົວຈິງເພື່ອນໍາຜົນປະໂຫຍດມາສູ່ປະຊາຊົນ 2 ແຂວງ.
ພ້ອມດຽວກັນນີ້ ທ່ານ ມ້າວ ເວີຍມິ້ງ ເຈົ້າແຂວງຫູໜານ ກໍໄດ້ມີຄໍາເຫັນ ເຊິ່ງທ່ານກໍໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມື ລະຫວ່າງ ແຂວງຫຼວງພະບາງ ແລະແຂວງຫູໜານ ໃນດ້ານຕ່າງໆ, ພ້ອມນັ້ນກໍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນມາຕະຫຼອດ, ປະຊາຊົນສອງຊາດ ລາວ-ຈີນ “ມີໃຈດຽວກັນ” ມິດຕະພາບອັນຍາວນານ, ການສ້າງປະຊາຄົມຄູ່ຮ່ວມສະຕາກຳ ລາວ-ຈີນ ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.

ສໍາລັບຖ້ຽວບິນ ຫຼວງພະບາງ ຫາ ສາງຊາ, ສາງຊາ ຫາ ຫຼວງພະບາງ ຈະໃຫ້ບໍລິການທຸກໆວັນພຸດ ຄື: ຖ້ຽວບິນ QV857 ອອກຈາກ ຫຼວງພະບາງ ເວລາ 13 ໂມງ 10 ນາທີ (ເວລາທ້ອງຖິ່ນ) ໄປເຖິງ ນະຄອນ ສາງຊາ ສປຈີນ ເວລາ 16 ໂມງ 30 ນາທີ (ເວລາທ້ອງຖິ່ນ) ຖ້ຽວບິນ QV858 ອອກຈາກ ນະຄອນ ສາງຊາ ສປຈີນ ເວລາ 17 ໂມງ 30 ນາທີ (ເວລາທ້ອງຖິ່ນ) ມາຮອດ ຫຼວງພະບາງ ເວລາ 18 ໂມງ 30 ນາທີ (ເວລາທ້ອງຖິ່ນ) ແລະ ພາຍໃນມື້ດຽວກັນຜູ້ໂດຍສານຈາກນະຄອນຫຼວງວຽງຈັນ ຍັງສາມາດເດີນທາງ ຜ່ານຖ້ຽວບິນ QV107 ອອກຈາກ ນະຄອນຫຼວງວຽງຈັນ ເວລາ 11 ໂມງ 30 ນາທີ ຮອດ ຫຼວງພະບາງ ເວລາ 12 ໂມງ 10 ນາທີ ເຊື່ອມຕໍ່ຖ້ຽວບິນ QV857 ໄປຍັງ ນະຄອນ ສາງຊາ ສປຈີນ, ສ່ວນຜູ້ໂດຍສານຈາກ ນະຄອນ ສາງຊາ ສປຈີນ ສາມາດເດີນທາງໄປຍັງນະຄອນຫຼວງວຽງຈັນ ໂດຍຖ້ຽວບິນ QV858 ອອກຈາກ ນະຄອນ ສາງຊາ ສປຈີນ ເວລາ 17 ໂມງ 30 ນາທີ ຮອດ ຫຼວງພະບາງ ເວລາ 18 ໂມງ 30 ນາທີ ແລະ ເຊື່ອມຕໍ່ຖ້ຽວບິນ QV108 ເວລາ 19 ໂມງ 30 ນາທີ ໄປຍັງນະຄອນຫຼວງວຽງຈັນພາຍໃນມື້ດຽວກັນ.
ທີ່ມາ: mediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...