Homeຂ່າວພາຍ​ໃນຄໍາແນະນໍາ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ

ຄໍາແນະນໍາ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ

Published on

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄະນະກໍາມະການແຮງງານແຫ່ງຊາດ ອອກແຈ້ງການໃຫ້ຄຳແນະນຳກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ

ອີງຕາມ ດໍາລັດວ່າດ້ວຍຄະນະກໍາມະການແຮງງານແຫ່ງຊາດ ສະບັບເລກທີ 571/ນຍ, ລົງວັນທີ 20 ກັນຍາ 2021;
ອີງຕາມ ແຈ້ງການຂອງຫ້ອງການວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສະເຫນີປັບປຸງຄາ ແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ສະບັບເລກທີ 1502/ຫສນຍ, ລົງວັນທີ 16 ສິງຫາ 2023.

ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານທີ່ເຮັດວຽກໃນຫົວຫນ່ວຍການຜະລິດ, ທຸລະ ກິດ ແລະ ການບໍລິການ ທັງໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນ ໃຫ້ດີຂຶ້ນກວ່າເກົ່າ ໂດຍໄດ້ຮັບຄ່າ ຕອບແທນຈາກການເຮັດວຽກຢ່າງເຫມາະສົມ, ຍຸຕິທໍາກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບ, ເປັນການເພີ່ມປະສິດທິພາບ ໃນການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ.

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານ ຄະນະກໍາມະການແຮງງານແຫ່ງຊາດ ອອກຄໍາແນະນໍາ ດັ່ງນີ້:
1. ປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ຈາກ 1.300.000 ກີບ ມາເປັນ 1.600.000 ກີບ ຕໍ່ຄົນຕໍ່ເດືອນ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ຕຸລາ 2023;

2. ຄ່າແຮງງານຂັ້ນຕໍ່າສຸດ ແມ່ນ ລະດັບຄ່າແຮງງານຂັ້ນຕໍ່າສຸດ ທີ່ຜູ້ໃຊ້ແຮງງານຕ້ອງເບີກຈ່າຍໃຫ້ຜູ້ອອກແຮງ ງານທີ່ເຂົ້າສູ່ຕະຫຼາດແຮງງານໃຫມ່ ທີ່ບໍ່ມີສີມືແຮງງານ, ບໍ່ທັນຜ່ານການຝຶກງານ, ບໍ່ທັນມີຄວາມຊໍານານງານ, ບໍ່ມີວຸດທິທາງວິຊາຊີບ ຊຶ່ງເຮັດວຽກບໍ່ເກີນ ຊາວຫົກ ວັນຕໍ່ເດືອນ, ຫົກ ວັນຕໍ່ອາທິດ ແລະ ແປດ ຊົ່ວໂມງຕໍ່ ວັນ ໂດຍບໍ່ໃຫ້ຄິດໄລ່ເອົາເງິນອື່ນໆ ເຂົ້າເປັນຕົ້ນ: ເງິນຜະລິດ, ເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນ ອຸດຫນູນປີການ, ເງິນຊຸກຍູ້ມາເຮັດວຽກ, ຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ນະໂຍບາຍອື່ນໆ;

3. ຜູ້ອອກແຮງງານທີ່ມີ ວຸດທິທາງວິຊາຊີບ, ວິຊາສະເພາະໃນລະດັບໃດຫນຶ່ງ, ມີປະສົບການໃນການເຮັດວຽກມາ ກ່ອນ ແລະ ຜູ້ທີ່ໄດ້ເຮັດວຽກໃນຫົວຫນ່ວຍແຮງງານນັ້ນ ຄົບ ເກົ້າ ເດືອນ ແມ່ນໃຫ້ຈ່າຍເງິນເດືອນ ຫຼື ຄ່າແຮງ ງານ ໃຫ້ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ໂດຍກໍານົດໄວ້ໃນກົດລະບຽບພາຍໃນຂອງຫົວຫນ່ວຍແຮງງານ ຫຼື ສັນຍາແຮງງານກັບຜູ້ອອກແຮງງານ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມ ທີ່ກໍານົດໄວ້ໃນກົດຫມາຍ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມອີກ ໂດຍບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດ ທີ່ກໍານົດໄວ້ໃນແນະນໍາສະບັບນີ້;

4. ໃຫ້ທຸກຫົວຫນ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວຫນ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າ ຕ້ອງດໍາ ເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຄໍາແນະນໍາສະບັບນີ້;

5. ໃຫ້ຄະນະກໍາມະການແຮງງານແຫ່ງຊາດ, ຄະນະກໍາມະການແຮງງານຂັ້ນແຂວງ, ກອງເລຂາຂອງຄະນະ ກໍາມະການແຮງງານແຫ່ງຊາດ ແລະ ກອງເລຂາຂອງຄະນະກໍາມະການແຮງງານຂັ້ນແຂວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຂັ້ນເມືອງ ລົງໄປ ໂຄສະນາ, ເຜີຍແຜ່, ແນະນໍາ ແລະ ຊຸກຍູ້ໃຫ້ຫົວຫນ່ວຍແຮງງານ ປະຕິບັດຄໍາແນະນໍາສະບັບນີ້ຢ່າງທົ່ວເຖິງ. ພ້ອມດຽວກັນນັ້ນກໍໃຫ້ເຈົ້າຫນ້າທີ່ກວດກາແຮງງານ ລົງຕິດຕາມ, ກວດກາການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ. ຖ້າຫາກພົບເຫັນມີທີ່ ລະເມີດ ຫຼື ບໍ່ປະຕິບັດ ແມ່ນໃຫ້ນໍາໃຊ້ມາດຕະການຕໍ່ຜູ້ລະເມີດຕາມກົດຫມາຍ ແລະ ລະບຽບການ;

6. ໃຫ້ທຸກຫົວຫນ່ວຍແຮງງານ ປະຕິບັດຕາມການປັບປຸງຄ່າແຮງງານຂັ້ນຕໍ່າ ຕາມຄໍາແນະນໍາສະບັບນີ້ ຄຽງຄູ່ກັບ ການສະຫນອງສະຫວັດດີການແຮງງານ ແລະ ນໍາພາຜູ້ອອກແຮງງານທຸກຄົນເຂົ້າເຖິງລະບົບປະກັນສັງຄົມ ແລະ ໃຫ້ໄດ້ກວດສຸຂະພາບປະຈໍາປີ;

7. ຄໍາແນະນໍາສະບັບນີ້ປ່ຽນແທນແຈ້ງການແນະນໍາ ເລກທີ 2718/ຮສສ, ລົງວັນທີ 08 ກໍລະກົດ 2022 ແລະ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ຕຸລາ 2023 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງໃຫມ່.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...