spot_img
Homeຂ່າວພາຍ​ໃນຣັດເຊຍຊຸກຍູ້ໃຫ້ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ 2024 ຈັດຂຶ້ນທີ່ປະເທດລາວ

ຣັດເຊຍຊຸກຍູ້ໃຫ້ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ 2024 ຈັດຂຶ້ນທີ່ປະເທດລາວ

Published on

ຣັດເຊຍໄດ້ຊຸກຍູ້ໃຫ້ຈັດກອງປະຊຸມ ABIS-2024 ທີ່ປະເທດລາວ ພາຍຫຼັງສິ້ນສຸດຂອງກອງປະຊຸມສຸດຍອດພາກທຸລະກິດ ແລະການລົງທຶນອາຊຽນ (ASEAN Business and Investment Summit ABIS-2023) ທີ່ຈາກາຕາ ປະເທດອິນໂດເນເຊຍ.

Ivan Polyakov ປະທານສະພາທຸລະກິດອາຊຽນ-ຣັດເຊຍ ກ່າວວ່າ ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ 2024 ຄວນຈັດຂຶ້ນທີ່ປະເທດລາວ ໂດຍປະທານສະພາຈະເປັນທີ່ປຶກສາໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ.

ຂໍ້ສະເໜີດັ່ງກ່າວ ໄດ້ຮັບການຫາລືຮ່ວມກັນກັບສະພາທີ່ປຶກສາທຸລະກິດອາຊຽນລາວ (the Lao ASEAN Business Advisory Council) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ອີງຕາມຂໍ້ມູນຂອງ Polyakov ໃຫ້ຮູ້ວ່າ: ຣັດເຊຍຈຳເປັນຕ້ອງເຮັດວຽກຮ່ວມກັບສະມາຊິກກຸ່ມໃນຫຼາຍພາກສ່ວນ ເພື່ອຊ່ວຍຊຸກຍູ້ພັດທະນາ ແລະ ຂະຫຍາຍທຸລະກິດຂອງອາຊຽນ ໄປຫາຕະຫຼາດພາຍໃນອາຊີ ແລະ ຣັດເຊຍ.

ນອກນີ້ ຍັງໄດ້ຕັ້ງຂໍ້ສັງເກດອີກວ່າ ລາວມີຄວາມສຳພັນທີ່ດີໃນການເຮັດວຽກຮ່ວມມື ເຈລະຈາ ລະຫວ່າງຣັດເຊຍ ແລະ ປະເທດໃນກຸ່ມອາຊຽນ.

ຣັດເຊຍຍັງຈະເປັນທີ່ປຶກສາໃຫ້ແກ່ລາວ ສຳລັບການຫາລືເພີ່ມເຕີມກ່ຽວກັບກອງປະຊຸມສຸດຍອດອາຊຽນ-ຣັດເຊຍ 2024 ເນື່ອງຈາກຄະນະຜູ້ແທນສະພາທີ່ປຶກສາທຸລະກິດອາຊຽນລາວ (the Lao ASEAN Business Advisory Council) ຈະເຂົ້າຮ່ວມກອງປະຊຸມ Eastern Economic Forum ທີ່ເມືອງວະລາດິວອສຕັອກ ປະເທດຣັດເຊຍ ໃນເດືອນກັນຍານີ້.

ກອງປະຊຸມສຸດຍອດອາຊຽນ-ຣັດເຊຍຄັ້ງທຳອິດໄດ້ຈັດຂຶ້ນທີ່ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 13 ທັນວາ 2005.

ຄວາມສຳພັນອັນດີທາງການທູດລະຫວ່າງ ລາວ ແລະ ຣັດເຊຍ ໄດ້ສະຖາປະນາຂຶ້ນຕັ້ງແຕ່ວັນທີ 7 ຕຸລາ 1960.

ແຫຼ່ງຂ່າວ ສຳນັກຂ່າວຣັດເຊຍ tvbrics

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...