spot_img
Homeຂ່າວການຢ້ຽມຢາມນາຍົກລັດຖະມົນຕີ ລາວ, ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີຮັດແໜ້ນຄວາມສາມັກຄີ

ນາຍົກລັດຖະມົນຕີ ລາວ, ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີຮັດແໜ້ນຄວາມສາມັກຄີ

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ພະນະທ່ານ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ສາມນາຍົກລັດຖະມົນຕີ ລາວ, ຫວຽດນາມ ແລະ ກຳປູເຈຍ, ຕາມຄຳເຊື້ອເຊີນຂອງຝ່າຍຫວຽດນາມ, ໃນວັນທີ 5 ກັນຍາ 2023, ຊຶ່ງເປັນການພົບປະທີ່ຈັດຂຶ້ນຢ່າງເປັນປົກກະຕິ ຂອງ ລາວ, ຫວຽດນາມ ແລະ ກໍາປູເຈຍ ໃນໄລຍະການນໍາຂັ້ນສູງຂອງທັງ 3 ປະເທດ ເຂົ້າຮ່ວມກອງປະຊະຊຸມໃນເວທີພາກພື້ນ ແລະ ສາກົນ, ເຊິ່ງສະ ແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດ ສະໜົມ ແລະ ຄວາມຮັກແພງ ທັງເປັນການສະແດງໃຫ້ສາກົນຮັບຮູ້ເຖິງ ມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານ ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ ແລະ ທັງສາມຝ່າຍ ກໍ່ເຫັນດີເປັນເອກະພາບຈະສືບຕໍ່ຈັດກອງປະຊຸມດັ່ງກ່າວ ໃນອະນາຄົດ.

ພ້ອມກັນນີ້, ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຖືໂອກາດດັ່ງກ່າວ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການເລືອກຕັ້ງຢູ່ ຣາຊະອານາຈັກກໍາປູເຈຍ ແລະ ການໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຂອງພັກປະຊາຊົນກໍາປູເຈຍ ກໍ່ຄືການຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຂອງ ທ່ານ ຮຸນ ມະແນດ.

ທັງສາມຝ່າຍ ໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຕາມແນວຊາຍແດນຂອງສາມປະເທດ, ການຮ່ວມມືທາງດ້ານເສດ ຖະກິດ-ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນ ການຮ່ວມມືໃນເຂດສາມຫຼ່ຽມພັດທະນາຂອງ 3 ປະເທດທີ່ມີຊາຍແດນຕິດຈອດກັນ ເຊັນດຽວກັບການເຊື່ອມໂຍງເສດຖະກິດ 3 ເປັນຕົ້ນແມ່ນ ການສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອອໍານວຍຄວາມສະດວກທາງດ້ານການເຊື່ອໂຍງ-ເຊື່ອດຈອດ ທາງດ້ານຄົມມະນາຄົມ, ທ່ອງທ່ຽວ ແລະ ພະລັງ ງານ, ຊຶ່ງຈະເປັນການຊຸກຍູ້ການພັດທະ ນາເສດຖະກິດຂອງທັງ 3 ປະເທດ ລວມທັງການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມືອາຊຽນ ແລະ ຄະນະກຳມະການແມ່ນ້ຳຂອງ (MRC).

ກອງປະຊຸມຍັງໄດ້ເຫັນດີ ທີຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການສຶກສາ ລະຫວ່າງ 3 ປະເທດ ເປັນຕົ້ນ ແມ່ນການໃຫ້ທຶນແກ່ນັກສຶກສາຂອງກັນ ແລະ ກັນ ໄດ້ໄປສຶກສາຮຽນຮູ້ວັດທະນະທຳ ແລະ ພາສາຂອງກັນ ເຊິ່ງນັກສຶກສາເຫຼົ່ານັ້ນ ຈະເປັນຂົວຕໍ່ສຳຄັນໃຫ້ແກ່ການສືບທອດມູນເຊື້ອສາຍພົວພັນ 3 ຊາດ ອິນດູຈີນ. ພ້ອມດຽວກັນນີ້, ກໍ່ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງຜັນຂະຫຍາຍບັນດາສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ; ສືບຕໍ່ການຈັດກອງປະຊຸມຂອງບັນດາກົນໄກທີ່ມີຮ່ວມກັນຢ່າງເປັນປົກກະຕິ ເປັນຕົ້ນ ກອງປະຊຸມ JC, JBC ແລະ ສະເໜີໃຫ້ມີການຄົ້ນຄວ້າຮ່ວມກັນ ເພື່ອຈັດກອງປະຊຸມການຄ້າສອງຝ່າຍ (JTC), ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ ເພື່ອຊອກຫາວິທີການສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃຫ້ມີການຊື້-ຂາຍ ແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນຳກັນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍ ໃນຕໍ່ຫນ້າ. ນອກຈາກນີ້, ຍັງມີການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍ- ຫວຽດນາມ.

ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ, ໄດ້ເຊື້ອເຊີນ ພະນະທ່ານ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ໃນອະນາຄົດອັນໃກ້ ແລະ ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກກໍາປູເຈຍ ໃນໂອກາດທີ່ ສປປ ລາວ ຈະເປັນປະທານໝູນວຽນ ອາຊຽນ ໃນປີ ປີ 2024 ທີ່ຈະມາເຖິງນີ້.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...