spot_img
Homeຂ່າວພາຍ​ໃນປກສ ແຂວງບໍລິຄຳໄຊ ເຂົ້າທຳລາຍຕົ້ນກະທ້ອມທີ່ປະຊາຊົນລັກລອບປູກໄວ້

ປກສ ແຂວງບໍລິຄຳໄຊ ເຂົ້າທຳລາຍຕົ້ນກະທ້ອມທີ່ປະຊາຊົນລັກລອບປູກໄວ້

Published on

ວັນທີ 4 ກັນຍາ 2023 ນີ້ ກອງບັນຊາການ ປກສ ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ ພ້ອມດ້ວຍຫ້ອງການ ປກສ ບໍລິການ ປະຊາຊົນກຸ່ມເທດສະບານ 2 ໄດ້ລົງທຳລາຍພືດມີສານເສບຕິດ ຕົ້ນກະທ້ອມ 2 ຕົ້ນ ທີ່ປະຊາຊົນປູກໃນສວນຢາງພາລາ ຢູ່ທີ່ ບ້ານທົ່ງນ້ອຍ (ຄຸ້ມສອງຄອນນ້ຳງຽບ), ໂດຍຊ້ອງໜ້າການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງ ພ້ອມດ້ວຍເຈົ້າຂອງສວນ, ຜູ້ປູກ ເຂົ້າຮ່ວມ.

ໃນການຄົ້ນພົບພືດສານເສບຕິດໃນຄັ້ງນີ້ ທາງເຈົ້າໜ້າທີ່ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຢູ່ບໍລິເວນຖຽງນ້ອຍ ໃນສວນຢາງພາລາດັ່ງກ່າວ ໄດ້ມີການລັກລອບປູກຕົ້ນກະທ້ອມ, ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກວດກາລົງຕົວຈິງ ແລະ ພົບວ່າມີການປູກແທ້.

ພາຍຫຼັງການສືອບສວນ ສອບສວນ ຈຶ່ງຮູ້ວ່າ ຜູ້ປູກໄດ້ຖືກຮັບຈ້າງກີດຢາງພາລາ ແຕ່ ປີ 2018 ພາຍຫຼັງເຮັດວຽກໄດ້ 1 ປີ ແລ້ວກັບບ້ານເອົາເບ້ຍຕົ້ນກະທ້ອມມາປູກ, ເຊິ່ງຜູ້ກ່ຽວໄດ້ປູກເພື່ອກິນເອງ ແລະ ກໍມີການຂາຍໃຫ້ກັບໄວລຸ້ນທີ່ຢູ່ໃກ້ຄຽງມາຫຼາຍຄັ້ງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...