spot_img
Homeຄວາມງາມນອນໜ້ອຍ ໜ້າໂຊມ ເຮົາແກ້ໄດ້

ນອນໜ້ອຍ ໜ້າໂຊມ ເຮົາແກ້ໄດ້

Published on

ดาวน์โหลด

ບັນຫາ​ເລື່ອງ​ນອນ​ເດິກ ນອນ​ໜ້ອຍ ກໍ​ເປັນ​ສາ​ເຫດ​ຂອງ​ການ​ເກີດ​ບັນຫາ​ຜິວ​ພັນ​ໄດ້​ເຊັ່ນ​ດຽວ​ກັນ ມື້​ນີ້​ຈະ​ເອົາ​ສາ​ເຫດ ແລະ​ ວິທີ​ການ​ແກ້​ໄຂ​ບັນຫາ ໜ້າຂຸດ​ໂຊມ ໝອງ​ຄ້ຳ ເພາະ​ຂາດ​ການ​ນອນ​ຫລັບ​ພັກ​ຜ່ອນ​ທີ່​ພຽງ​ພໍ​ມາ​ຝາກ​ສາວໆ

ຂໍ້​ເສຍ​ຂອງ​ການ​ນອນ​ໜ້ອຍ ກັບ​ຜິວ

  1. ການສຶກສາ​ພົບ​ວ່າ ການ​ທີ່​ເຮົາ​ນອນ​ໜ້ອຍ ເຮັດໃຫ້​ຄວາມ​ສາມາດ​ໃນ​ການເຮັດວຽກງານ ຂອງ​ຊັ້ນຫລືບຫນັງ ຫລື​ ຜິວ​ໜັງ​ຊັ້ນ​ນອກຫ​ລຸດ​ໜ້ອຍ​ລົງ ເມື່ອ​ເປັນ​ເຊັ່ນ​ນັ້ນ ຈະ​ເຮັດໃຫ້​ຜິວ​ໜ້າ​ຂາດ​ຄວາມ​ຊຸ່ມ​ຊື່ນ ໜ້າ​ຫ່ຽວ​ໄວ ແກ່​ກ່ອນ​ອາຍຸ
  2. ການ​ນອນ​ຫລັບ​ພັກ​ຜ່ອນ​ບໍ່​ພຽງ​ພໍ ເຮັດໃຫ້​ຮ່າງກາຍ ບໍ່​ສາມາດ​ຊ່ອມ​ແຊມ​ສ່ວນ​ທີ່​ຂາດຫາຍ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເນື້ອ​ເຍື່ອ​ຕ່າງໆ ຈະ​ບໍ່​ສາມາດ​ຟື້ນ​ຟູ​ໃຫ້​ກັບ​ມາ​ຢູ່ໃນ​ສະພາບ​ທີ່​ສົມບູນ ແລະ ​ເປັນ​ເຫດ​ໃຫ້​ເກີດ​ຈຸດ​ດ່າງ​ດຳ​ ເກີດ​ຮ່ອງ​ຮອຍ ຮ່ອງ​ເລິກ ຜິວ​ແຫ້ງ​ ຜິວ​ໝອງ​ຄ້ຳ ບໍ່​ສົດ​ໃສ
  3. ເປັນ​ສິວ​ໄດ້​ງ່າຍ ເພາະ​ສິ່ງ​ທີ່​ເປັນ​ຕົວ​ຈັບ​ເຊື້ອ​ແບັກ​ທີ​ເຣຍ​ຂະໜາດ​ນ້ອຍ ແລະ ​ສິ່ງ​ແປກປອມ​ຕ່າງໆ ໃນ​ຜິວ​ໜັງ ບໍ່​ຢູ່ໃນ​ສະພາບ​ທີ່​ພ້ອມ ກັບ​ການ​ປົກ​ປ້ອງ​ຜິວ​ຈາກ​ເຊື້ອ​ພະຍາດ​ພາຍນອກ ຄົນ​ນອນ​ບໍ່​ພໍ ຈຶ່ງ​ມີ​ສິວ​ຂຶ້ນ​ງ່າຍ​ຕາມ​ໄປ​ນໍາອີກ
  4. ຮ່າງກາຍ​ມີ​ພູ​ມ​ຄຸ້ມ​ກັນ​ທີ່​ນ້ອຍ​ລົງ ສົ່ງ​ຜົນ​ໃຫ້​ເຈັບ​ປ່ວຍ​ໄດ້​ງ່າຍ ສຸຂະພາບ​ເບິ່ງ​ຊຸດ​ໂຊມ ເປັນ​ທີ່​ມາ​ຂອງ​​ໜ້າ ທີ່​ ຈືດ ບໍ່​ສົດ​ໃສ

 ນອນ​ແບບໃດ​ເຖິງ​ຈະ​ດີ​ທີ່​ສຸດ

1.ນອນ​ໃຫ້​ຄົບ 8 ຊົ່ວ​ໂມງ​ຕໍ່​ມື້ ໂດຍ​ນອນ​ຫລັບ​ໃຫ້​ສະໜິດ ບໍ່​ລຸກ​ຕື່ນ​ຂຶ້ນ​ມາ​ລະຫວ່າງ​ນອນ

  1. ນອນ​ຫລັບ​ໃນ​ທີ່​ໆ ມີ​ຄວາມ​ສະຫງົບ ງຽບ ແລະ ​ບໍ່​ມີ​ແສງ​ໄຟ​ຈະ​ດີ​ທີ່ສຸດ ເພາະ​ສຽງ​ດັງ ແລະ​ ຄວາມ​ສະຫວ່າງ ຈະ​ເຮັດໃຫ້​ເຮົາ​ນອນ​ຫລັບ​ໄດ້​ບໍ່​ສະ​ໜິດ
  2. ນອນ​ຫລັບ​ເວລາ​ດຽວ​ກັນ​ເປັນ​ປະຈຳ ເຖິງແມ່ນວ່າ​ ເຮົາ​ຈະ​ເປັນ​ຄົົນທີ່​ເຮັດວຽກເ​ດິກ ແຕ່​ຖ້າ​ມີ​ເວລາ​ການ​ນອນ​ທີ່​ຄົງ​ທີ ຮ່າງກາຍ​ກໍ​ຈະ​ສາມາດ​ປັບ​ຕົວ​ໃຫ້​ຄຸ້ນ​ເຄີຍ​ໄດ້​ເອງ

ວິທີ​ແກ້​ໄຂ ສຳລັບ​ຄົົນທີ່​ນອນ​ເດິກ ນອນ​ບໍ່​ພໍ ແລະ ​ເກີດ​ບັນຫາ​ໜ້າ​ໂຊມ

  1. ໃຊ້​ໝາກແຕງ ປາດເປັນ​ແຜ່ນ​ບາງໆ ແລ້ວ​ແປະ​ເອົາ​ໄວ້​ທົ່ວ​ໜ້າ ຈະ​ຊ່ວຍ​ໃຫ້​ຜິວ​ທີ່​ຂາດ​ຄວາມ​ຊຸ່ມ​ຊື່ນ ໄດ້ຮັບ​ນ້ຳ​ລາຍ​ຂຶ້ນ ເປັນ​ການ​ເຕີມ​ນ້ຳ​ເຂົ້າ​ສູ່​ຜິວ​ໜ້າ ໃຫ້​ຮູ້ສຶກ​ສົດ​ໃສ
  2. ໃຊ້​ມາກ​ເຢັນ​ໆ ມາ​ໃຫ້​ໜ້າ​ຊຸ່ມ​ຊື່ນ​ຂຶ້ນ ດ້ວຍ​ການ​ເອົາ​ແຜ່ນ​ມາກທີ່​ເຄີຍ​ໃຊ້​ແລ້ວ​ບໍ່​ແພ້ ໄປ​ແຊ່​ຕູ້​ເຢັນ ຈາກ​ນັ້ນ​ກໍ​ນຳ​ມາ​ແປະ​ໄວ້ ຄວາມ​ເຢັນ ແລະ ​ສານ​ບຳ​ລຸງ​ທີ່​ມີ​ຢູ່ໃນ​ຕົວ​ມາກ ຈະ​ສາມາດ​ຊ່ວຍ​ໃຫ້​​ໜ້າ​ຂອງ​ເຮົາ​ເບິ່ງ​ສົດ​ໃສ​ຂຶ້ນ​ມາໄດ້
  3. ການ​ແກ້​ໄຂ​ຮອຍ​ຄ້ຳ​ກ້ອງ​ຕາ ຈາກ​ການ​ນອນ​ເດິກ ເຮັດ​ໄດ້​ຢ່າງ​ວ່ອງໄວ ດ້ວຍ​ການ​ໃຊ້​ເຄື່ອງ​ສຳ​ອາງ ປະ​ເພດ​ຄອນ​ຊີນ​ເລີ​ມາ​ທາ​ປົກ​ປິດ​ໄວ້ ສາມາດ​ແກ້​ໄຂ​ເລື່ອງ​ຕາ​ຄ້ຳ​ເປັນ​ແພນ​ດ້າ​ໄດ້​ທັນທີ
  4. ໃຊ້​ໂຍ​ເ​ກີດ​ທີ່​ແຊ່​ຢູ່ໃນ​ຕູ້​ເຢັນ ມາ​ພອກ​ໜ້າ​ເອົາ​ໄວ້ ຈະ​ຊ່ວຍ​ເຕີ່ມ​ນ້ຳ​ເຂົ້າ​ສູ່​ຜິວ​ໜ້າ​ໄດ້​ເຊັ່ນ​ດຽວ​ກັນ
  5. ດື່ມ​ນ້ຳ​ຫລາຍ​ໆ ຢ່າ​ໃຫ້​ຜິວ​ຂາດ​ນ້ຳ​ໂດຍ​ເດັດ​ຂາດ ໃຫ້​ແນ່​ໃຈ​ວ່າ ​ດື່ມ​ນ້ຳ​ມື້​ລະ 8 ຈອກ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...