spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຄວນລົງຕິດຕາມສະພາບຂາຍສິນຄ້າຕາມທ້ອງຕະຫຼາດໃນໄລຍະເປີດສົກຮຽນໃໝ່

ເຈົ້າໜ້າທີ່ຄວນລົງຕິດຕາມສະພາບຂາຍສິນຄ້າຕາມທ້ອງຕະຫຼາດໃນໄລຍະເປີດສົກຮຽນໃໝ່

Published on

ວັນທີ 1 ກັນຍາ ຂອງທຸກໆປີ ເປັນມື້ເປີດສົກຮຽນໃໝ່ ຊຶ່ງປັດຈຸບັນສະຖາບັນການສຶກສາ, ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ໄດ້ມີການຫ້າງຫາກະກຽມ ຄວາມພ້ອມທຸກດ້ານ ເພື່ອໃຫ້ທ່ວງທັນໃນການເປີດສົກຮຽນໃໝ່ ສົກຮຽນ 2023-2024.

ໃນຂະນະດຽວກັນ ທີ່ນະຄອນຫຼວງວຽງຈັນ ສະຖາບັນການສຶກສາຫຼາຍແຫ່ງກໍໄດ້ມີການກະກຽມຄວາມພ້ອມທຸກດ້ານ ເປັນຕົ້ນດ້ານອາຄານ, ສະຖານທີ່, ຫ້ອງຮຽນ, ອຸປະກອນການສອນ ລວມເຖິງພະນັກງານຄູ – ອາຈານ ໃຫ້ພຽງພໍເຂົ້າໃນການສິດສອນ ເປັນເລື່ອງປົກກະຕິພໍໃກ້ຈະຮອດມື້ເປີດສົກຮຽນໃໝ່ຂອງທຸກໆປີ, ຜູ້ປົກຄອງແມ່ນຈະຊື້ເຄື່ອງນຸ່ງ, ອຸປະກອນການຮຽນໃຫ້ກັບລູກ ເພື່ອກະກຽມໃນມື້ເປີດສົກຮຽນໃໝ່ ຊຶ່ງໃນການໄປຊື້ນັ້ນຈະມັກຊື້ຢູ່ຕາມຕະຫຼາດ ຫຼື ຕາມຮ້ານຂາຍເຄື່ອງນຸ່ງທົ່ວໄປ ຊຶ່ງໃນໄລຍະນີ້ຕາມທ້ອງຕະຫຼາດ ແມ່ນມີຄວາມຄຶກຄື້ນ ເປັນພິເສດ ໂດຍສະເພາະການວາງຂາຍເຄື່ອງນຸ່ງນັກຮຽນ ແລະ ອຸປະກອນການຮຽນເປັນຈຳນວນຫຼາຍ ແຕ່ການຂາຍນັ້ນແຕ່ລະຮ້ານແມ່ນມີຄວາມແຕກຕ່າງກັນຕາມການຂາຍຂອງແມ່ຄ້າ, ປີນີ້ເຫັນວ່າລາຄາຂາຍ ເຄື່ອງນຸ່ງ ແລະ ອຸປະກອນການຮຽນແມ່ນມີລາຄາສູງກວ່າທຸກໆປີທີ່ຜ່ານມາ ຊຶ່ງທຸກຢ່າງແມ່ນຂຶ້ນທົບເຄິ່ງ ຕໍ່ສະພາບການຄືແນວນີ້ ແມ່ນເນື່ອງມາຈາກສະພາບສິນຄ້າພາຍໃນປະເທດມີການເໜັງຕີງ ຫຼື ແມ່ນການສວຍໂອກາດຂອງບັນດາພໍ່ຄ້າ ແລະ ແມ່ຄ້າສວຍໂອກາດກຳນົດລາຄາຂາຍສິນຄ້າເອງ, ຕົວຢ່າງ ເສື້ອຂາວນັກຮຽນຂະໜາດ ແລະ ຍີ່ຫໍ້ເສື້ອ ແມ່ນອັນດຽວກັນ ແຕ່ການຂາຍຂອງແມ່ຄ້າຊໍ້າຜັດມີລາຄາ ແຕກຕ່າງກັນ ນີ້ກະເປັນບັນຫາໜຶ່ງທີ່ເຮັດໃຫ້ສັງຄົມ ກໍຄືຜູ້ຊື້ມີຄວາມກັງວົນໃຈ.

ຕໍ່ກັບສະພາບດັ່ງກ່າວແມ່ນຢາກໃຫ້ທາງພາກສ່ວນທີ່ກ່ຽວຂ້ອງໄດ້ມີການລົງຕິດຕາມກວດກາຢ່າງໃກ້ຊິດ ໂດຍສະເພາະເບິ່ງສະພາບຂາຍສິນຄ້າຕາມທ້ອງຕະຫຼາດມີລາຄາເໜັງຕີງຂຶ້ນສູງ ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນທີ່ຫາເຊົ້າກິນຄໍ່າ ໃນຂະນະດຽວກັນປັດຈຸບັນ ແມ່ນຢູ່ໃນໄລຍະການເປີດສົກຮຽນໃໝ່. ສະນັ້ນ, ເພື່ອເຮັດໃຫ້ລາຄາຂາຍສິນຄ້າມີຄວາມເໜາະສົມ ແລະ ບໍ່ໃຫ້ພໍ່ຄ້າແມ່ຄ້າສວຍໂອກາດ ຂຶ້ນລາຄາສິນຄ້າສູງເກີນໄປ, ທາງເຈົ້າໜ້າທີ່ຕ້ອງຮີບຮ້ອນລົງຕິດຕາມເບິ່ງສະພາບຕົວຈິງ, ຖ້າກໍລະນີພົບເຫັນປະກົດການທີ່ສ້າງຄວາມສັບສົນໃຫ້ກັບສັງຄົມຈະຕ້ອງໄດ້ນຳມາສຶກສາອົບຮົມ ແລະ ໃສ່ລະບຽບຕາມກົດໝາຍບ້ານ-ເມືອງ, ໃນນັ້ນທຸກຄົນໃນສັງຄົມກໍຕ້ອງໃຫ້ການ ຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງ ຖ້າຫາກພົບເຫັນພາກສ່ວນໃດ ຫຼື ບຸກຄົນໃດ ຫາກສ້າງຄວາມ ເສື່ອມເສຍ ແລະ ສ້າງຄວາມເສຍຫາຍໃຫ້ກັບບ້ານເມືອງ ແມ່ນໃຫ້ແຈ້ງຫາເຈົ້າໜ້າທີ່ໂດຍດ່ວນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າທີ່ໃຫ້ທ່ວງທັນກັບສະພາບການ.

ແຫຼ່ງຂ່າວ Laos National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...