Homeຂ່າວຢາເສບຕິດເຈົ້າໜ້າທີ່ເມືອງວຽງທອງ ກັກຕົວຜູ້ຕ້ອງສົງໃສ ພ້ອມຂອງກາງຢາເສບຕິດ 3 ຖົງ

ເຈົ້າໜ້າທີ່ເມືອງວຽງທອງ ກັກຕົວຜູ້ຕ້ອງສົງໃສ ພ້ອມຂອງກາງຢາເສບຕິດ 3 ຖົງ

Published on

ອີງຕາມ ສະຖານີ-ວິທະຍຸ ເມືອງ ວຽງທອງ ລາຍງານໃນວັນທີ 24 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ປະຈໍາຈຸດກວດກາ ບ້ານ ນາດີ​ ເມືອງວຽງທອງແຂວງບໍລິຄຳໄຊ ໄດ້ພົບເຫັນລົດເປົ້າໝາຍທີ່ຕ້ອງສົງໃສ (ປະເພດລົດຈັກ) ຂີ່ມາທາງບ້ານ ນາດີມຸ້ງໜ້າໄປທາງບ້ານ ທ່າສາລາ ເມືອງຄຳເກີດ ພໍມາຮອດຈຸດກວດກາເຈົ້າໜ້າທີ່ວິຊາສະເພາະຈີ່ງໄດ້ສະແດງຕົວລັດກວດກາລົດຄັນດັ່ງກ່າວ​ ຜ່ານການກວດຄົ້ນຈື່ງພົບເຫັນຂອງກາງຢາບ້າຈຳນວນ 03ຖົງ,​ ມີ 600 ເມັດ ທີ່ຊຸກເຊື່ອງໃນເບາະລົດຈັກຜູ້ກ່ຽວ.

ຫຼັງຈາກນັ້ນເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ກັກຕົວ, ຜ່ານການສອບຖາມຈີ່ງຮູ້ວ່າເປົ້າໜາຍ ຊື່ທ້າວ ໃຢ ວ່າງ ອາຍຸ 31 ປີ ອາຊີບ ກຳມະກອນ ຢູ່ບ້ານ ໜອງປອງ ໜ່ວຍ 02 ເມືອງ ຄຳເກີດແຂວງ ບໍລິຄຳໄຊ ພ້ອມທັງກັກຕົວຜູ່ກ່ຽວ ຂື້ນມາ ປກສ ເມືອງວຽງທອງ ເພື່ອດຳເນີນການສືບສວນສອບສວນຂະຫຍາຍຫາກຸ່ມແກ້ງເປົ້າໝາຍ.

ໃນມື້ດຽວກັນນັ້ນເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ວຽງທອງ, ໄດ້ສົມທົບກັບ ປກສ ກຸ່ມ ນາຊວງ, ໄອຍະການເຂດ 02 ປະຈຳເມືອງ ວຽງທອງ, ເຂົ້າມ້າງກຸ່ມເປົ້າໝາຍຄ້າ-ຂາຍຢາເສບຕິດ (ຢາບ້າ) ຢູ່ເຮືອນທ້າວ ເຢີວ່າງ ບ້ານ ຫີນໂງ່ນ ເມືອງວຽງທອງ ແຂວງບໍລິຄຳໄຊ ສາມາດຈັບຕົວເປົ້າໝາຍໄດ້03 ຄົນ, ຍິງ 01ຄົນຄື: ທ້າວ ເຢີ ວ່າງ (ຜົວ) ອາຍຸ 40 ປີ, ອາຊີບ ປະຊາຊົນ ບ້ານ ຫີນໂງ່ນ ໜ່ວຍ 06 ເມືອງ ວຽງທອງ ແຂວງ ບໍລິຄຳໄຊ, ນາງ ວື່ ຊົ່ງ (ເມຍ) ອາຍຸ 30 ປີ ອາຊີບ ປະຊາຊົນ ບ້ານ ຫີນໂງ່ນ ໜ່ວຍ 06 ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ແລະ ທ້າວ ອາລີ ວ່າງ (ລູກ) ອາຍຸ 17 ປີ ອາຊີບ ປະຊາຊົນ ບ້ານ ຫີນໂງ່ນ ໜ່ວຍ 06 ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ພ້ອມກວດຄົ້ນເຮືອນ ພົບເຫັນຂອງກາງຢາບ້າ ຈໍານວນ 2,265 ເມັດ, ປືນແຕ່ງ 02 ກະບອກ, ຈັກສະຕິນ 02 ເຄື່ອງ,ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈື່ງໄດ້ກັກຕົວພວກກ່ຽວທັງ 03 ມາ ປກສ ເມືອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...