ບັນດາທູຕານຸທູດ ເຂົ້າອວຍພອນການນຳພັກ-ລັດ ໃນໂອກາດວັນຊາດ ຄົບຮອບ 39 ປີ

e8af97d0b1fff12881b12b1a80522b6b

 

ເນື່ອງ​ໃນ​ໂອກາດ​ວັນ​ສະ​ຖາປະ​ນາ ​ສປປ ລາວ ຄົບຮອບ 39 ປີ (2/12/1975-2/12/2014) ໃນ​ວັນ​ທີ 1 ທັນວາ 2014

ການນຳ​ພັກ-ລັດ ນຳ​ໂດຍ​ທ່ານ ຈູມມາລີ ໄຊ​ຍະ​ສອນ ເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນກາງ​ພັກປະຊາຊົນ

ປະຕິວັດ​ລາວ ປະທານ​ປະເທດແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ກຳມະການ​ກົມ​ການເມືອງ​ສູນ

​ກາງ​ພັກ ນາຍົກ​ລັດຖະ​ມົນຕີ ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​

ການຕ່າງປະເທດ ພ້ອມ​ດ້ວຍ​ພັນ​ລະຍາ ບັນດາ​ທ່ານ​ລັດຖະມົນຕີ​ວ່າການ ​ຊ່ວຍ​ວ່າການ ໄດ້​ເປັນ​ກຽດຕ້ອນຮັບ​ກ

ານ​ເຂົ້າ​ອວຍພອນ​ຂອງບັນດາ​ທູຕານຸທູດ ແລະ ອົງການຈັດ​ຕັ້ງ​ສາກົນ​ຕ່າງໆ ປະຈຳລາວ.

 

ໃນ​ໂອກາດ​ວັນ​ມີ​ຄວາມ​ໝາຍສຳຄັນ​ນີ້ ທ່ານ ດາ​ໂຕະ​ທັນ ໄຕຮີງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາວຸໂສແຫ່ງ​ປະເທດ​ມາ​ເລ

​ເຊຍ ໄດ້​ຕາງໜ້າ​ກ່າວ​ຊື່ນ​ຊົມ​ຕໍ່​ຜົນງານ​ລັດຖະ​ບານ​ລາວ ໃນ​ການ​ພັດທະນາເສດຖະກິດ-ສັງຄົມ ແລະ ການແກ້​ໄຂ​

ຄວາມທຸກ​ຍາກ ທີ່​ສາມາດບັນລຸ​ໝາກຜົນ ໃນ​ປີ 2014 ແລະ ຄວາມ​ພະຍາຍາມ​ໃນ​ການ​ບັນລຸເປົ້າ​ໝາຍ ​ສະຫັດ​ສະ

​ວັດ​ດ້ານການ​ພັດທະນາ ໃນ​ປີ 2015 ທ່ານທູດ​ໄດ້​ກ່າວ​ວ່າ: ຜົນງານ​ທີ່​ພົ້ນເດັ່ນ​ຂອງ​ລາວ ແມ່ນ​ສາມາດ​ຮັກສາ​ສະ

ຖຽນລະ​ພາບ​ທາງ​ດ້ານການເມືອງ ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ ການ​ປົກຄອງ​ລັດດ້ວຍກົດໝາຍ ໂດຍ​ຜ່ານ​ການ

​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ ໃນ​ແຕ່​ລະ​ໄລຍະ ໂດຍອີງໃສ່​ແຜນ​ງານ ແລະ ນະ​ໂຍບາຍ​ປ່ຽນແປງ

​ໃໝ່​ຂອງ​ລັດ​ຖະບານ ແລະ ພັກ​ປະຊາຊົນປະຕິວັດ​ລາວ ພາຍ​ໃຕ້​ແຜນການ 5 ປີ ຄັ້ງ​ທີ 7 ການ​ສົ່ງເສີມ​ສິດທິ​ພື້ນຖານ​

ຂອງ​ປະຊາຊົນ​ມີ​ຄວາມ​ຮັບປະກັນ ເຊິ່ງ​ເປັນ​ປັດ​ໄຈ​ພື້ນຖານໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ທຸກ​ປະເທດ

​ໃນ​ໂລກ.

 

ທ່ານ​ຍັງ​ກ່າວ​ສະແດງ​ຄວາມເຊື່ອ​ໝັ້ນ​ວ່າ: ​ສປປ ລາວ ມີຄວາມ​ເອກອ້າງ​ທະ​ນົງ​ໃຈ ​ໃນການ​ສືບຕໍ່​ປະຕິບັດ​ແນວທາງ

ການ​ຕ່າງປະເທດ​ອັນ​ສະເໝີ​ຕົ້ນ ສະເໝີ​ປາຍ ເພື່ອ​ເສີມ​ສ້າງສັນ​ຕິພາບ ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ສາກົນ

ໃນ​ຫຼາຍ​ລະດັບ ​ສປປ ລາວ ໄດ້​ມີ​ບົດບາດ​ອັນສຳຄັນ​ຍິ່ງ​ໃນ​ພາກ​ພື້ນ ແລະ ໃນຂະ​ບວນ​ການ​ສ້າງ​ປະຊາ​ຄົມ​ເສດຖະ​ກິດ

​ອາ​ຊຽນ ທີ່​ສຳຄັນ ​ສປປ ລາວ ໂດຍ​ມີ​ຄວາມ​ຕັ້ງໜ້າ ມີຄວາມ​ຮັບຜິດຊອບ​ສູງ​ຕໍ່​ພັນທະສາກົນ ເພື່ອ​ຍົກ​ສູງ​ບົດບາດ

​ຂອງຕົນ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ ແລະ ເປົ້າ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກປະເທດ​ດ້ອຍ​ພັດທະນາ ໃນ​ປີ 2020 ໃນ

​ຄວາມ​ເດັດດ່ຽວ​ເປັນຈິດ​ໜຶ່ງ​ໃຈ​ດຽວ​ເພື່ອ​ບັນລຸ​ເປົ້າໝາຍ (MDGs) ພວກ​ຂ້າພະເຈົ້າເຊື່ອ​ໝັ້ນ​ວ່າ ຄວາມ​ພະຍາ

ຍາມອັນ​ໃຫຍ່​ຫຼວງ​ດັ່ງກ່າວ ຈະ​ເຮັດ​ໃຫ້ລາວ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະພາບ ​ປະເທດ​ດ້ອຍ​ພັດທະນາ ກ່ອນ​ປີ 2020.

 

20141201121331

 

ໃນ​ໂອກາດ​ດຽວ​ກັນ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ບັນດາ​ທູຕາ​ນຸ​ທູດ ແລະ ອົງ​ການຈັດ

ຕັ້ງສາກົນ ​ທີ່​ໄດ້​ຊື່ນ​ຊົມ​ຕໍ່​ຜົນສຳເລັດ​ທີ່​ລັດຖະບານ​ລາວ ໄດ້​ນຳພາ​ປວງຊົນ​ລາວ​ທັງ​ຊາດ ຍາດ​ໄດ້ຜົນງານການ​ພັດທະ

ນາ​ເສດຖະກິດ-ສັງຄົມ ຕະຫຼອດ 1 ປີຜ່ານ​ມາ ທ່ານ​ປະທານ​ປະເທດ​ໄດ້​ກ່າວ​ຢ້ຳວ່າ: ປີ 2014​ສປປ ລາວ ໄດ້​ປະຕິ​ບັດ

​ແຜນ​ພັດທະນາ​ເສດຖະກິດສັງຄົມ 5 ປີ ຄັ້ງ​ທີ 7 ທີ່​ຈະ​ສິ້ນສຸດ​ລົງ​ໃນ​ປີ 2015 ນີ້ ເຫັນ​ວ່າສາມາດ​ບັນລຸ​ສຳເລັດ​ຢ່າງ​ເປັນ

ຮູບ​ປະ​ທຳ​ຫຼາຍ​ດ້ານຄື: ສະຖຽນລະ​ພາບ​ດ້ານ​ການເມືອງ ຮັບ​ປະກັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍໃນ​ສັງຄົມ ເສດຖະ

ກິດ​ມີ​ການ​ຂະຫຍາຍ​ຕົວ​ດ້ວຍ​ຈັງຫວະ​ຕໍ່​ເນື່ອງ ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ​ໄດ້​ຮັບ​ການ​ປັບປຸງ

ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ລວມ​ຍອດຜະລິດ​ຕະ​ພັນ​ພາຍ​ໃນ​ເພີ່ມ​ຂຶ້ນ 7,5% ທຽບໃສ່ປີ 2013 ຂົງເຂດການ​ສຶກ​ສາ ວັດທະ

ນະທຳ-ສັງຄົມ ໄດ້​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຕື່ມ ມາ​ຮອດ​ປັດຈຸບັນ ລາຍ​ໄດ້​ສະເລ່ຍ​ໃສ່​ຫົວ​ຄົນ 1.692 ໂດ​ລາ​ສະຫະ​ລັດ ຄອບ

ຄົວ​ທຸກ​ຍາກ​ຍັງ​ເຫຼືອ 8,11% ແລະ ແຂວງ​ທີ່​ບັນລຸ​ຄາດໝາຍ​ສູ້​ຊົນ ​ຫຼຸດ​ອັດຕາ​ຄອບຄົວທຸກ​ຍາກ​ຂອງ​ຄອບຄົວ​ໃຫ້​ຕ່ຳ

ກວ່າ 10% ໃນ​ປີ 2014 ມີ​ເຖິງ 10 ແຂວງຄື: ນະຄອນຫຼວງ​ວຽງຈັນ ຈຳປາ​ສັກ ແຂວງ​ວຽງ​ຈັນ ໄຊ​ຍະ​ບູ​ລີ ຄຳ​ມ່ວນ ຊຽງ​

ຂວາງ ບໍ​ລິ​ຄຳ​ໄຊ ຫຼວງ​ພະ​ບາງ ສະຫວັນນະ​ເຂດ ແລະ ແຂວງ​ສາລະ​ວັນ ປັດຈຸບັນ ໄດ້​ສຸມ​ໃສ່​ການ​ປະຕິບັດເປົ້າ​ໝາຍ​ສະ

ຫັດ​ສະ​ວັດ ​ດ້ານການ​ພັດທະນາ​ໃຫ້​ສຳເລັດ ໃນ​ປີ 2015 ແລະ ສຸມ​ໃສ່​ການ​ປະຕິບັດນະໂຍບາຍ 3 ສ້າງ ດ້ວຍ​ຜົນ​ສຳເລັດ

​ຕາມ​ລະດັບ​ຄາດໝາຍ.

 

ຜົນງານ​ທີ່ ​ສປປ ລາວ ຍາດມາ​ໄດ້​ນັ້ນ ກໍ່​ເປັນ​ການ​ປະກອບສ່ວນ​ຢ່າງ​ຈິງ​ໃຈ​ຂອງ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງ

ການຈັດ​ຕັ້ງ​ສາກົນ ​ອັນ​ມີ​ຄວາມ​ໝາຍສຳຄັນ​ຍິ່ງ ໃນ​ການ​ເພີ່ມ​ກຳລັງແຮງ ເພື່ອ​ຫັນ​ປະເທດ​ອອກ​ຈາກຄວາມ​ດ້ອຍ

​ພັດທະນາ ໃນ​ປີ 2020 ເຊື່ອ​ໝັ້ນ​ວ່າ ບັນດາ​ທ່ານທີ່​ໄດ້​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ​ສປປ ລາວ ຈະ​ສືບຕໍ່​ສະໜັບ​ສະໜູນ

ແລະ ຮ່ວມ​ມື​ຊ່ວຍເຫຼືອ​ແກ່ລັດຖະບານ​ລາວ ເພື່ອ​ພ້ອມ​ກັນເສີມ​ສ້າງ​ສັນຕິພາບ ມິດຕະພາບ ແລະ ການ​ຮ່ວມ​ມື​ການ

​ພັດ​ທະນາ​ທີ່​ຍືນ​ຍົງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ຕໍ່​ໄປ.

 

ປີ 2015 ທີ່​ຈະ​ມາ​ເຖິງ ​ເປັນ​ປີມ້ວນທ້າຍ​ຂອງ​ການ​ປະຕິບັດແຜນການ 5 ປີ ຄັ້ງ​ທີ 7 ກໍ່​ຄືການ​ບັນລຸ​ເປົ້າ​ໝາຍ​ສະຫັດສະ

ວັດ​ດ້ານ​ການ​ພັດທະນາ ທັງ​ເປັນປີ​ທີ່ ​ສປປ ລາວ ຈະ​ໄດ້​ເຂົ້າ​ຮ່ວມໃນ​ປະຊາ​ຊົມ​ເສດຖະກິດ​ອາ​ຊຽນ ອັນ​ນີ້ເປັນ​ໜ້າທີ່​ອັນ

​ໜັກໜ່ວງ ສຳລັບ​ພວກ​ຂ້າພະເຈົ້າ ພັກ ແລະ ລັດ ພວກ​ຂ້າພະເຈົ້າ​ມີ​ຄວາມເຊື່ອ​ໝັ້ນ​ວ່າ ປີ 2015 ທີ່​ຈະ​ມາເຖິງ​ນີ້ ສປປ

ລາວ ຈະ​ໄດ້​ຮັບ​ຜົນສຳເລັດ​ໃຫຍ່​ຫຼວງ​ກວ່າ​ເກົ່າ ຍ້ອນວ່າ ທົ່ວ​ພັກ ທົ່ວ​ລັດ ແລະ ປວງຊົນ​ລາວ ຈະ​ໄດ້​ເຂົ້າ​ຮ່ວມ​ບັນດາຂະ

​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາຢ່າງ​ແຂງແຮງ ຟົດຟື້ນ ແລະ ຕໍ່​ເນື່ອງ ເພື່ອ​ຄຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ

​ພັກປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ແລະ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ດ້ານໜຶ່ງ​ອີກ ກໍ່​ເຊື່ອ​ວ່າ

ຈະ​ໄດ້​ຮັບ​ກຳລັງ​ແຮງ​ຈາກ​ພາຍ​ນອກ​ເພີ່ມ​ຂຶ້ນ ຍ້ອນ​ການ​ສືບຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະເທດ ອັນ​ສະເໝີຕົ້ນ

​ສະເໝີ​ປາຍຄື: ສັນຕິພາບ ເອກະລາດ ມິດຕະພາບ ແລະ ການ​ຮ່ວມ​ມື.

 

ປີ​ໃໝ່​ສາກົນ 2015 ໃກ້​ຈະໝູນວຽນ​ມາ​ໃນ​ບໍ່​ດົນ​ນີ້ ໃນ​ທ່າມກາງ​ບັນຍາກາດ​ແຫ່ງ​ໄມ​ຕິ​ຈິດ ມິດຕະພາບຂອງ​ການ​ພົບ​

ປະກັນໃນ​ຄັ້ງ​ນີ້ ຂ້າພະເຈົ້າ ຂໍ​ຕາງໜ້າໃຫ້ການ​ນຳ​ຂອງ​ພັກ ແລະ ລັດ ກໍ່​ຄື​ປະຊາຊົນ​ລາວ ແລະ ໃນ​ນາມສ່ວນ​ຕົວ ອວຍ

ພອນ​ໃຫ້​ບັນດາທ່ານ​ທັງຫຼາຍ ທີ່​ມາ​ຮ່ວມ​ໃນ​ພິທີ​ນີ້ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ມີພາລະ​ນາ​ໄມ​ສົມບູນ ມີ​ຄວາມສຸກ​ໃນ​ຊີ

ວິດ​ສ່ວນ​ຕົວ ແລະ ຄອບຄົວ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່ອັນ​ມີ​ກຽດ​ຂອງ​ພວກ​ທ່ານ ພ້ອມນີ້ ກໍ່​ຂໍ​ເພິ່ງ​ບັນດາ​ທ່ານ ສົ່ງ

​ຄວາມຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ແລະ ຄຳ​ອວຍພອນ​ປີ​ໃໝ່​ອັນ​ປະເສີດ ໄປ​ຍັງ​ປະມຸກ​ລັດ ຫົວໜ້າລັດຖະບານ

ແລະ ປະຊາຊົນ​ຂອງປະເທດ​ພວກ​ທ່ານ ກໍ່​ຄືການ​ນຳຂອງ​ອົງ​ການຈັດຕັ້ງ​ສາກົນທີ່ພວກ​ທ່ານ​ສັງກັດ ຂໍ​ໃຫ້​ມິດ​ຕະພາບ

ສັນຕິພາບ ແລະ ການ​ຮ່ວມມື​ເພື່ອ​ການ​ພັດທະນາ ລະຫວ່າງບັນດາ​ປະຊາ​ຊາດ ຈົ່ງ​ຍືນ​ຍົງ​ຕະຫຼອດ​ໄປ.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່