spot_img
Homeແຮງງານລາວແຮງງານລາວ ຍັງມີຄວາມຕ້ອງການໄປ ເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ

ແຮງງານລາວ ຍັງມີຄວາມຕ້ອງການໄປ ເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ

Published on

ອີງຕາມສຳນັກຂ່າວປະເທດລາວລາຍງານໃຫ້ຮູ້ວ່າ: ໃນປັດຈຸບັນ ແຮງງານລາວ ໃນຂອບເຂດທົ່ວປະເທດ ຍັງມີຄວາມຕ້ອງການຢາກໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນແຕ່ລະປີ ເປັນຕົ້ນ ປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ ເນື່ອງຈາກວ່າ ຕໍາແໜ່ງງານຢູ່ປະເທດດັ່ງກ່າວ, ມີຫລາຍໃຫ້ເລືອກ ແລະ ມີຄວາມສອດຄ່ອງກັບຄວາມຮູ້, ຄວາມສາມາດຂອງແຮງງານລາວ ເປັນສ່ວນຫລາຍ. ພ້ອມນີ້, ຄ່າຈ້າງ (ເງິນເດືອນ) ກໍສູງກວ່າ ແລະ ຄ່າຄອງຊີບພຽງພໍກັບລາຍຮັບ ເຊິ່ງເຮັດໃຫ້ແຮງງານ ສາມາດເກັບອອມ ແລະ ສົ່ງເງິນກັບບ້ານໃນແຕ່ລະເດືອນໄດ້.

ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສຳພາດ ໃນວັນທີ 23 ສິງຫາ 2023 ນີ້ວ່າ: ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ(MOU) ຮ່ວມກັບປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ.

ໃນນັ້ນ, ລາຊະອານາຈັກໄທ ເປັນປະເທດອັນດັບ1 ທີ່ແຮງງານລາວເຂົ້າໄປເຮັດວຽກເປັນຈຳນວນຫລາຍ ເຊິ່ງກົມການຈັດຫາງານ ໄດ້ຈັດສົ່ງແຮງງານລາວໄປໃນລະບົບ ນັບແຕ່ເປີດປະເທດ ໃນເດືອນ ມີນາ 2022 ຫາ ເດືອນມິຖຸນາ 2023 ຈັດສົ່ງໄດ້ທັງໝົດ 96.800 ກ່ວາຄົນ, ຍິງ 53.800 ກວ່າຄົນ.

ສຳລັບການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບ ຄື: ລະບົບການອະນຸຍາດຈ້າງງານ(EPS) ແລະ ລະບົບແຮງງານຕາມລະດູການ(SWP), ນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງໄດ້ທັງໝົດ 2.600 ກວ່າຄົນ, ຍິງ 860 ກວ່າຄົນ. ໃນນັ້ນ, ລະບົບການຈ້າງງານ 990 ກວ່າຄົນ, ຍິງ 100 ກວ່າຄົນ ແລະ ລະບົບຕາມລະດູການ 1.670 ກ່ວາຄົນ, ຍິງ 760 ກວ່າຄົນ. ສ່ວນການຈັດສົ່ງແຮງງານລາວໄປປະເທດ ຍີ່ປຸ່ນນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງແຮງງານ ໄດ້ທັງໝົດ 720 ຄົນ, ຍິງ 255 ຄົນ.

ທ່ານ ບຸນສວນ ໄຊຍະສິນ ໃຫ້ຮູ້ອີກວ່າ: ສຳລັບ ແຮງງານລາວທີ່ບໍ່ມີເງື່ອນໄຂ, ບໍ່ມີເງິນສຳ ລັບແລ່ນເອກະສານຕ່າງໆ ລວມເຖິງຄ່າເດີນທາງ ແລະ ອື່ນໆ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ກໍຄື ກົມການຈັດຫາງານ ໄດ້ເຊັນສັນຍາກັບທະນາຄານພັດທະນາລາວ ແລະ ສະຖາບັນປ່ອຍເງິນກູ້ BNK ປ່ອຍເງິນໃຫ້ແຮງງານລາວ ກູ້ຢືມໃນອັດຕາດອກເບ້ຍຕ່ຳ 2% ຕໍ່ເດືອນ ແລະ 1,4-1,7% ຕໍ່ເດືອນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...