spot_img
Homeຂ່າວພາຍ​ໃນປກສ ແຂວງຄຳມ່ວນ ມ້າງລາຍຄະດີຢາເສບຕິດລາຍໃຫຍ່ ກັກຜູ້ຖືກຫາ 3 ຄົນ ພ້ອມຂອງກາງຢາໄອສ໌ 10 ເປົາ

ປກສ ແຂວງຄຳມ່ວນ ມ້າງລາຍຄະດີຢາເສບຕິດລາຍໃຫຍ່ ກັກຜູ້ຖືກຫາ 3 ຄົນ ພ້ອມຂອງກາງຢາໄອສ໌ 10 ເປົາ

Published on

ໃນວັນທີ 21 ສິງຫາ 2023 ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຈະມີກຸ່ມແກ້ງຄ້າຂາຍຢາເສບຕິດ ໂດຍໃຊ້ເສັ້ນທາງເລກທີ 13 ໃຕ້ ໃນການຂົນສົ່ງ ແຕ່ນະຄອນຫຼວງວຽງຈັນລົງໄປພາກໃຕ້ໂດຍຜ່ານແຂວງຄຳມ່ວນ. ພາຍຫຼັງໄດ້ຮັບການລາຍງານ ປກສ ແຂວງຄໍາມ່ວນ ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ຫີນບູນ ແລະ ສົມທົບກັບຈຸດກວດກາ ທີ່ຕັ້ງຢູ່ທາງເລກທີ 13 ເຂດ ວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ ເພື່ອພ້ອມກັນຕິດຕາມກວດກາ.

ຕົກມາຮອດເວລາ 20:30 ໂມງ ຂອງມື້ດຽວກັນ ທາງເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ພົບເຫັນເປົ້າໝາຍ ຂັບຂີ່ລົດຕູ້ ຍີ່ຫໍ້ ຮຸນໄດ ສະຕ້າແລັກ ສີດຳ ໝາຍເລກທະບຽນ ກສ 4494 ກຳແພງນະຄອນ ແລ່ນມາແຕ່ແຂວງບໍລິຄໍາໄຊ ພໍມາຮອດຈຸດກວດກາ. ທາງເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ລັດລົດຄັນດັ່ງກ່າວ ພ້ອມທຳການ ກວດຄົ້ນລົດ ຈິ່ງໄດ້ພົບຢາເສບຕິດ ປະເພດຢາໄອສ໌ ຈຳນວນ 10 ເປົາ, ເທົ່າກັບ 250 ຖົງ, ນ້ຳໜັກ 250 ກິໂລກຣາມ, ຈາກນັ້ນທາງເຈົ້າຫນ້າທີ່ ຈິ່ງໄດ້ກັກຕົວຜູ້ຂັບຂີ່ລົດຄັນດັ່ງກ່າວ ມາສືບສວນ-ສອບສວນ ພ້ອມດຳເນີນຄະດີຕາມກົດໝາຍ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຈຶ່ງຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ສຸລິສັກ ເປີຄຳເພົາວັນ ຫຼື ທ້າວ ດຳ ອາຍຸ 35 ປີ ກຳມະກອນ ຢູ່ບ້ານ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜູ້ກ່ຽວຮັບສາລະພາບວ່າ ຢາໄອສ໌ ຈຳນວນ 10 ເປົາ, ເທົ່າກັບ 250 ຖົງ ຫຼື 250 ກິໂລກຣາມ ແມ່ນຕົນເອງໄດ້ຮັບມາຈາກທ້າວ ທະນູເພັດ ບົວພັນ ຫຼື ທ້າວ ແອ ອາຍຸ 32 ປີ, ກາໍມະກອນ, ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ນາງ ນາງ ແສງນະວົງ (ອາລັນ) ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານນາປ່າໃຜ່ ເມືອງໝື່ນ ແຂວງວຽງຈັນ ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລລະ 1.000 ບາດ ໃນການໄປສົ່ງຢາຈຳນວນດັ່ງກ່າວ ໃຫ້ຜູ້ຮ່ວມຂະບວນການ ຢູ່ເມືອງລະຄອນເພັງ ແຂວງສາລະວັນ.

ນອກນັ້ນທ້າວ ສຸລິສັກ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ທ້າວ ທະນູເພັດ ແລະ ນາງ ນາງ ແສງນະວົງ ແມ່ນໄດ້ລໍຖ້າຕົນເອງຢູ່ ເມືອງທ່າແຂກ ແຂວງຄຳມວ່ນ, ຕໍ່ມາວັນທີ 22 ສີງຫາ 2023 ທາງ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ນຳກັກຕົວ ທ້າວ ທະນູເພັດ ບົວພັນ ຫຼື ແອ ແລະ ນາງ ນາງ ແສງນະວົງ ຫຼື ອາລັນ ຢູ່ຂອບເຂດບ້ານນາບວບ ເມືອງທ່າແຂກ ແຂວງຄຳມວ່ນ ໃນຂະນະທີ່ພວກກ່ຽວ ກຳລັງຈອດລົດໃສ່ນ້ຳມັນ ຢູ່ປ້ຳນ້ຳມັນແຫ່ງໜຶ່ງ ພ້ອມກັບລົດຜູ້ສະແລັກ ສີຂາວ ໝາຍເລກທະບຽນ ກຈ 0151 ກຳແພງນະຄອນ ມາດຳເນີນຄະດີ.

ແຫຼ່ງຂ່າວ ລາຍການ ຄວາມສະຫງົບແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...