spot_img
Homeຂ່າວຕ່າງປະເທດທ່ານ ທັກສິນ ຊິນນິວັດ ອະດີດນາຍົກໄທເດີນທາງກັບປະເທດ ພາຍຫຼັງຢູ່ຕ່າງປະເທດເປັນເວລາ 17 ປີ

ທ່ານ ທັກສິນ ຊິນນິວັດ ອະດີດນາຍົກໄທເດີນທາງກັບປະເທດ ພາຍຫຼັງຢູ່ຕ່າງປະເທດເປັນເວລາ 17 ປີ

Published on

ທ່ານ ທັກສິນ ຊິນນິວັດ ອະດີດນາຍົກລັດຖະມົນແຫ່ງປະເທດໄທ ເດີນທາງຮອດສະໜາມບິນດອນເມືອງ ປະເທດໄທ ໃນເວລາ 9:00 ໂມງ ແລະ ປາກົດຕົວຕໍ່ມວນຊົນແລ້ວ.

 

ໃນວັນທີ 22 ສິງຫາ 2023 ການກັບມາຂອງທ່ານ ທັກສິນ ຊິນນິວັດ ເປັນທີ່ຕັ້ງໜ້າຂອງປະຊາຊົນໄທຈຳນວນຫຼາຍ ໂດຍມີປະຊາຊົນໃສ່ເສື້ອແດງ ແລະ ສື່ມວນຊົນເຂົ້າໄປລໍຖ້າທີ່ສະໜາມບິນຕັ້ງແຕ່ເຊົ້າມືດ ທັ້ງນີ້ຂ່າວທາງປະເທດໄທກໍຍັງໄດ້ຕິດຕາມສະຖານະການຕະຫຼອດເວລາຂອງການເດີນທາງ ທີ່ທ່ານ ທັກສິນ ເດີນທາງມາແຕ່ສິງກະໂປ ດ້ວຍເຮືອບິນສ່ວນຕົວ.

ເມື່ອ ທ່ານ ທັກສິນ ເດີນທາງເຂົ້າປະເທດແລ້ວ ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງຈະນຳໝາຍຈັບເຂົ້າຄວບຄຸມຕົວ ຈາກນັ້ນຕຳຫຼວດຈະນຳຕົວເດີນທາງໄປສານສີກາ ສະໜາມຫຼວງ ເພື່ອຮັບຟັງຄຳພິພາກສາສະບັບຫຍໍ້ຂອງແຕ່ລະຄະດີ.

ເມື່ອຜູ້ພິພາກສາອອກໝາຍຂັງ ເຈົ້າໜ້າທີ່ກໍຈະນຳເອົາຕົວທ່ານ ທັກສິນໄປເຮືອນຈຳ ເພື່ອນຳເຂົ້າສູ່ຂະບວນການໃນທັນທີ.

ທັ້ງນີ້ ທ່ານ ທັກສິນ ຊິນນິວັດ ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດໄທ ຕັ້ງແຕ່ປີ 2001 ຫາ 2006 ໃນລະຫວ່າງການດຳລົງຕຳແໜ່ງ ທ່ານ ທັກສິນ ກໍໄດ້ຖືກຂໍ້ກ່າວຫາໃນຫຼາຍຢ່າງເຊັ່ນ ລ່ຽງພາສີ, ຂາຍຊັບສິນບໍລິສັດ, ສໍ້ລາດບັງຫຼວງ ແລະ ອື່ນໆ ຕໍ່ມາຈຶ່ງໄດ້ມີການລົ້ມຂອງລັດຖະບານທ່ານ ທັກສິນ ເຮັດໃຫ້ທ່ານໄດ້ໄປອາໄສລີ້ໄພຢູ່ຕ່າງປະເທດນັບຕັ້ງແຕ່ປີ 2006 ຈົນເຖິງປີ 2023 ເປັນເວລາ 17 ປີ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...