Homeຂ່າວພາຍ​ໃນຍິມນາສຕິກລາວ ຮັບການຢືນຢັນ ຮ່ວມຊີງແຊ໋ມໂລກ 2023 ທີ່ປະເທດແອັດສະປາຍ

ຍິມນາສຕິກລາວ ຮັບການຢືນຢັນ ຮ່ວມຊີງແຊ໋ມໂລກ 2023 ທີ່ປະເທດແອັດສະປາຍ

Published on

ສະຫະພັນຍິມນາສຕິກແຫ່ງຊາດລາວ ຫຼື ເອວຈີເອັບ (LGF) ໄດ້ຮັບການຢືນຢັນຈາກທາງ ສະຫະພັນຍິມນາສຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາທີມຊາດລາວ ຄື: ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍ ການ ຍິມນາສຕິກ ຊີງແຊ໋ມໂລກ ຫຼື ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ຈະຈັດຂຶ້ນ ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກິລາຮ່ວມງານກິລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ.

ອີງຕາມການລາຍການຂອງທ່ານ ໂພແກ້ວ ພິລາພັນເດດ ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ແຈ້ງໃຫ້ທີມງານສື່ມວນຊົນລາວຊາບວ່າ: ກ່ອນໜ້ານີ້ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າ ຮ່ວມການແຂ່ງຂັນ ລາຍການ ຊີງແຊ໋ມ ອາຊີ ແຊ໋ມປ້ຽນຊິບ 2023 Asian Championships ຜ່ານມາ ທີ່ປະເທດຟິລິບປິນ ເພື່ອໂອກາດ ແລະ ສິດໃນການເຂົ້າຮ່ວມໃນ WORLD CHAMPIONSHIPS ຄັ້ງນີ້ ໂດຍການແຂ່ງຂັນ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ຈະມີບັນດາປະເທດທີ່ສົ່ງເຂົ້າຮ່ວມຊີງໄຊເຖິງ 62 ປະເທດຈາກທົ່ວໂລກ.

ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ໃຫ້ຮູ້ຕື່ມອີກວ່າ: ຈາກການເຄື່ອນໄຫວຮ່ວມລາຍການດັ່ງກ່າວ ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນຈາກພາກລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກຳມະການໂອລິມປິກແຫ່ງຊາດລາວ ຕະຫຼອດຮອດບັນດາພາກເອກະຊົນ ໂດຍສະເພາະແມ່ນ ບໍລິສັດ ເຄພີ ຈຳກັດ ຕົວແທນຈຳໜ່າຍສິນຄ້າ UNILIVER, YAMAHA, KUBOTA, ນໍ້າມັນເຄື່ອງ SHELL, ເຄື່ອງສຸຂະພັນ TOTO ແລະ ຜະລິດຕະພັນອື່ນໆອີກຫຼາຍລາຍການ, ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ຕົວແທນຈຳໜ່າຍລົດໂຕໂຢຕ້າ ບໍລິສັດທຳອິດໃນ ສປປ. ລາວ, ບໍລິສັດ ເຄພີ ບິວ ລາວ ຈຳກັດ ຜູ້ຜະລິດສິນຄ້າຂອງຫຼີ້ນ ແລະ ເຄື່ອງສຳອາງ, ນໍ້າຫອມ ເມດອິນລາວ (Made in Laos), ບໍລິສັດ ອີໂວ ຈຳກັດ ສູນຈຳໜ່າຍເຄື່ອງກິລາ ແລະ ອຸປະກອນ ກິລາ ສະນັ້ນ ເພື່ອເປັນໂອກາດ ແລະ ເປັນການສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະ ເປັນການພັດ ທະນານັກກິລາຍິມນາສຕິກລາວໃນອະນາຄົດ ອີກທັງຍັງເປັນການກຽມຄວາມພ້ອມເພື່ອໂອກາດໃນການຄວ້າຫຼຽນໃນການຮ່ວມແຂ່ງຂັນງານມະຫະກຳກິລາ ຊີເກມ ຄັ້ງທີ 33 ປີ 2025ທີ່ປະເທດໄທ ຮັບກຽດເປັນເຈົ້າພາບທີ່ຈະມາເຖິງນີ້ອີກດ້ວຍ.

ສຳລັບ ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາທີມຊາດ ເມື່ອປີ 2022 ໄດ້ກາຍເປັນຜູ້ຍິງລາວຄົນທຳອິດ ທີ່ໄດ້ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ແລະ ຍັງໄດ້ມີບົດບາດໃນການເຄື່ອນໄຫວເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງໃນຂົງເຂດອາຊຽນ ແລະ ອາຊີ ຢ່າງຕໍ່ເນື່ອງອີກດ້ວຍ ຊຶ່ງຜົນງານແມ່ນບໍ່ທຳ ມະດາ ໂດຍສະເພາະໃນ ຊີເກມ ຄັ້ງທີ 32 ແມ່ນສາມາດຕິດທອບ 10 ຜ່ານເຂົ້າໄປຊີງຫຼຽນຄຳ ໃນງານດັ່ງກ່າວອີກດ້ວຍ.
ຂ່າວໂດຍ ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...