Homeຂ່າວຄວາມສະຫງົບສອງສ່ຽວແອບອ້າງເປັນຕຳຫຼວດປະຕິບັດໜ້າທີ່ຫຼາຍຄັ້ງ

ສອງສ່ຽວແອບອ້າງເປັນຕຳຫຼວດປະຕິບັດໜ້າທີ່ຫຼາຍຄັ້ງ

Published on

ໃນເວລາ23ໂມງ30ນາທີຂອງວັນທີ 17 ສິງຫາ 2023 ຜ່ານມາ, ໄດ້ມີເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ໄດ້ອອກເຄື່ອນໄຫວລາດຕະເວນທົ່ວເຂດເທດສະບານນະຄອນໄກສອນແລ້ວໄດ້ພົບເຫັນຊາຍໄວລຸ້ນຈຳນວນ02ຄົນໄດ້ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ(ຊຸດດຳ) ຈາກນັ້ນຈຶ່ງນຳເອົາຕົວພວກກ່ຽວເຂົ້າມາມອບໃຫ້ເຈົ້າໜ້າທີ່ຕຳຫຼວດພະແນກສອບສວນຄະດີອາຍາ.

ປກສ

ຜ່ານການສືບສວນ-ສອບສວນພວກກ່ຽວທັງ02ຄົນໄດ້ຮັບສາລະພາບວ່າ ຜ່ານມາພວກຕົນແມ່ນເຄີຍແຕ່ງກາຍນຸ່ງຊຸດເຄື່ອງແບບຊຸດດຳໃນຄັ້ງວັນທີ 15/08/2023 ໃນເວລາ21ໂມງແລ້ວໄດ້ພາກັນຂັບຂີ່ລົດໃສ່ໝວກກັນກະທົບແລະອອກເລາະຕາມເສັ້ນທາງເມື່ອຫາກພົບເຫັນຄົນຊ້ອນລົດຈັກກັນ03ຄົນຫຼືວ່າລົດມີການດັດແປງແລ້ວແມ່ນໄດ້ຂີ່ລົດຈັກໄລ່ນຳເຊິ່ງພວກກ່ຽວໄດ້ເຮັດມາແລ້ວຫຼາຍຄັ້ງແລ້ວມາໃນຄັ້ງນີ້ແມ່ນພວກກ່ຽວໄດ້ຂີ່ລົດຈັກມາຈອດຢູ່ຈຸດ03ແຍກຕໍ່ໜ້າກັບທະນາຄານກາງຫຼັກ04ແລ້ວມີເຈົ້າໜ້າທີ່ຕຳຫຼວດເຂົ້າມາຄຸມຕົວມາສອບສວນຕາມຂັ້ນຕອນຂອງກົດໝາຍ ເຊິ່ງເຫດການດັ່ງກ່າວແມ່ນມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮ້ອຍຢູ່ໃນສັງຄົມສ້າງຄວາມເສຍຫາຍໃຫ້ແກ່ຄົນທົ່ວໄປແລະເຊື່ອມເສຍພາບພົດຂອງພະນັກງານພັກ-ລັດທີ່ພວກເຂົາປະຕິບັດວຽກງານຕົວຈິງຢູ່ໃນສັງຄົມ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...