spot_img
Homeຂ່າວພາຍ​ໃນປກສ ແຂວງສະຫວັນນະເຂດ ມ້າງຄະດີຢາເຮໂຣອິນ

ປກສ ແຂວງສະຫວັນນະເຂດ ມ້າງຄະດີຢາເຮໂຣອິນ

Published on

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບ ຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາເດືອນ 8 ແລະ ວາງທິດທາງແຜນການ ປະຈຳເດືອນ 9 2023, ໃນວັນທີ 16 ສິງຫານີ້ ໂດຍເປັນປະທານຂອງທ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ພັທ ຄໍາສຸກ ປະເສີດຄໍາຫຼ້າ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບ ລາຍງານໂດຍຫຍໍ້ ດ້ານດີ, ຜົນງານ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນ 1 ເດືອນຜ່ານມາ ເຖິງຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສຍຕິດ ຢູ່ແຂວງສະຫວັນນະເຂດ ເຊິ່ງ ສາມາດແກ້ໄຂບັນຫາຢາເສບຕິດປະເພດຕ່າງໆ ໄດ້ 31 ລາຍ, ຈັບຜູ້ຖືກຫາໄດ້ 45 ຄົນ, ຍິງ 8 ຄົນ, ຄົນຕ່າງປະເທດມີ 4 ຄົນ, ຢຶດຢາເສບຕິດປະເພດ (ຢາບ້າ) ຈໍານວນ 6.305 ເມັດ, ເຮໂຣອີນ 164 ແທ່ງ, ຢາເຄ 2 ຖົງນ້ອຍ, ໂທລະສັບ 25 ໜ່ວຍ, ໂໜດບຸກ 1 ໜ່ວຍ, ລົດຈັກ 5 ຄັນ, ລົດໃຫຍ່ 2 ຄັນ, ປືນແກັບ 1 ກະບອກ, ເງີນກີບ ຈຳນວນ 17.862.000 ກີບ, ເງີນບາດ 79.260 ບາດ, ປຶ້ມບັນຊີເງິນຝາກ 1 ຫົວ, ສ້ອຍສີເຫຼືອງຄ້າຍຄືຄຳ 2 ເສັ້ນ.

ຄະດີທີ່ພົ້ນເດັ່ນແມ່ນ ໃນຄັ້ງວັນທີ 3 ກໍລະກົດ 2023 ກັກພວກຖືກຫາຄ້າຂາຍຢາເສບຕິດ ໄດ້ 3 ຄົນ (ຄົນວຽດນາມ), ລວມຂອງກາງຢາເສບຕິດ ປະເພດເຮໂຣອິນ 164 ແທ່ງ ເທົ່າກັບ 61,550 ກິໂລ, ລົດໃຫ່ຍ 1ຄັນ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...